ນາຍົກລາວວ່າການຄຸ້ມຄອງ ທີ່ດິນ ຫຼະຫຼວມ

ສິດນີ
2017.11.02
f-land ພື້ນທີ່ດິນ ທີ່ຊາວບ້ານ ຢູ່ເມືອງຫາດຊາຍຟອງ ເຄີຍໃຊ້ປູກຝັງ ລ້ຽງຄອບຄົວ ທີ່ຖືກຍຶດໄປ
RFA/TP

ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 8 ວ່າງຫລັງໆມານີ້ວ່າ ຈະປະຕິຮູບ ທີ່ດິນໃນລາວ, ກຸ່ມນັກວິຊາການ ກໍອອກມາຮຽກຮ້ອງ ໃຫ້ມີການກວດກາ ການຄຸ້ມຄອງທີ່ດິນ ຂອງຜູ້ມີອຳນາດ ກ່ອນເປັນຕົ້ນ ນັກການເມືອງ. ດັ່ງ ນັກວິຊາການ ທ່ານນຶ່ງຜູ້ ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 1 ພຶສຈິກາ ນີ້ວ່າ:

"ດຽວນີ້ນິ ກວດຄືນເບິ່ງຜູ້ມີອຳນາດ ຜູ້ມີອິດທິພົນນີ້ ມີບໍ່ ຄອບຄອງທີ່ດິນ ທີ່ບໍ່ຖືກຕ້ອງບໍ່ ປັດຈຸບັນ".

ນັກວິຂາການທ່ານນີ້ ກ່າວຕື່ມວ່າ ໃນປັດຈຸບັນ ທີ່ດິນ ແລະຕຶກອາຄານ ທີ່ເປັນຊັບສິນຂອງຣັຖ ເສັຍຫາຍຫລາຍ ຍ້ອນວ່າບັນດາ ເຈົ້າຫນ້າທີ່ ຣັດໃຊ້ອຳນາດກອບໂກຍ ເອົາມາເປັນຂອງໂຕເອງ ບໍ່ແມ່ນໜ້ອຍ ຈົນເຮັດໃຫ້ຊັບສິນ ຂອງຣັຖ ສູນເສັຍໄປຢ່າງ ຫລວງຫລາຍ.

ທ່ານວ່າ ທີ່ຜ່ານມາມີການເອົາທີ່ດິນ ແລະຕຶກອາຄານຫ້ອງການຂອງຣັຖ ແລກກັບໂຄງການເຊັ່ນ ຕຶກຫ້ອງການໜັງສືພິມວຽງຈັນໃໝ່ ຢູ່ບ້ານ ຊຽງຍືນ, ຕຶກພິພິຕຕະພັນ ແຫ່ງຊາດ ຢູ່ໃກ້ກັບສະໜາມກິລາ ເຈົ້າອະນຸວົງ, ທີ່ດິນຢູ່ຄ້າຍລູກສອນໄຟ ທີ່ບ້ານຄຳຮຸ່ງ ແລະ ອີກຫລາຍບ່ອນ ທີ່ຖືກຜູ້ທີ່ມີອຳນາດ ໂອນເອົາເປັນກຳມະສິດ ຂອງຕົນເອງ.

ຣັຖບານຍອມຮັບການປະຕິບັດ ນະໂຍບາຍ ທີ່ດິນຜ່ານມາວ່າ ມີຊ່ອງຫວ່າງຫລາຍ ໃນການແກ້ໄຂບັນຫາ ດັ່ງກ່າວ ຣັຖບານ ຈະອອກມະຕິ ໃຫມ່ ໃນການຄຸ້ມຄອງ ທີ່ດິນ, ດັ່ງ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີ ໄດ້ກ່າວຢູ່ໃນກອງປະຊຸມສະພາ ໃນວັນທີ 23 ຕຸລາ ຕອນນຶ່ງວ່າ:

"ຣັຖບານເຫັນຊ່ອງຫວ່າງຫລາຍອັນນີ້ ຈຶ່ງໄດ້ສະເໜີ ຕໍ່ກົມການເມືອງ ສະເໜີຕໍ່ສູນກາງ ໃຫ້ອອກມະຕິ ກ່ຽວກັບທີ່ດິນ ຮັບຮອງເອົາ ຢູ່ກອງ ປະຊຸມສູນກາງ ຄັ້ງທີ່ແລ້ວນີ້ແລ້ວ ແລະກະຣັຖບານ ຈະເອົາມະຕິນີ້ ມັນຜັນຂະຫຍາຍ ໃຫ້ເປັນການລະອຽດ ເພື່ອຄຸ້ມຄອງທີ່ດິນ ໃຫ້ເປັນໄປ ຕາມກົດໝາຍ ຢ່າງເຂັ້ມງວດ".

ທ່ານ ທອງລຸນ ເວົ້າຕື່ມວ່າ ເຈົ້າໜ້າທີ່ລະດັບແຂວງ ມັກໃຫ້ສຳປະທານທີ່ດິນ ເກີນທີ່ກົດໝາຍກຳນົດໄວ້ ໂດຍແຍກອອກເປັນຫຼາຍໂຄງການ ແຕ່ໃນໂຕຈິງ ກໍເປັນໂຄງການ ອັນດຽວກັນ. ດັ່ງ ທ່ານເວົ້າວ່າ:

"ທີ່ຜ່ານມານີ້ ແຂວງມີສິດທໍ່ນີ້ ມັນພັດບໍ່ແມ່ນສິດ 100 ເຮັກຕາ ລະເຮັດເປັນຫລາຍ ມັນເປັນ 1,000 ເຮັກຕາ ພຸ້ນແຫຼະ ແຕ່ເຮັດເປັນຫຼາຍ ໂຄງການ ສຸດທ້າຍລະໂຄງການດຽວ ຫັ້ນແຫລະ ກະບໍ່ໃຫ້ເຮັດ ໃນຕໍ່ໄປ ອັນໃດ ກະໃຫ້ມັນເປັນ ອັນນັ້ນ".

ອີງຕາມຂໍ້ມູນຈາກກະຊວງ ຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ, ຣັຖບານໄດ້ໃຫ້ນັກລົງທຶນ ສໍາປະທານທີ່ດິນ ປູກໄມ້ອຸດສາຫະກັມ ຫຼາຍກວ່າ 1 ລ້ານເຮັກຕາ ຊຶ່ງຍັງບໍ່ຮວມເນື້ອທີ່ດິນ ສໍາປະທານສ້າງເຂື່ອນ ຂຸດຄົ້ນບໍ່ແຮ່ ແລະເຂດເສຖກິດ ພິເສດ ໃນຫຼາຍເຂດໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.