ຣັຖບານບໍ່ມີນະໂຍບາຍ ໃຫ້ຣົຖ ຣັຖກອນ ບໍານານ
2018.03.01

ຜແນກຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ແຂວງຈໍາປາສັັກ ໄດ້ມອບຣົຖ ເປັນເບັ້ຍບໍານານ ໃຫ້ແກ່ພະນັກງານ ຣັຖກອນ ທີ່ ອອກ ບໍານານ ເມື່ອວັນທີ່ 23 ກຸມພາ 2018 ຜ່ານມາ ໂດຍ ທາງກະຊວງຖແລງຂ່າວ ວັດທນະທັມ ແລະທ່ອງທ່ຽວ ບໍ່ຮູ້ເຣື້ອງ, ໃນຂນະທີ່ ທາງການລາວ ບໍ່ມີ ນະໂຍບາຍມອບຣົຖ ເປັນເບັ້ຍບໍານານ ໃຫ້, ດັ່ງເຈົ້າໜ້າທີ່ ກົມຈັດຕັ້ງ ພະນັກງານ ກະຊວງຖແລງຂ່າວ ວັດທນະທັມ ແລະທ່ອງທ່ຽວ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ່ 1 ມີນາ ນີ້ວ່າ:
“ສ່ວນຫລາຍກໍໄດ້ເງິນບໍານານ 11 ເດືອນ ສ່ວນຫລາຍ ກໍບໍ່ເຫັນວ່າ ໄດ້ຣົຖ ເງິນເປັນງວດ ງວດນຶ່ງ ແລ້ວຫລັງຈາກນັ້ນ ເປັນເງິນເດືອນ ສ່ວນຫລາຍ ບໍ່ມີຣົຖນະ ມີແຕ່ເງິນ, ແຕ່ນີ້ບໍ່ຮູ້ຄືກັນ ເພິ່ນບໍ່່ໄດ້ແຈ້ງ ທາງກະຊວງເດ ກະຊວງຍັງບໍ່ທັນຮູ້ເທື່ອ.”
ທ່ານກ່າວຕື່ມວ່າ ທາງການລາວ ບໍ່ມີນະໂຍບາຍ ມອບຣົຖ ຊຶ່ງເປັນຊັບສິນຂອງຣັຖ ເປັນເບັ້ຍບໍານານໃຫ້ແກ່ພະນັກງານ ຣັຖກອນ, ທີ່ ກໍານົດໄວ້ນັ້ນ ຣັຖກອນ ທີ່ອອກບໍານານ ຈະໄດ້ຮັັບເບັ້ຍບໍານານ ເປັນຄ່າຊົດເຊີຍ ຊຶ່ງຂຶ້ນກັບ ຣະບຽບຂອງ ແຕ່ລະກະຊວງ ຕົວຢ່າງ ກະຊວງຖແລງຂ່າວ ວັດທນະທັມ ແລະທ່ອງທ່ຽວ ທີ່ກໍານົດເບັຍບໍານານ ເປັນເງິນຊົດເຊີຍ 11 ເດືອນ.
ເຈົ້າໜ້າທີ່ ຜແນກຖແລງຂ່າວວັດທນະທັມ ແລະທ່ອງທ່ຽວ ແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຍເສຣີວ່າ ການມອບຣົຖ ເປັນເບັ້ຍບໍານານ ໃຫ້ແກ່ ພະນັກງານ ຣັຖກອນ ທີ່ອອກບໍານານນັ້ນ ເປັນເບັ້ຍບໍານານຢ່າງນຶ່ງ ທີ່ຣັຖກອນສາມາດຊື້ຣົຖ ຊື່ງເປັນຊັບສີນ ຂອງຮັຖ ໃນຣາຄາ ຖືກ ທ່ານວ່າ:
“ຖືວ່າຣົຖນີ້ ກໍແມ່ນຣົຖຂອງຮັຖ ນີ້ແຫລະ ມອບໃຫ້ຜແນກນໍາໃຊ້ ບາດເວລາ ທີ່ ພະນັກງານ ບໍານານ ເຂົາເຈົ້າ ຜູ້ນໍາໃຊ້ ນໍາສເນີ ຫາ ການຈັດຕັ້ງ ຈົນຮອດ ທ່ານເຈົ້າແຂວງ ພູ້ນແຫລະ ມີການຕົກລົງ ເນາະ ຂອງຊັບສິນ ຕີຣາຄາ ນະໂຍບາຍຫັ້ນແຫລະ ຖືວ່າ ຜແນກເຮົານີ້ ແມ່ນບໍ່ໄດ້ຮັບ ມີແຕ່ວ່າ ເຂົາໄປຖອກເງິນ ໃຫ້ຊັບສິນແລ້ວ ກໍຂໍຊື້ ນໍາຣັຖ ຈັ່ງຊິ້ນະກ.”
ປັຈຈຸບັນ ຍັງມີພະນັກງານຣັຖກອນ ຈໍານວນໜື່ງ ທີ່ອອກບໍານານໄປແລ້ວ ແຕ່ກໍສາມາດໃຊ້ຣົຖ ປະຈໍາຕໍາແໜ່ງ ຫຼືວ່າ ຣົຖຜແນກເກົ່າ ຂອງຕົນຢູ່.