ຣັຖບານລາວໃຫ້ອະພັຍໂທດ ແກ່ ນັກໂທດ

ຈໍາປາທອງ
2016.12.08
F-2-dec ວັນຊາດ ສາທາຣະນະຣັຖ ປະຊາທິປະຕັຍ ປະຊາຊົນລາວ ທີ 2 ທັນວາ ຄົບຮອບ 41 ປີ
Screen captured LNTV video

ໃນໂອກາດວັນຊາດ ສາທາຣະນະຣັຖ ປະຊາທິປະຕັຍ ປະຊາຊົນລາວ ທີ 2 ທັນວາ ຄົບຮອບ 41 ປີ ທາງການລາວ ໄດ້ ອະພັຍໂທດ ໃຫ້ແກ່ ນັກໂທດຫຼາຍຄົນ ໃຫ້ກັບໄປ ໃຊ້ຊີວິດ ໃນສັງຄົມ ຕາມປົກກະຕິ ພາຍຫລັງ ທີ່ໄດ້ຖືກ ຄຸມຂັງຢູ່ໃນຄຸກ ເປັນເວລາ ດົນນານ ແລະ ນັກໂທດ ອີກຫຼາຍຄົນ ກໍໄດ້ຮັບການ ຜ່ອນໂທດ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ກະຊວງ ປ້ອງກັນ ຄວາມສະຫງົບ ສປປລາວ ຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 5 ທັນວາ ນີ້:

"ກະມີຫັ້ນແຫຼະ ມັນມີຜ່ອນໂທດແດ່ ປ່ອຍຕົວແດ່ ມັນມີ ທຸກປີດອກ ກະມີທຸກຄະດີ ຫັ້ນແຫຼະ ໂຕໃດທີ່ມັນ ມີເງື່ອນໄຂ ມັນດົນ ມີເງື່ອນໄຂ ເລົາກະ ປະຕິບັດ ຕາມ ນະໂຍບາຍ ຂອງພັກ-ຣັຖ".

ແຕ່ໃນປີນີ້ ບໍ່ເຫັນວ່າ ທາງການ ເພີ່ນເປີດເຜີຍ ຈຳນວນ ນັກໂທດ ທີ່ໄດ້ຮັບ ອະພັຍໂທດ ແລະ ການຜ່ອນໂທດ ນັ້ນ ວ່າມີເທົ່າໃດ ກັນແທ້. ທ່ານກ່າວ ຕື່ມວ່າ ສຳລັບ ນັກໂທດ ຄະດີທົ່ວໄປ ຫຼາຍຄົນ ທີ່ມີຄວາມ ປະພຶດດີ ໃນຄຸກຄຸມຂັງ ກໍໄດ້ຮັບ ການຜ່ອນໂທດ ຫຼື ຫຼຸດໂທດລົງ ຕາມນະໂຍບາຍ ຂອງ ທາງການລາວ, ທີ່ປະຕິບັດ ມາເປັນປະຈຳ ທຸກປີ ໃນວັນຊາດ ທີ 2 ທັນວາ.

ໃນໂອກາດວັນຊາດ ສປປລາວ ທີ 2 ທັນວາ ຄົບຮອບ 40 ປີ ເມື່ອປີກາຍ ທາງການລາວ ກໍໄດ້ໃຫ້ ອະພັຍໂທດ ມີການປ່ອຍ ນັກໂທດ ຈຳນວນ 1,029 ຄົນຮວມທັງ ນັກໂທດ ຊາວຕ່າງປະເທສ ນຳດ້ວຍ. ໃນຈຳນວນນັ້ນ ມີນັກໂທດ ຍິງ 232 ຄົນ.

ສຳລັບປີນີ້ ນັກໂທດ ທີ່ຖືກປ່ອຍ ສ່ວນຫຼາຍ ແມ່ນນັກໂທດ ທີ່ກ່ຽວຂ້ອງກັບ ຢາເສພຕິດ ທີ່ ມີທັງຄົນລາວ ແລະ ຄົນຕ່າງປະເທສ. ຢູ່ ສປປລາວ ເວົ້າເຖິງ ການລົງໂທດ ຜູ້ຕ້ອງຫາ ວ່າມີຄວາມຜິດ ໂດຍການຕັດສິນ ປະຫານຊີວິດ ຕາມທີ່ໄດ້ ກຳນົດໄວ້ ໃນກົດໝາຍ ກໍຕາມ, ແຕ່ໃນພາກ ປະຕິບັດ ຕົວຈິງ ບໍ່ໄດ້ຕັດສິນ ປະຫານຊີວິດ ນັກໂທດ ມາແຕ່ດົນແລ້ວ ໂດຍ ໄດ້ຜ່ອນໂທດ ໃຫ້ເປັນ ຈຳຄຸກ ຕລອດຊີວິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.