ທາງການລາວລົງວິນັຍ ຣັຖກອນ ຂັ້ນສູງ

ສຸພັດຕາ
2019.03.07
F-gov3 ສໍານັກງານ ນາຍົກຣັຖມົນຕຣີ ທີ່ ນະຄອນຫຼວງວຽງຈັນ
Public Domain

ຄນະຈັດຕັ້ງສູນກາງພັກ ໄດ້ອອກແຈ້ງການ ລົງວິນັຍຕັກເຕືອນ ພະນັກງານຂັ້ນສູນກາງ ຄຸ້ມຄອງ ແຂວງວຽງຈັນ ເມື່ອວັນທີ 04 ມີນາ ນີ້. ໃນແຈ້ງການດັ່ງກ່າວ ຣະບຸວ່າ, ມີພະນັກງານຂັ້ນສູງ ຂອງແຂວງວຽງຈັນ 7 ຕຳແໜ່ງ ທີ່ຖືກລົງວິນັຍ ໃນຄັ້ງນີ້ຊຶ່ງມີ ຣາຍຊື່ຢູ່ດັ່ງນີ້:

1. ຍານາງ ສິງຄຳ ຄົງສະຫວັນ ຮອງເຈົ້າແຂວງ ແຂວງວຽງຈັນ.

2. ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງ ຫົວໜ້າຜແນກການເງິນແຂວງ.

3. ທ່ານ ບຸນມີ ພຸດທະວົງ ຮອງຣັຖມົນຕຣີ ກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ.

4. ທ່ານ ວິລັດ ສີສຸວົງ ປະທານກວດກາ ພັກ-ຣັຖ ຂັ້ນແຂວງ.

5. ທ່ານ ພູວອນ ບຸນວິໄລ ເຈົ້າເມືອງ ເມືອງໝື່ນ.

6. ທ່ານ ເສດໄຊ ວິໄລໄຟ ເຈົ້າເມືອງ ເມືອງທຸລະຄົມ.

7. ທ່ານ ສຸກັນ ວິໄລລັດ ຫົວໜ້າຜແນກແຜນການ ແລະ ການລົງທຶນແຂວງ.

ຕໍ່ກັບການລົງວິນັຍ ພະນັກງານຂັ້ນສູນກາງ ຄຸ້ມຄອງຢູ່ແຂວງວຽງຈັນ ເຈົ້າໜ້າທີ່ຣະດັບສູງ ຜແນກຈັດຕ້ັງແຂວງວຽງຈັນ ໄດ້ຊີ້ແຈງໃນວັນທີ 07 ມີນາ ນີ້ວ່າ: ການລົງວິນັຍຕໍ່ກັບ ພະນັກງານ ຕາມການແຈ້ງການ ຂອງຈັດຕັ້ງສູນກາງພັກ ແມ່ນມີຄວາມຈິງ ແຕ່ກໍ່ເປັນການຕັກເຕືອນ ຍ້ອນຄວາມລະເລີຍ ຕໍ່ຣະບຽບວິນັຍ ໃນການຈ່າຍເງິນ ໃນການສຳຣວດແຫຼ່ງທ່ອງທ່ຽວ ແຂວງວຽງຈັນ ຊໍ້າຊ້ອນ ແລະ ຈ່າຍເງິນເກີນ ຮວມທັງໝົດເຖິງ 4 ຕື້ປາຍກີບ ເຊີ່ງເປັນການຣະເມີດ ຣະບຽບການເງິນ, ປັດຈຸບັນສາມາດ ເກັບກູ້ເງິນດັ່ງກ່າວ ໄດ້ຄືນຈຳນວນ ແລ້ວຈຳນວນນຶ່ງ.

ໃນຂນະດຽວກັນ ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງ ແຂວງວຽງຈັນ ກໍໄດ້ອອກຂໍ້ຕົກລົງລຶບລ້າງ ການປະຕິບັດໂຄງການ ສຶກສາສຳຣວດ ຄວາມເປັນໄປໄດ້ໃນການພັທນາ ແຫຼ່ງທ່ອງທ່ຽວ ຢູ່ບ້ານຫ້ວຍສະເຫງົ້າ, ບ້ານພູດິນແດງ, ບ້ານປາກເປາະ ເມືອງວັງວຽງ ແຂວງວຽງຈັນ ຂອງກຸ່ມພັທນາເສຖກິຈ ສະເພາະ ບໍ່ເຕັນລາວຈຳກັດ ຍ້ອນມີຜົລກະທົບ ຕໍ່ສິ່ງແວັດລ້ອມ ແລະ ຊາວບ້ານເປັນຈຳນວນຫຼາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.