ສປປລາວ ຈະມີການ ສອບເສັງ ເອົາຣັຖກອນ

ສຸພັດຕາ
2017.12.14
F-Education ກະຊວງສຶກສາທິການ ແລະກິລາ ຈະໄດ້ຮັບເອົາພະນັກງານ ເພີ້ມອີກ 1850 ຄົນ ໃນປີ 2018 ຊຶ່ງເຫັນວ່າກາຍເຄິ່ງ ຂອງໂຄຕາຈໍານວນ 3000 ຄົນ
RFA

ທາງການລາວ ຈະຈັດການເສັງເອົາຣັຖກອນ ປີ 2018 ແລະວ່າການສອບເສັງເທື່ອນີ້ ຈະຮັບປະກັນຄວາມໂປ່ງສັຍ ປາສຈາກການຊື້ຈ້າງ ຄືກັບຫລາຍໆເທື່ອທີ່ຜ່ານມາ. ແຕ່ປະຊາຊົນຫລາຍຄົນ ບໍ່ເຊື່ອໃນຄໍາໝັ້ນສັນຍາທີ່ວ່່ານັ້ນ ຍ້ອນວ່າໃນປີທີ່ຜ່ານໆມາ ສ່ວນໃຫຍ່ຜູ້ທີ່ເສັງຜ່ານ, ບໍ່ໄດ້ຖືກບັນຈຸເປັນຣັຖກອນ ມັກຈະເປັນລູກຫຼານຫຼືຄົນລຶ້ງແກ່ນ ຂອງເຈົ້າໜ້າທີ່ຣະດັບສູງ ຫຼືເຈົ້າໜ້າທີ່ໃນຂແນງການນັ້ນໆ. ຕາມຄໍາເວົ້າ ຂອງຊາວນະຄອນຫລວງວຽງຈັນ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວ ເມື່ອວັນທີ 12 ທັນວາ ຜ່ານມາວ່າ:

"ຄົນທີ່ເຂົາເປັນແບບ ລູກເຈົ້າຫຼານນາຍຊີ້ນະ ຖ້າຄົນທັມມະດາຫຼືວ່າຍາກຈົນບໍ່ຈັ່ງຊີ້ ບໍ່ຄ່ອຍໄດ້ເຂົ້າດອກ ຍ້ອນແບບວ່າບໍ່ມີເສັ້ນສາຍ ຊີ້ນະ ໝູ່ກໍໄປເສັງກໍບໍ່ໄດ້ ພວກທີ່ບໍ່ມີເສັ້ນສາຍຫັ້ນນະ ບໍ່ເຫລືອຮອດດອກ ກໍມີແຕ່ພວກທີ່ແບບ ເອີ ເປັນລູກຫລານ ຂອງຂະເຈົ້າ ຫັ້ນແຫລະ ພວກທີ່ເປັນແບບເປັນຜູ້ໃຫຍ່ຫັ້ນແຫລະ ໄດ້ຫັ້ນນະ."

ນາງກ່າວວ່າການທີ່ປະຊາຊົນທົ່ວໄປ ຫລືນັກສຶກສາທີ່ຮຽນຈົບໃໝ່ ຈະເສັງຜ່ານ ແລະຖືກບັນຈຸເຂົ້າເປັນຣັຖກອນນັ້ນ ຖ້າບໍ່ມີເງິນຊື້ຈ້າງ ຫຼືບໍ່ ຢູ່ໃນຄອບຄົວທີ່ເຮັດວຽກ ໃນຫ້ອງການນັ້ນໆແລ້ວ ກໍແມ່ນຍາກຫຼາຍ ຫລືເກືອບຈະບໍ່ມີໂອກາດເລີຍ, ເຖິງວ່າຈະມີ ຄວາມສາມາດກໍຕາມ; ສັງເກດໄດ້ຈາກ ເຈົ້າໜ້າທີ່ຕາມຫ້ອງການຕ່າງໆ ໃນນະຄອນຫລວງວຽງຈັນ ໂດຍສະເພາະຣະດັບກະຊວງ ຖ້າບໍ່ແມ່ນຜູ້ທີ່ ມີຖານະລໍ້າລວຍ ກໍແມ່ນຜູ້ທີ່ມີຄອບຄົວ ເປັນເຈົ້າໜ້າທີ່ ຣະດັບສູງໃນກະຊວງນັ້ນໆ ທີ່ໄດ້ຮັບເຂົ້າເປັນ ຣັຖກອນ ໃນແຕ່ລະປີ.

ໂຄຕ້າເຂົ້າເປັນຣັຖກອນ ໃນທົ່ວປະເທດ ປີ 2018 ທີ່ຣັຖບານກໍານົດແມ່ນ 3 ພັນຄົນ ຊຶ່ງເຈົ້າໜ້າທີ່ ກະຊວງສຶກສາທິການ ແລະກິລາ ໃຫ້ຄວາມເຫັນວ່າ ການເສັງເຂົ້າກະຊວງນັ້ນ ຈະຮັບເອົາແຕ່ຜູ້ມີຄວາມສາມາດແທ້ໆ ແລະຈະເປັນໄປຢ່າງໂປ່ງສັຍ ບໍ່ຄືແຕ່ກ່ອນ.

"ບໍ່ ບໍ່ ບໍ່ ຣັຖກອນຈະບໍ່ມີອີ່ຫຍັງເລີຍ ຕົວນີ້ ເປັນກົດຣະບຽບ ຂອງທາງກະຊວງ ສຶກສາເລີຍ ມັນຕາມກົດຣະບຽບ ກໍວາງໄວ້ຢູ່ແລ້ວຫັ້ນນະ ແຕ່ກີ້ອາດຈະໄດ້ຫັ້ນນະ ໂອ໊ ລູກເຈົ້າຫລານເທີເນາະ ວ່າເອີ ເປັນລູກຜູ້ໃຫຍ່ສິ ແຕ່ອັນນີ້ຫັ້ນ ບໍ່ແມ່ນແລ້ວ ຂະເຈົ້າເອົາ ຄວາມຮູ້ລ້ວນໆ ເຈົ້າໄດ້ກໍຄືໄດ້ ເຈົ້າບໍ່ໄດ້ກໍຄືບໍ່ໄດ້."

ຣັຖບານລາວ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການແບ່ງຕົວເລກ ຣັຖກອນໃໝ່ ໃນມື້ວັນທີ 30 ພຶສຈິກາ 2017 ທີ່ວ່າ ໃນປີ 2018 ຣັຖບານ ໃຫ້ໂຄຕ້າ ແກ່ບັນດາກະຊວງ, ອົງການຂັ້ນສູນກາງ ແລະອົງການປົກຄອງທ້ອງຖິ່ນ ຈໍານວນ 3 ພັນຄົນ. ແຕ່ລະພາກສ່ວນ ຈະໄດ້ໜ້ອຍ ຫລືຫລາຍນັ້ນ ແມ່ນຂຶ້ນຢູ່ກັບຄວາມເໝາະສົມ. ໃນຈໍານວນ 3 ພັນຄົນທີ່ວ່ານັ້ນ ຈະໃຫ້ກະຊວງສຶກສາທິການ ແລະກິລາ 1,850 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.