ທາງການລາວສນັບສນູນ ສັມມະນາ ສິດທິ ທາງສາສນາ
2018.03.27

ສະຖາບັນສາກົນກ່ຽວກັບ ການມີສ່ວນຮ່ວມ ຫລື IGE ທີ່ມີສູນກາງຢູ່ສະຫະຣັດ ຈະໃຫ້ສຳມະນາໃນລາວ ທີ່ເນັ້ນໃສ່ ສິດທິທາງສາສນາ ເປັນສິດທິມະນຸດ, ນະໂຍບາຍ ຂອງຣັຖບານລາວ ກ່ຽວກັບກິຈກັມທາງສາສນາ, ແລະ ການຊັກຊວນ ໃຫ້ມີການໂອ້ລົມກັນ ຣະຫວ່າງກຸ່ມ ສາສນາໃນລາວ ກັບຜູ້ນຳລາວ ໃນແຂວງຕ່າງໆ ຊຶ່ງສະຖາບັນ IGE ໄດ້ປະກາດວ່າງຫລັງໆມານີ້. ການສຳມະນາດັ່ງກ່າວ ບາງສຳມະນາ ກໍມີຂຶ້ນແລ້ວ ໃນແຂວງສອກຫລີກຫ່າງໄກ ດັ່ງ ແຂວງຜົ້ງສາລີ ຊຶ່ງໃນເວລານີ້ໂຄງການ ການສຳມະນາ ກໍຈະຂຍາຍໄປ ໃນແຂວງອື່ນໆ.
ແຫລ່ງຂ່າວທ້ອງຖິ່ນໄດ້ບອກກັບອົງການສິ້ງຊອມສາກົນວ່າ ການສຶກສາກ່ຽວກັບສິດທິທາງສາສນາ ເປັນສິ່ງທີ່ຕ້ອງການ ໃນເຂດທ້ອງຖິ່ນ ໃນລາວ ຍ້ອນວ່າຜູ້ນຳທາງສາສນາ ແລະເຈົ້າຫນ້າທີ່ທ້ອງຖິ່ນໃນລາວ ຍັງບໍ່ເຂົ້າໃຈກ່ຽວກັບ ກົດໝາຍທາງສາສນາ ຂອງຕົນ ແລະສິດທິ ສາສນາຂອງຊົນກຸ່ມນ້ອຍ.
ດ້ວຍເຫດດັ່ງກ່າວ ຈຶ່ງເຮັດໃຫ້ຜູ້ນຳສາສນາໃນ 6 ໂບດໃນລາວ ຖືກຈັບໃນເດືອນທັນວາ ຜ່ານມາ ຍ້ອນສະແດງສາຍຮູບເງົາ ກ່ຽວກັບ ພຣະເຢຊູ ໃນວັນຄຣິສມາດ ທີ່ແຂວງສວັນນະເຂດ ແລະຖືກປ່ອຍຕົວ ໃນເດືອນກຸມພາ ຂອງປີຕໍ່ມາ. ໃນຂນະດຽວກັນ ທີ່ ແຂວງ ຫລວງພຣະບາງ ໃນເດືອນມົກຣາປີນີ້ ຜູ້ນັບຖືສາສນາຄຣິສຕຽນ ນຶ່ງຄົນຖືກຈັບ ຍ້ອນຍ້າຍຖິ່ນຖານ ປາສຈາກໃບອະນຸຍາດ ແລະຖືກ ປັບໃຫມເປັນເງິນ 400 ໂດລາ.
ກ່ຽວກັບການນັບຖືສາສນາຄຣິສຕຽນໃນລາວ ພຣະຣາຊາຄນະ ຫລຸຍ ມາຣີ ຫລິງ ມັງຄະເນກຸນ ອົງ CARDINAL ຂອງລາວ ກ່າວວ່າ:
"ປົກກະຕິແລ້ວກໍຊີ່ບໍ່ມີຫຍັງແປກໆ ຈະເກີດຂຶ້ນນະ ພວກເຮົາກໍເຄີຍຮ່ວມໄມ້ຮ່ວມມືກັບເພິ່ນຕລອດ ທຸກໆຂັ້ນຕອນ ເປັນຕົ້ນ ການຊ່ອຍສັງຄົມ ອັນໃດອັນໃດ ກໍຄືກັນ ເຮົາຄິດວ່າ ແລະກໍເຫັນວ່າ ມີການກ້າວຫນ້າໄປຫລາຍເຕີບ ການພົວພັນຕິດຕໍ່ຫາກັນ ກໍເກີດຂຶ້ນເລື້ອຍໆຢູ່ ມີການ ສົນທະນາຫາລືກັນ ມີການສືບຖາມກັນວ່າ ມີຄົນເຜົ່ານັບຖືສາສນາ ຫລາຍນ້ອຍປານໃດ ພວກເຮົາກໍເຄີຍຣາຍງານເພິ່ນຕລອດ."
ສປປລາວເປັນປະເທດອັນດັບ20 ໃນຈຳນວນ 50 ປະເທດ ໃນບັນຊີຂອງອົງການສິ້ງຊອມດ້ານສາສນາ CHRISTIAN OPEN DOOR ໃນປີ 2018 ທີ່ ເປັນປະເທດທີ່ຢູ່ຍາກສຳລັບ ຜູ້ນັບຖືສາສນາຄຣິສຕຽນ ໃນປະເທດທີ່ນັບຖືສາສນາພຸດ ແລະຍັງຖືວ່າ ເປັນນັກສືບລັບຂອງ ຕ່າງຊາດ ແລະເປັນສັດຕຣູຂອງຊາດ.