ຄວາມສງົບ ກອງປະຊຸມ ອາຊຽນ

ອຸ່ນແກ້ວ ສຸກສະຫວັນ
2016.07.27
F-Meeting ພາບຄວາມສົນລະວົນ ຂອງນັກຂ່າວທີ່ພຍາຍາມ ຈະເຂົ້າໄປສຳພາດ ຄນະຜູ້ແທນ ທີ່ຈະເຂົ້າຮ່ວມ ກອງປະຊຸມ ອາຊຽນ
Screen captured from video

ສຳນັກຂ່າວ ເອເອຟພີ ໄດ້ຣາຍງານ ວ່າ ກໍຣະນີ ທີ່ ເຈົ້າໜ້າທີ່ ປ້ອງກັນ ຄວາມສະຫງົບ ບໍ່ໃຫ້ນັກຂ່າວ ເຂົ້າໃກ້ ຄນະຜູ້ແທນ ທີ່ ເຂົ້າຮ່ວມ ກອງປະຊຸມ ນັ້ນ, ກຳລັງ ວິພາກ ວິຈານກັນ ໃນເລື້ອງ ການຮັກສາ ຄວາມປອດໄພ. ພາບຂອງຄວາມ ສົນລະວົນ ຣະຫວ່າງ ນັກຂ່າວ ທີ່ ພຍາຍາມ ຈະເຂົ້າໄປ ສຳພາດ ຄນະຜູ້ຕາງໜ້າ ທີ່ຈະເຂົ້າໄປ ຮ່ວມ ກອງປະຊຸມ ແຕ່ຖືກ ເຈົ້າໜ້າທີ່ ປ້ອງກັນ ຄວາມະຫງົບ ກີດກັ້ນ ລັດ ເອົາໄວ້ ບໍ່ໃຫ້ນັກຂ່າວ ເຂົ້າໄປໃກ້.

ຜູ້ທີ່ມາເຮັດວຽກ ຮັກສາ ຄວາມເປັນ ຣະບຽບ ຮຽບຮ້ອຍ ຢູ່ ໃນກອງປະຊຸມ ສ່ວນນຶ່ງ ແມ່ນ ອາສາສະໝັກ ນັກສຶກສາ ມະຫາວິທຍາໄລ ແຫ່ງຊາດ. ໄດ້ກ່າວຕໍ່ ນັກຂ່າວວ່າ: ພວກເຮົາ ຕ້ອງກັນ ນັກຂ່າວ ອອກຈາກ ຄນະຜູ້ແທນ ແລະ ບໍ່ໃຫ້ເຂົ້າໃກ້ ຄນະ ຣັຖມົນຕຼີ, ນັກຂ່າວ ກໍເຮັດວຽກ ຂອງ ນັກຂ່າວ ພວກເຮົາ ກໍເຮັດວຽກ ຂອງ ພວກເຮົາ.

ສິ່ງທີ່ເກີດຂຶ້ນ ກໍຄື ນັກຂ່າວ ຈຳນວນນຶ່ງ ທີ່ ຖືກກີດກັ້ນ ອອກໄປ ກໍໄດ້ ຮັບບາດເຈັບ ຢູ່ໃບໜ້າ ຍ້ອນວ່າ ມີການ ຍູ້ດັນກັນ ໂດຍສະເພາະ ນັກຂ່າວ ທີ່ ມາຈາກ ເກົາຫລີໃຕ້ ທີ່ ພຍາຍາມ ເຂົ້າໄປໃກ້ ຄນະຜູ້ແທນ ຈາກ ເກົາຫລີເໜືອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.