ຂ.ສວັນນະເຂດຊາວຄຣິສຈຽນ ຖືກຈັບ 6 ຄົນ
2014.09.30

ຄຸນພໍ່ລາວ ຫລື ຜູ້ສອນ ສາສນາ ຄຣິສຈຽນ ພ້ອມດ້ວຍ ສະມາຊິກ 6 ຄົນ ຢຸ່ ເມືອງ ພະລານໄຊ ແຂວງ ສວັນນະເຂດ ຖືກຈັບ ໃນ ວັນອາທິດ ຜ່ານມາ ພາຍຫລັງ ເຈົ້າໜ້າທີ່ ທ້ອງຖີ່ນ ແລະ ຫົວໜ້າ ບ້ານ ບຸກເຂົ້າໄປ ໃນເຮືອນ ຫລັງນຶ່ງ ທີ່ ໃຊ້ເປັນບ່ອນ ສວດມົນ ພາວານາ ທາງ ສາສນາ ແລະ ເຫດການ ເຊັ່ນນີ້ ກໍມີຢູ່ ເລື່ອຍໆ ຢູ່ທາງ ພາກໃຕ້ ຂອງລາວ ເພາະເປັນ ວິທີດຽວ ທີ່ທາງ ເຈົ້າໜ້າທີ່ ທ້ອງຖີ່ນ ໃຊ້ ປາບປາມ ຊາວ ຄຣິສຈຽນ ເປັນປະຈໍາ.
ທ່ານ ສີຣີກຸນ ປະເສີດສີ ຜູ້ ອຳນວຍການ ຕິດຕາມ ດ້ານ ສິດທິ ມະນຸດ ໃນລາວ ຫລື Human Right Watch for Lao Religious Freedom ແຈ້ງຕໍໍ່ ໜັງສືພີມ BosNewsLife ວ່າຫົວ ໜ້າບ້ານ ບ້ານບູ່ຄຳ ເມືອງ ພະລານໄຊ ແລະ ເຈົ້າໜ້າທີ່ ໄດ້ເຂົ້າ ໄປ ຈັບເອົາຜູ້ ສອນ ສາສນາ ຄື ຄຸນພໍ່ ສົມພົງ ສຸພັດໂທ ແລະ ຊາວຄຣິສຈຽນ 6 ຄົນ ໃນຂນະທີ່ ພວກເຂົາເຈົ້າ ກິນ ເຂົ້າທ່ຽງ ຮ່ວມກັນ ຫລັງຈາກ ສິ້ນສຸດ ພິທີ ທາງ ສາສນາ ໃນມື້ວັນ ອາທິດ ທີ 28 ກັນຍາ ນີ້.
ທ່ານ ສີຣິກຸນ ແຈ້ງວ່າ ເຈົ້າໜ້າທີ່ ຖ້ອງຖິ່ນ ໄດ້ມັດມື ແລະ ຂາ ຂອງ ຄຸນພໍ່ ສົມພົງ ເພື່ອ ນຳຕົວໄປ ຍັງ ສະຖານທີ່ ຄຸມຂັງ ບ້ານບູ່ຄຳ ແລະວ່າ ພວກ ສະມາຊິກ ຄົນອື່ນໆ ທີ່ ຖືກຄຸມຕົວ ໄປນັ້ນ ບໍ່ມີການ ມັດມື ແລະ ຂາເລີຍ ຊື່ງໃນນັ້ນມີ ປ້າ ມະນີວັນ ອາຍຸ 60 ປີ ນາງໃຈ ອາຍຸ 56 ປີ ນາງແອນນາ ອາຍຸ 50 ປີ. ສ່ວນ ຜູ້ຊາຍ ອີກ 3 ຄົນ ຄື ທ້າວ ຈັນທະນາມ ອາຍຸ 18 ປີ ທ້າວນຽນ ອາຍຸ 21 ປີ ແລະ ທ້າວ ເພັດສມອນ ອາຍຸ 40 ປີ.
ທ່ານ ສີຣິກຸນ ກ່າວ ຢ້ຳວ່າ ກ່ອນເກີດ ເຫດການ ຈັບກຸມ ຊາວ ຄຣິສຈຽນ ລາວ ຄັ້ງຫລ້າສຸດ ນີ້ ທາງ ເຈົ້າໜ້າທີ່ ທ້ອງຖີ່ນ ກໍໄດ້ ປະກາດ ລ່ວງໜ້າ ກ່ອນແລ້ວ 1 ສັປດາ ວ່າຫ້າມ ບໍ່ໃຫ້ມີ ການໂຮມ ຊຸມນຸມ ຫລື ຈັດພິທີ ທາງ ສາສນາ ຄຣິສຈຽນ ໃນເຮືອນ.
ທ່ານ ສີຣິກຸນ ກ່າວເພີ້ມວ່າ ທາງອົງການ ຕິດຕາມ ການເຄື່ອນໄຫວ ທາງ ສາສນາ ຄຣິສຈຽນ ຫລື HRWLRF ກໍໄດ້ ຮຽກຮ້ອງ ໃຫ້ ທາງການ ລາວ ດຳເນີນ ການ ສືບສວນ ສອບສວນ ເຣື້ອງການ ຈັບ ຊາວ ຄຣິສຈຽນ ກຸ່ມນີ້ ຢ່າງເປັນທັມ.