ຣັຖມົນຕຣີລາວຢູ່ຂ້າງ ຈີນ

ອະວາຣີ
2016.07.19
F-Chansamone ພົນໂທ ຈັນສtsມອນ ຈັນຍາລາດ ຣັຖມົນຕຣີ ກະຊວງປ້ອງກັນປະເທດ ສປປລາວ
Courtesy of Laopost

ພົນໂທ ຈັນສະຫມອນ ຈັນຍາລາດ ຣັຖມົນຕຣີ ກະຊວງປ້ອງກັນ ປະເທດ ສປປລາວ ປະກາດ ສນັບສນູນ ຈີນ ກ່ຽວກັບ ກໍຣະນີ ຂໍ້ຂັດແຍ້ງ ໃນ ທະເລຈີນໃຕ້. ຕາມຣາຍງານ ຂອງ ອົງການຂ່າວ ຊິນຫົວ ຂອງ ທາງການຈີນ.

ພົນໂທ ຈັນສະຫມອນ ຈັນຍາລາດ ປະກາດ ສນັບສນູນຈີນ ໃນເວລາທີ່ ທ່ານພົບປະ ຫາລືກັບ ທ່ານ Xu Qiliang ຮອງປະທານ ຄນະ ກັມມາທິການ ທະຫານ ຂອງຈີນ ເມື່ອວັນຈັນນີ້ ທີ່ ນະຄອນຫຼວງ ປັກກິ່ງ ເມືອງຫຼວງ ຂອງຈີນ.

ພົນໂທ ຈັນສະຫມອນ ຈັນຍາລາດ ກ່າວຢ້ຳກັບ ທ່ານ Xu Qiliang ອີກວ່າ ສປປລາວ ສນັບສນູນ ຈີນ ຕລອດມາ ກ່ຽວກັບ ບັນຫາ ໃນ ທະເລຈີນໃຕ້ ແລະ ລາວ ກໍຢາກໃຫ້ ມີການແກ້ໄຂ ຂໍ້ຂັດແຍ້ງ ນັ້ນຢ່າງ ສັນຕິວິທີ.

ສ່ວນ ທ່ານ Xu Qiliang ໄດ້ກ່າວຍ້ອງຍໍ ສັລເສີນທ່າທີ ອັນຖືກຕ້ອງ ເປັນທັມ ຂອງລາວ ທີ່ປະກາດ ສນັບສນູນ ຈີນ ຢ່າງແຂງຂັນ ກ່ຽວກັບ ບັນຫາ ດັ່ງກ່າວ. ຈີນແລະລາວ ເປັນເພື່ອນບ້ານ ທີ່ ດີຕໍ່ກັນ ເປັນມິດສະຫາຍ ແລະ ເປັນຄູ່່ຮ່ວມມືກັນ ຕລອດມາ. ກອງທັບຈີນ ພ້ອມແລ້ວ ທີ່ຈະຂຍາຍ ການຮ່ວມມື ຢ່າງໃກ້ຊິດ ກັບລາວ ເພື່ອຄວາມໝັ້ນຄົງ ຂອງທັງສອງ ປະເທດ ແລະ ພາກພື້ນ.

ຫລັງຈາກນັ້ນ ພົນໂທ ຈັນສະຫມອນ ຈັນຍາລາດ ກໍຢືນຢັນ ກັບ ນາຍທະຫານ ຈີນ ອີກເທື່ອນຶ່ງ ວ່າ ສປປລາວ ພ້ອມຈະສືບຕໍ່ ຂຍາຍ ການຮ່ວມມື ແລະ ຄວາມສຳພັນ ທາງດ້ານທະຫານ ກັບຈີນ.

ໃນມື້ດຽວກັນ ຣັຖມົນຕຣີ ປ້ອງກັນ ປະເທດລາວ ກໍໄດ້ພົບປະ ຫາລືກັບ ທ່ານ Chang Wanquan ຣັຖມົນຕຣີ ປ້ອງກັນ ປະເທດຈີນ ຊຶ່ງໄດ້ ໃຫ້ຄຳໝັ້ນ ສັນຍາວ່າ ຈະຂຍາຍ ການຮ່ວມມື ຣະຫວ່າງ ສອງກອງທັບ ເພື່ອຮັກສາ ຄວາມໝັ້ນຄົງ ແລະ ການພັທນາ ໃນສອງປະເທດ ລາວແລະຈີນ.

ເມື່ອາທິດທີ່ແລ້ວ ອົງການຂ່າວ ຊິນຫົວ ກໍຣາຍງານວ່າ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ສປປລາວ ກໍໄດ້ພົບປະ ຫາລືກັບ ທ່ານ Li Keqiang ນາຍົກ ຣັຖມົນຕຣີຈີນ ຢູ່ ນະຄອນຫລວງ Alaan Baatar ເມືອງຫລວງ ຂອງ ປະເທດ ມົງໂກເລັຽ ແລະ ໃນໂອກາດນີ້ ນາຍົກ ຣັຖມົນຕຣີລາວ ກໍປະກາດ ສນັບສນູນ ຈີນ ເຊັ່ນກັນ ພ້ອມທັງ ກ່າວຕື່ມວ່າ ສປປລາວ ຈະຮ່ວມມື ກັບຈີນ ເພື່ອຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງ ໃນເຂດ ທະເລຈີນໃຕ້.

ກ່ຽວກັບເຣື່ອງນີ້ ປະກົດວ່າ ຈົນເຖິງປັດຈຸບັນ ສື່ມວນຊົນ ຂອງ ທາງການລາວ ຍັງບໍ່ທັນ ເປີດເຜີຍ ທ່າທີ ຂອງ ທາງການລາວ ຢ່າງ ແຈ່ມແຈ້ງ ເທື່ອ.

ເມື່ອວັນທີ່ 12 ທີ່ຜ່ານມາ ສານໂລກ ຕັດສິນວ່າ ຈີນ ບໍ່ມີສິດ ເປັນເຈົ້າຂອງ ເຂດນ້ຳແດນດິນ ໃນ ທະເລຈີນໃຕ້ ຊຶ່ງເປັນເຂດ ທີ່ ມີຂໍ້ຂັດແຍ້ງ ກັນກັບ ວຽດນາມ ຟີລິບປິ່ນ ໃຕ້ຫວັນ ບຣູໄນ ແລະ ມາເລເຊັຽ ຊຶ່ງ ຕ່າງກໍອ້າງວ່າ ເຂດນ້ຳແດນດິນ ໃນ ບໍຣິເວນນັ້ນ ສ່ວນນຶ່ງ ເປັນກັມມະສິດ ຂອງຕົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.