ສປປລາວ ວ່າກົດໝາຍ ສັນຊາດ ບໍ່ໃຫ້ ສິດໃຜ ພິເສດ

ຈໍາປາທອງ
2017.12.07
F-Justice ກະຊວງຍຸຕິທັມ ສປປ ລາວ
Public Domain / Ministry of Justice, Lao PDR

ການຮັບຜ່ານກົດໝາຍສະບັບປັບປຸງ ວ່າດ້ວຍສັນຊາດລາວ ຢູ່ກອງປະຊຸມສະພາແຫ່ງຊາດ ທີ່ຫາກໍ່ປິດລົງ ເມື່ອບໍ່ດົນມານີ້ ບໍ່ໄດ້ເລັງໃສ່ ໃຫ້ ບຸຣິມະສິດຄົນຊາດໃດ ຫລືປະເທດໃດເລີຍ ບໍ່ວ່າຈະເປັນຄົນວຽດນາມ ຄົນຈີນ ກໍຄືກັນກັບຄົນ ປະເທດອື່ນໆ ຂໍແຕ່ມີ ເງື່ອນໄຂຕາມທີ່ບົ່ງໄວ້ ຢູ່ໃນກົດໝາຍ ໃຜຍື່ນຄຳຮ້ອງມາກ່ອນ ກໍພິຈາຣະນາ ຄົ້ນຄວ້າໃຫ້ກ່ອນ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ສານປະຊາຊົນ ສປປລາວ ທ່ານນຶ່ງ ໃນມື້ວັນທີ 5 ທັນວາ ນີ້:

"ສໍານວນດຽວນີ້ ກະມີໄທ ມີຈີນ ບັງກະລາເທດ ອິນເດັຽ ກະຄົ້ນຄວ້າໄປຕາມຂາເຂົ້າ ໃຜມີເງື່ອນໄຂ ກະເອີ້ນເຂົ້າມາສັມພາດ, ສັມພາດຜ່ານ ກະຖືວ່າໄດ້ ບໍ່ກ່ຽວວ່າສິແມ່ນ ວຽດໃດ໋."

ກົດໝາຍ ວ່າດ້ວຍສັນຊາດລາວ ສະບັບປັບປຸງນີ້ ຫາກເວົ້າເຣື່ອງເນື້ອໃນ ຫລື ຂໍ້ກໍານົດເງື່ອນໄຂຕ່າງໆ ໃນການຮັບເປັນ ສັນຊາດລາວນັ້ນ ທ່ານ ກໍບອກວ່າ ໂດຍພື້ນຖານແລ້ວ ແມ່ນບໍ່ມີຫຍັງປ່ຽນແປງ ຫາກຍັງຖືຕາມ ສະບັບເກົ່າຢູ່. ໃນນັ້ນກໍມີທັງເງື່ອນໄຂ ຄື ຜູ້ມີອາຍຸ 18 ປີ ຂຶ້ນໄປ, ມີສຸຂພາບດີ, ມີວຽກເຮັດງານທໍາ ທີ່ແນ່ນອນ ມີຣາຍໄດ້ທີ່ໝັ້ນຄົງ, ເວົ້າ ຂຽນ ອ່ານ ພາສາລາວໄດ້, ບໍ່ເຄີຍຕ້ອງຄະດີ ມາກ່ອນ, ບໍ່ກ່ຽວຂ້ອງກັບ ຢາເສບຕິດ ທຸກປະເພດ ແລະອຶ່ນໆ ເພາະຕ້ອງການໃຫ້ ບຸກຄົນເຫລົ່ານັ້ນ ເຂົ້າມາພັທນາ ເສຖກິດ-ສັງຄົມ ລາວ ນໍາກັນ ຕໍ່ໄປ.

ອີກຢ່າງນຶ່ງທີ່ສໍາຄັນ ຄືຜູ້ທີ່ຂໍເປັນສັນຊາດລາວ ຕ້ອງໄດ້ຕັດສັນຊາດ ປັດຈຸບັນຂອງຕົນເສັຽກ່ອນ. ທ່ານໄດ້ຍົກ ກໍຣະນີຄົນລາວ ທີ່ເປັນ ສັນຊາດຝຣັ່ງເສດ, ຫາກຢາກໄດ້ ສັນຊາດລາວຄືນ ກໍຕ້ອງໄດ້ຕັດ ສັນຊາດຝຣັ່ງເສດກ່ອນ ຍ້ອນກົດໝາຍລາວ ອະນຸຍາດ ໃຫ້ພົລເມືອງ ລາວ ມີສັນຊາດດຽວ ຄືສັນຊາດລາວ, ບໍ່ຄືກັບບາງປະເທດ ທີ່ອະນຸຍາດໃຫ້ ພົລເມືອງຂອງຕົນ ມີ 2 ຫລືຫລາຍສັນຊາດໄດ້.

ແຕ່ເຖິງຢ່າງໃດກໍຕາມ ສໍາລັບວຽດນາມ ບັນດາຜູ້ນໍາວຽດນາມ ທັງປະທານປະເທສ ນາຍົກຣັຖມົນຕຣີ ແລະເມື່ອມໍ່ໆມານີ້ ຍານາງ Nguyen Thi Kim Ngan ປະທານ ສະພາແຫ່ງຊາດ ວຽດນາມ ກໍຂໍຮ້ອງບັນດາຜູ້ນໍາ ສປປລາວ ໃຫ້ຄວາມສະດສວກ ສະບາຍງ່າຍຂຶ້ນ ໄວຂຶ້ນ ແກ່ຊາວວຽດນາມ ໃນການຂໍສັນຊາດລາວ ແລະສ້າງເງື່ອນໄຂ ອັນດີທີ່ສຸດເທົ່າທີ່ຈະເຮັດໄດ້ ສໍາລັບຊາວວຽດນາມ ຮວມທັງ ທີ່ເຮັດວຽກ ແລະສຶກສາຢູ່ລາວ ນໍາດ້ວຍ.

ກົດໝາຍວ່າດ້ວຍສັນຊາດລາວສະບັບໃໝ່ ເປັນທີ່ຄາດກັນວ່າ ຈະຖືກປະກາດໃຊ້ ໃນທ້າຍປີ 2017 ນີ້. ກົດໝາຍວ່າດ້ວຍສັນຊາດລາວ ສະບັບນີ້ ເປັນສະບັບປັບປຸງ ເທື່ອທີ 2, ປັບປຸງເທື່ອທຳອິດ ເມື່ອປີ 2004 ພາຍຫລັງ 10 ປີ ທີ່ກົດໝາຍ ວ່າດ້ວຍສັນຊາດ ສະບັບທຳອິດ ປີ 1990 ໄດ້ຖືກປະກາດ ໃຊ້ມາແຕ່ປີ 1994.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.