ເດັກນ້ອຍລາວຂາດໂອກາດ ໃນຫຼາຍດ້ານ

ເດັກນ້ອຍລາວ ໃນເຂດ ຊົນນະບົດ ຢູ່ ແຂວງຫຼວງພຣະບາງ
ເດັກນ້ອຍລາວ ໃນເຂດ ຊົນນະບົດ ຢູ່ ແຂວງຫຼວງພຣະບາງ (ນັກຂ່າວພົລເມືອງ)

0:00 / 0:00

ວັນເດັກນ້ອຍສາກົລປີນີ້ ອົງການສະຫະປະຊາຊາດ ໄດ້ກຳນົດເອົາເປັນປີ ແຫ່ງການລົບລ້າງການໃຊ້ແຮງງານເດັກນ້ອຍ ເຊິ່ງໃນ ປະເທດລາວຖືວ່າເປັນນຶ່ງ ໃນປະເທດທີ່ຍັງມີການ ໃຊ້ແຮງງານເດັກນ້ອຍ. ເຊິ່ງໃນວົງຈອນການໃຊ້ແຮງງານເດັກກໍເປັນສ່ວນນຶ່ງ ທີ່ເຮັດໃຫ້ເດັກນ້ອຍລາວ ດ້ອຍໂອກາດໃນການຮໍ່າຮຽນສຶກສາ. ດັ່ງ ຄຣູໂຮງຮຽນປະຖົມສົມບູນ ບ້ານຫ້ວຍແກ້ງ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ກ່າວຕໍ່ເອເຊັຽເສຣີ ວັນທີ 01 ມິຖຸນາ ວ່ານັກຮຽນຊົນເຜົ່າຊັ້ນປະຖົມອາຍຸແຕ່ 6-10 ປີ ຍັງຕ້ອງໃຊ້ແຮງງານ ໃນຄອບຄົວເປັນຕົ້ນ ແມ່ນລ້ຽງນ້ອງແທນ ພໍ່-ແມ່ ທີ່ໄປເຮັດໄຮ່ເຮັດນາ ແຕ່ລະມື້ເປັນເຫດໃຫ້ຂາດໂຮງຮຽນ ຫຼາຍສັປດາ.

"ພໍ່-ແມ່ ຫັ້ນເຂົາເຈົ້າລະບໍ່ເຂົ້າໃຈ ການຮຽນປານໃດມີແຕ່ວ່າ ໂທມາບອກເອົາລູກໄປໄຮ່. ຊິໃຫ້ເອົາລູກມາສົ່ງເລີຍມາຮຽນເລີຍກໍມາ ບອກວ່າເຮົາບໍ່ມີຜູ້ເອົານ້ອງ ເຮົາຂໍ ບໍ່ເອົາລູກໄປໃຫ້ ເດີ້ 2-3 ມື້. ເຮົາບໍ່ອະນຸຍາດກໍເອົາໄປເລີຍຫັ້ນນ່າ ໄປແລ້ວໄປເປັນທິດ ສອງ ອາທິດ ແລ້ວຈັ່ງມາຫັ້ນນ່າ ມີແຕ່ວ່າໃຫ້ລູກຫັ່ນຢູ່ນໍາເອື້ອຍນຳອ້າຍ ຜູ້ອ້າຍກໍຮຽນ ປ.4 ປ.5 ປ.1 ປ.2 ເຂົາເຈົ້າກໍຫວ່າງໄປເລີຍ ຫັ້ນນ່າ ເອີໃຫ້ເອົານ້ອງເດ້."

ຄຣູໄດ້ກ່າວຕື່ມວ່າ ໂຮງຮຽນໄດ້ແກ້ໄຂບັນຫາ ໂດຍໃຫ້ຜູ້ເປັນເອື້ອຍ ເປັນອ້າຍທີ່ມີນ້ອງຍັງນ້ອຍ ສາມາດເອົານ້ອງມາໂຮງຮຽນ ໄດ້. ສ່ວນຄຣູຈະຊ່ອຍລ້ຽງ ເພື່ອບໍ່ໃຫ້ຂາດການຮຽນ ເວລາເສັງຈຶ່ງເສັງຜ່ານ. ສ່ວນຜູ້ປົກຄອງທີ່ເຂົ້າໃຈ ກໍສົ່ງລູກຫຼານມາຮຽນເປັນປົກກະຕິ

ແຕ່ກໍມີບາງຄອບຄົວ ທີ່ຂາດເຂີນກໍຈຳເປັນຕ້ອງໄດ້ ໃຫ້ລູກຊ່ອຍວຽກໃນຄອບຄົວ ເຊິ່ງມັນເຮັດໃຫ້ເດັກຂາດ ໂອກາດໃນການຮຽນ. ຕໍ່ກັບບັນຫາການສຶກສາ ໃນໄລຍະເຊື້ອໂຄວິດ-19 ຣະບາດ ເຈົ້າໜ້າທີ່ຫ້ອງການສຶກສາທິການ ແລະ ກິລາ ເມືອງພິນ ແຂວງ ສວັນນະເຂດ ໄດ້ກ່າວວ່າ ນັກຮຽນທີ່ຄອບຄົວທຸກຍາກ ຢູ່ເຂດຫ່າງໄກສອກຫຼີກ ຈະໄປນໍາພໍ່-ແມ່ ເຮັດໄຮ່ ເຮັດນາ ຜູ້ໃດມີນ້ອງ ກໍເອົານ້ອງ ຫຼື ວ່າລ້ຽງງົວ ເປັນຕົ້ນ.

"ມີແຕ່ໄປນໍາພໍ່ນຳແມ່ ຢູ່ໄຮ່ຢູ່ນາພຸ້ນແຫຼະ ປັຈຈຸບັນນີ້ແຕ່ພັກໂຄວິດ-19 ນີ້ເພາະວ່າໄລຍະພັກໂຄວິດ-19 ນີ້ກໍແມ່ນລົງໄຮ່ລົງນາຫັ້ນນ່າ. ເອີຜູ້ມີນ້ອງກໍເອົານ້ອງໃຫຍ່ໆແດ່ ລ້ຽງງົວ ລ້ຽງຄວາຍໃຫ້ ພໍ່-ແມ່ ຜູ້ເຮັດວຽກບາງຄົນ ກໍປະລະບາງຄົນກໍຮຽນ ບໍ່ທັນກັນຫັ້ນນ່າ."

ທ່ານໄດ້ກ່າວຕື່ມວ່າ ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ເນັ້ນໃສ່ໃຫ້ຜູ້ອຳນວຍການ ປະຈຳໂຮງຮຽນ ແລະ ຄຣູໃຫ້ຕິດຕໍ່ຫາ ຜູ້ປົກຄອງ ເພື່ອໂອ້ລົມໃຫ້ເຂົ້າໃຈ ແລະ ໃຫ້ລູກຫຼານ ພາຍໃນຄອບຄົວ ໄດ້ເຂົ້າຮໍ່າຮຽນເປັນປົກກຕິ.

ທາງແຂວງເຊກອງ ກໍພົບກັບບັນຫາຄ້າຍຄືກັນ ນັກຮຽນອາຍຸແຕ່ 6-10 ປີ ຢູ່ເຂດຫ່າງໄກ່ ມັກປະລະການຮຽນ. ດັ່ງເດັກນ້ອຍປະຖົມ1 ຫາ ປະຖົມ 2 ເວລາພໍ່ແມ່ໄປເຮັດໄຮ່ເຮັດສວນ ພໍ່-ແມ່ ກໍເອົາໄປນຳ ເພາະເຂດຫ່າງໄກ ສ່ວນຫຼາຍບໍ່ມີໂຮງຮຽນ ອະນຸບານ.

"ຄັນຊິເວົ້າເດັກນ້ອຍຫັ້ນແຫຼະ ໄປໄຮ່່ໄປສວນ ນໍາພໍ່ແມ່ແກ່ນ້ອງແກ່ນຸ່ງ ແກ່ຟືນແກ່ຫຼົວ ຖືວ່າຂາດການຮຽນຫັ້ນແຫຼະ ບາງເທື່ອກະ ປະລະການຮຽນຫັ້ນແຫຼະ. ເດັກນ້ອຍໂຕຢ່າງ ເດັກນ້ອຍ ປ.1 ປ.2 ນີ້ພໍ່ແມ່ເຂົາໄປໄຮ່ໄປສວນ ມັນກໍບໍ່ມີໃຜຢູ່ນຳ ເດັກກໍເລີຍເອົາ ລູກເພິ່ນໄປນໍາ ຈັ່ງຊັ້ນນ່າ ເວົ້າແລ້ວເຂດນອກມັນ ບໍ່ມີຕິໂຮງຮຽນ ອັນນັ້ນອະນຸບອກອະນຸບານ ເຂົາກໍໄປເບິ່ງນ້ອງ ເຂົາຢູ່ໄຮ່ຢູ່ສວນນ ຳພໍ່-ແມ່ ຫັ້ນແຫຼະ."

ຄຣູສອນຢູ່ເມືຶອງສະໝ້ວຍ ແຂວງສະລະວັນ ກ່າວວ່າພາຍໃນຊັ້ນຮຽນ ທີ່ຕົນສອນນັ້ນ ຈະເຫັນເດັກຊົນເຜົ່າອາຍຸ 11-12 ປີ ມັກຈະ ປະລະການຮຽນ ຍ້ອນພໍ່-ແມ່ ທຸກຍາກ. ຈຶ່ງໄດ້ໃຫ້ ລູກຊ່ອຍເຮັດວຽກຢູ່ເຮືອນ ຈາກນັ້ນພໍໃຫຍ່ຂຶ້ນມາ ກໍໃຫ້ແຕ່ງດອງເພື່ອຊ່ອຍກັນ ທັມມາຫາກິນ.

"ກ່ຽວກັບການໃຊ້ແຮງງານນີ້ນ່າ ສ່ວນຫຼາຍເດັກນ້ອຍລະແມ່ນ ຜູ້ທີ່ດ້ອຍໂອກາດຫັ້ນແຫຼະ ພໍ່-ແມ່ເຂົາທຸກຍາກບໍ່ມີເງິນ ບໍ່ມີຫຍັງຊິ ສົ່ງເສີມລູກຮຽນ ເຮັດໃຫ້ມີການປະລະ ເຮັດວຽກຢູ່ ເຮືອນຫັ້ນນ່າ ຄວາມໝາຍນ່າບັງຄັບໃຫ້ເອົາຜົວເອົາເມັຽ."

ຄຣູເມືອງສະໝ້ວຍ ໄດ້ກ່າວຕື່ມວ່າ ທີ່ຜ່ານມາພາກສ່ວນກ່ຽວຂ້ອງ ໄດ້ປຸກຣະດົມໃຫ້ຜູ້ປົກຄອງ ເຂົ້າໃຈເຖິງຄວາມສຳຄັນຂອງການ ຮຽນການສຶກສາ ແຕ່ສະພາບໂຕຈິງຜູ້ປົກຄອງ ນັກຮຽນ ກໍບໍ່ໄດ້ປະຕິບັດຕາມ ເນື່ອງຈາກຖານະທຸກຍາກ ບໍ່ມີເງິນທຶນສົ່ງເສີມລູກ.

ເຈົ້າໜ້າທີ່ສະມາຄົມຊ່ອຍເຫຼືອ ນັກຮຽນຢູ່ລາວ ກ່າວວ່າຕົນເອງເຄີຍລົງໄປເຫັນສະພາບໂຕຈິງ ຢູ່ຕ່າງແຂວງນັ້ນບັນຫາ ການໃຊ້ ແຮງງານເດັກນ້ອຍ ຢູ່ລາວ ຍັງເປັນສີ່ງທ້າທາຍ ຕໍ່ການແກ້ໄຂບັນຫາ ພາຍຫຼັງທີ່ເກັບກໍາຂໍ້ມູນ ພົບວ່າຍັງມີເດັກນ້ອຍອາຍຸ 6-10 ປີ ຖືກພໍ່-ແມ່ ປະໃຫ້ຢູ່ເຮືອນ ຕາມລຳພັງ ແລ້ວເດັກຈຳເປັນຕ້ອງໄດ້ ໃຊ້ຟືນໃຊ້ໄຟ ດ້ວຍໂຕເອງເພື່ອ ເຮັດຢູ່ເຮັດກິນ. ອີກທັງເດັກນ້ອຍ ປະລະການຮຽນ ຍ້ອນບໍ່ມີຜູ້ຄົນໃນຄອບຄົວ ເອົາໃຈໃສ່:

"ເຂົາເຈົ້າກໍເຮັດດແບບໃຊ້ຊີວິດ ປົກກະຕິແນວແບບພາສາ ຢູ່ບ້ານແບບເຂົາເຈົ້າ ກໍຊ່ອຍເຫຼືອພໍ່ແມ່ ເຮັດວຽກແຕ່ບາງຄັ້ງເບິ່ງກໍຄືແບບ ຍັງເຮັດວຽກໜັກເກີນໜ້າທີ່ ຫັ້ນນ່າ, ບາງຄອບຄົວ ຫັ້ນນ່າພໍ່-ແມ່ ເຂົາເຈົ້າກໍໄປໄຮ່ບໍ່ຫຼືວ່າໃຫ້ເດັກຢູ່ເຮືອນເອງຫັ້ນນ່າ. ເຂົາເຈົ້າຈະໜຶ້ງ ເຂົ້າເອງບໍ່ ຫຼືວ່າເຮັດເອງບາງອັນ ກໍເຮົາກໍໜ້າເປັນຫ່ວງເວລາທີ່ ເຂົາເຈົ້າໃຊ້ຟືນ ໃຊ້ໄຟ ບາງເທື່ອເຂົາເຈົ້າກໍຢູ່ແຕ່ເດັກນ້ອຍເນາະ. ບໍ່ມີຄົນບອກໃຫ້ເຂົາເຈົ້າ ໄປໂຮງຮຽນ ເຮັດໃຫ້ເຂົາເຈົ້າຂາດໂອກາດ ທາງການສຶກສາແດ່."

ເຈົ້າໜ້າທີ່ໄດ້ກ່າວຕື່ມວ່າ ຕາມທັສນະຂອງຕົນເອງ ທີ່ຈະເຮັດໃຫ້ການໃຊ້ແຮງງານ ຂອງເດັກນ້ອຍຢູ່ລາວ ຍຸຕິລົງແລ້ວເດັກນ້ອຍມີ ໂອກາດທາງການສຶກສານັ້ນ. ທາງພາກສ່ວນ ກ່ຽວຂ້ອງ ເຫັນສະພາບໂຕຈິງແມ່ນ ພໍ່ແມ່ ຜູ້ປົກຄອງເດັກນ້ອຍຂາດຄວາມເຂົ້າໃຈ ໃນການສົ່ງເສີມການຮຽນຂອງລູກ.

ເນື່ອງໃນໂອກາດວັນເດັກນ້ອຍສາກົລປີນີ້ ອົງການສະຫະປະຊາຊາດໄດ້ປະກາດເອົາປີ 2021 ເປັນປີສາກົລແຫ່ງການລົບລ້າງການ ໃຊ້ແຮງງານເດັກ. ເນື່ອງຈາກການໃຊ້ແຮງງານ ເດັກມັກຈະສົ່ງຜົລກະທົບອັນໃຫຍ່ຫຼວງ ໃຫ້ແກ່ການສຶກສາຮໍ່າຮຽນ ຂອງພວກເຂົາ. ຕໍ່ການສ້າງທັກສະຕ່າງໆ ຂອງເດັກຮວມໄປເຖິງຄວາມສາມາດຂອງເດັກ ທີ່ຈະເຂົ້າຜ່ານວົງຈອນ ຄວາມທຸກຍາກໃນອະນາຄົດຮຽນ ໜັງສືບໍ່ຈົບບໍ່ມີວຽກເຮັດວຽກທີ່ດີ.

ເມື່ອວັນທີ 31 ພຶສພາ ຜ່ານມາ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ໄດ້ສົ່ງສານອວຍພອນເນື່ອງໃນໂອກາດ ວັນເດັກສາກົລ ປະຈຳປີ 2021 ບາງຕອນກ່າວວ່າ. ປັຈຈຸບັນວຽກງານການສົ່ງເສີມເດັກ, ປົກປ້ອງເດັກ, ການຕ້ານສະກັດກັ້ນ ແລະ ແກ້ໄຂການໃຊ້ ຄວາມຮຸນແຮງຕໍ່ເດັກນ້ອຍ ໃນໂອກາດຄົບຮອບ 30 ປີ ຂອງສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ວັນຖແລງການວ່າດ້ວຍສິດເດັກ ຄົບຮອບ 60 ປີ. ພ້ອມນີ້ພາກສ່ວນກ່ຽວຂ້ອງ ຈະຈັດຕັ້ງປະຕິບັດສົນທິສັນຍາ ດ້ວຍສິດທິເດັກ ໂດຍ ນໍາໃຊ້ໂອກາດພັທນາ ທ່າແຮງ ຂອງເດັກນ້ອຍລາວ ບັນດາເຜົ່າ ແຕ່ນີ້ຮອດປີ 2030 ເພື່ອບັນລຸເປົ້າໝາຍພັທນາແບບຍືນຍົງ.