ຂ.ຈໍາປາສັກຫ້າມຄຣູອາຈານ ປ່ຽນວຽກ
2017.10.04
ກະຊວງສຶກສາທິການ ແລະກິລາ ສັ່ງຫ້າມບໍ່ໃຫ້ ຄຣູອາຈານ ຢູ່ແຂວງ ຈຳປາສັກ ຍ້າຍໄປເຮັດວຽກ ໃນຂະແໜງການອື່ນ ຫຼື ໄປຕ່າງແຂວງ ຢ່າງເດັດຂາດ ພາຍໃນສົກປີ 2017-18 ຍ້ອນວ່າປັຈຈຸບັນນີ້ ຢູ່ແຂວງຂາດເຂີນ ຄຣູອາຈານເປັນທີ່ສຸດ ຫາກວ່າ ບັນດາຄຣູອາຈານ ຍ້າຍໄປ ເຮັດວຽກ ຢູ່ຂະແໜງການອື່ນ ກໍຈະສົ່ງຜົນ ກະທົບ ຕໍ່ການສອນ ການຮຽນ, ດັ່ງເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງຈຳປາສັກ ກ່າວໃນວັນທີ 3 ຕຸລາ ວ່າ:
"ທາງການຊີ້ນຳຂອງຜູ້ໃຫຍ່ເພິ່ນ ຣັຖມົນຕຣີ ກະຊວງສຶກສາທິການ ເພິ່ນມາໂອ້ລົມ ບໍ່ຢາກໃຫ້ ຄູເຮົາຍົກຍ້າຍ ໃນຊ້ວງທີ່ວ່າຄູເຮົາບໍ່ພຽງພໍນີ້ ໄປຂະແໜງການອື່ນ ແລ້ວກໍຍົກຍ້າຍ ໄປຕ່າງແຂວງ, ເຂົາບຳນານແນ່ ເສັຍຊີວິດແນ່ ເພາະວ່າຊ້ວງນີ້ ເຮົາກໍກຳລັງ ກວດກາເບິ່ງ ຕົວເລກ ຊິອະນຸມັດ ທໍ່ໃດ ກໍຍັງບໍ່ຮູ້ ຕົວເລກຣັຖກອນ ຫັ້ນນ່າ".
ທ່ານກ່າວຕື່ມອີກວ່າ ສາເຫດທີ່ສັ່ງຫ້າມບໍ່ໃຫ້ຄຣູອາຈານ ຍ້າຍໄປຂະແໜງການອື່ນໃນສົກປີ 2017-18 ຍ້ອນວ່າສົກປີ 2016-17 ທີ່ຜ່ານມາ ມີພະນັກງານຄຣູ ທີ່ອອກບຳນານ, ຍ້າຍໄປຂະແໜງການອື່ນ ແລະ ເສັຍຊີວິດ ປະມານ 100 ຄົນ ຊຶ່ງມີຜົນກະທົບ ຕໍ່ສົກຮຽນຂອງປີນີ້.
ເຖິງຢ່າງໃດກໍຕາມ ການຂາດຄຣູສອນ ບໍ່ພຽງແຕ່ຢູ່ແຂວງຈຳປາສັກເທົ່ານັ້ນ ແຕ່ຍັງມີອີກຫຼາຍແຂວງ ໃນທົ່ວປະເທດ ທີ່ປະສົບບັນຫາດຽວກັນ ເປັນຕົ້ນແມ່ນ ແຂວງສະຫວັນນະເຂດ, ຄຳມ່ວນ, ສາລະວັນ ແລະ ຫົວພັນ.