ລາວ-ກຳພູຊາ ຈະອີງໃສ່ ແຜນທີ່ ຝຣັ່ງເສສ
2017.09.15

ທາງການ ສປປລາວ ແລະກຳພູຊາ ກຽມສົ່ງໜັງສື ເຖິງຣັຖບາລ ຝຣັ່ງເສສ ເພື່ອຂໍແຜນທີ່ ຢັ້ງຢືນຊາຍແດນ ຣະຫວ່າງ ລາວ-ກຳພູຊາ ຊຶ່ງຣັຖບາລຝຣັ່ງເສດ ໄດ້ກຳນົດ ແລະແຕ້ມຂຶ້ນ ໃນສມັຍ ສອງປະເທສນີ້ ເປັນເມືອງຂຶ້ນ ແລະ ຂໍເອກກະສານ ຕ່າງໆທີ່ກ່ຽວຂ້ອງ ກັບ ເຣຶ່ອງຊາຍແດນ ກ່ອນທີ່ຈະຮ່ວມກັນ ປັກຫຼັກໝາຍຊາຍແດນ. ຕາມຄຳເວົ້າຂອງ ເຈົ້າໜ້າທີ່ ທາງການລາວ ໃນມື້ວັນທີ 14 ກັນຍາ ນີ້:
"ຕົກລົງກັນແລ້ວ ເຮັດໜັງສືເຖິງຣັຖບາລ ຝຣັ່ງເສດ ໃຫ້ຝຣັ່ງເສດ ຫັ້ນຢັ້ງຢືນໃຫ້ຕື່ມວ່າ ໃນແຜນທີ່ ຂອງຝຣັ່ງຫັ້ນ ແມ່ນເປັນຄືແນວນັ້ນ ພວກເຮົາກະສິ ປະຕິບັດຕາມຫັ້ນ ເພື່ອສິໄກ່ເກັ່ຍ ເຣຶ່ອງໃຫມັນແລ້ວ".
ທ່ານເວົ້າວ່າ ໃນການປັກຫຼັກໝາຍຊາຍແດນ ເທື່ອໃໝ່ນີ້ຈະອີງໃສ່ແຜນທີ່ ຂອງຝຣັ່ງເສດເທົ່ານັ້ນ ຊຶ່ງເມື່ອກ່ອນ ກຳພູຊາ ອີງໃສ່ແຜນທີ່ ຂອງສະຫະຣັຖ ອາເມຣິກາ ນຳທີ່ມີ ຄວາມແຕກຕ່າງກັນ ແຕ່ແຕກຕ່າງກັນ ແນວໃດນັ້ນ ທ່ານກໍບໍ່ຮູ້ ຂໍ້ມູນຄັກແນ່.
ທ່ານກ່າວຕື່ມອີກວ່າ ປັດຈຸບັນ ສະຖານະການ ຢູ່ຕາມຊາຍແດນ ຣະຫວ່າງລາວ ແລະກຳພຊາ ໃນເຂດແຂວງ ອັດຕະປື ກັບແຂວງ ຣັດຕະນະຄີຣີ ມີຄວາມສງົບດີ ປະຊາຊົນທີ່ຢູ່ຕາມ ເຂດຊາຍແດນ ທີ່ບໍ່ຄ່ອຍໝັ້ນໃຈນຳ ສະພາບການນັ້ນ ກໍບໍ່ຢ້ານກົວອີກ.
ໃນການເຈຣະຈາຣະຫວ່າງ ສອງນາຍົກຣັຖມົນຕຣີ ສປປລາວ ແລະກຳພູຊາ ທີ່ກຸງພະນົມເປັນ ເມື່ອວັນທີ 1 ກັນຍາ 2017 ທ່ານທອງລຸນ ສີສຸລິດ ແລະ ທ່ານ ຮຸນ ເຊນ ໄດ້ຕົກລົງກັນ ແກ້ໄຂບັນຫາຊາຍແດນ ແລະມອບໃຫ້ ກະຊວງການຕ່າງປະເທສ ຂອງສອງຝ່າຍ ຮ່ວມກັນ ຮ່າງຈົດໝາຍ ຂໍແຜນທີ່ຊາຍແດນ ແລະເອກກະສານຕ່າງໆ ທີ່ກ່ຽວຂ້ອງ ກັບຊາຍແດນ ຈາກ ປະທານາທິບໍດີ ຝຣັ່ງເສດ ແລະ ໃຫ້ຄະນະ ກຳມະການ ຊາຍແດນ ຂອງແຕ່ລະຝ່າຍ ລົງໄປກວດກາ ພື້ນທີ່ ທີ່ມີການ ຂັດແຍ່ງກັນຢູ່ 4 ຈຸດ, ບ່ອນໃດຕົກລົງ ກັນໄດ້ ກໍໃຫ້ປັກຫຼັກ ໝາຍເລີຍ.