ລາວ, ກຳພູຊາ ຫາລື ບັນຫາ ຊາຍແດນ
2020.03.09

ເຈົ້າໜ້າທີ່ກະຊວງປ້ອງກັນຄວາມສງົບລາວ ແລະ ເຈົ້າໜ້າທີ່ກຊວງພາຍໃນ ຂອງ ກຳພູຊາ ປະຊຸມຫາລືກັນ ກ່ຽວກັບບັນຫາຄວາມສງົບຢູ່ ຊາຍແດນ.
ທ່ານ ວິໄລ ຫຼ້າຄຳຟອງ ຣັຖມົນຕຼີກະຊວງປ້ອງກັນຄວາມສງົບຂອງລາວ ແລະ ທ່ານ ຊາເກັງ ຣັຖມົນຕຼີກະຊວງພາຍໃນຂອງກຳພູຊາ ໄດ້ ຫາລືກັນກ່ຽວກັບການຄວບຄຸມ, ການກວດກາຢາເສບຕິດ, ຕ້ານການຄ້າມະນຸດ, ວຽກງານດ່ານ ຕໍ ມໍ ແລະ ການແລກປ່ຽນການຢ້ຽມຢາມ ເຊິ່ງກັນແລະກັນ.
ທ່ານ ໂສພັນນິດ ໂຄສົກກະຊວງພາຍໃນຂອງກຳພູຊາ ໄດ້ກ່າວວ່າ, ໃນທີ່ປະຊຸມໄດ້ແຈ້ງໃຫ້ກັນຮູ້ກ່ຽວກັບ ຄວາມຄືບໜ້າການປະຕິບັດ ບົດບັນທຶກ ຄວາມຊົງຈຳ ຫລື MOU ທີ່ທັງສອງກະຊວງໄດ້ເຊັນກັນໃນປີ 2019 ທີ່ຜ່ານມາ. ກະຊວງປ້ອງກັນຄວາມ ສງົບຂອງລາວ ແລະກະຊວງພາຍໃນ ຂອງກຳພູຊາ ໄດ້ມີການຮ່ວມມືກັນຫລາຍຂຶ້ນ ນັບແຕ່ມີບັນຫາຂໍ້ພິພາດ ຊາຍແດນລະຫວ່າງ ລາວກັບກຳພູຊາ ໂດຍສະເພາະ ຢູ່ແຂວງຈຳປາສັກ ແລະ ແຂວງອັດຕະປື ຂອງລາວ ທີ່ມີຊາຍແດນຕິດກັບກໍພູຊາ.
ໃນປີ 2019 ທີ່ຜ່ານມາ, ທັງສອງຝ່າຍທັງ ລາວແລະກຳພູຊາ ໄດ້ສົ່ງກຳລັງທະຫານ ໄປປະຈຳຢູ່ເຂດຊາຍແດນ ທີ່ມີຂໍ້ຂັດແຍ່ງກັນ ໃນ ຂະນະທີ່ ປະຊາຊົນລາວ ທີ່ອາໃສ ຢູ່ຊາຍແດນ ກໍບໍ່ສາມາດໄປເຮັດໄຮ່ ເຮັດນາ ຢູ່ເຂດຊາຍແດນໄດ້ ເພາະເຂົາເຈົ້າຢ້ານ ບໍ່ປອດໄພ. ເຈົ້າໜ້າທີ່ເມືອງພູວົງ ແຂວງອັດຕະປື ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ຊາວບ້ານ ເຂົາບໍ່ໄປ ດຽວນີ້ ເບື້ອງເຮົານີ້ ເຂົາກະບໍ່ກ້າແຫລະ ໄປເຂດນັ້ນ ຖືວ່າເຂດນັ້ນ ເຂົາບໍ່ໃຫ້ເຂົ້າໃກ້ນະ ມີແຕ່ວ່າ ບໍ່ໃຫ້ເຄື່ອນໄຫວ ເທື່ອນະ ເຄື່ອນໄຫວຢູ່ໃກ້ໆ ບໍ່ໃຫ້ໃກ້ ເປັນເຂດຄົງຄ້າງ ເຂົາບໍ່ໃຫ້ຜູ້ໃດລ່ວງລ້ຳ."
ການປັກຫລັກໝາຍ ຊາຍແດນລາວ-ກັມພູຊາ ຍັງເຫລືອອີກ 14 ເປີເຊັນ ແລະຈຸດທີ່ຍັງຄົງຄ້າງແມ່ນຢູ່ເຂດ ແກ້ງຕໍມໍຄອຍ-ຫ້ວຍຕະເງົາ ຢູ່ເຂດ ເມືອງພູວົງ ແຂວງອັດຕະປື.
ຫຼ້າສຸດ ໃນວັນທີ 9-10 ກຸມພາ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດຂອງລາວ ໄດ້ເດີນທາງໄປຢ້ຽມຢາມ ກັມພູຊາ ຕາມຄຳເຊີນຂອງ ພຣະບາດສົມເດັດ ນະໂຣດົມ ສີຫະມຸນີ ເຈົ້າມະຫາຊີວິດ ແຫ່ງປະເທດ ກັມພູຊາ ຊຶ່ງນຶ່ງຫົວຂໍ້ ທີ່ມີການປຶກສາຫາລື ແມ່ນເຣື່ອງບັນຫາ ຊາຍແດນ ທີ່ຍັງຄົງຄ້າງຢູ່.
ກ່ຽວກັບ ການແກ້ໄຂ ບັນຫາຊາຍແດນ, ປະມຸກຣັຖ ຂອງທັງສອງປະເທດ ໄດ້ມອບໃຫ້ ພາກສ່ວນ ທີ່ກ່ຽວຂ້ອງ ສອງປະເທດ ຮ່ວມກັນ ປຶກສາຫາລື ກັນ ແລະ ປະຕິບັດຕາມການຕົກລົງຂອງສອງນາຍົກຣັຖມົນຕຼີ ຂອງສອງປະເທດຣະຫວ່າງ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຼີຂອງລາວ ແລະ ທ່ານ ຮຸນແຊນ ນາຍົກຣັຖມົນຕຼີຂອງກຳພູຊາ ໃນໄລຍະຜ່ານມາ.