ລາວ,ກັມພູຊາ ບັນຫາ ຍັງຍືດເຍື້ອ
2018.06.04

ທາງການເມືອງພູວົງ ແຂວງອັດຕະປື ແຈ້ງເຕືອນປະຊາຊົນ 3 ບ້ານ ທີ່ຢູ່ຕິດກັບຊາຍແດນ ລາວ-ກັມພູຊາ ໃຫ້ເຝົ້າຣະວັງ ແລະຕິດຕາມ ສະຖານະການ ຕາມແນວຊາຍແດນ ຢ່າງເຄັ່ງຂັດພ້ອມທັງ ມີຄໍາສັ່ງໃຫ້ປະຊາຊົນບາງຄອບຄົວຂຸດຂຸມລີ້ພັຍ ເພື່ອເປັນບ່ອນ ອາສັຍຊົ່ວຄາວ ໃນກໍຣະນີເກິດເຫດການ ຮຸນແຮງຂຶ້ນ; ຕາມການຊິ້ແຈງຂອງເຈົ້າໜ້າທີ່ ເມືອງພູວົງ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ່ 4 ມິຖຸນານີ້:
“ມີແຕ່ເຝົ້າຣະວັງຕອນນັ້ນ ທ່ານຣັຖມົນຕຣີ ກະຊວງປ້ອງກັນປະເທດ ລົງມາແຈ້ງໃຫ້ປະຊາຊົນກະຕຽມ 3 ບ້ານ ທີ່ຕິດກັບຊາຍແດນ ກັມພູເຈັຍຫັ້ນ ເຂດທີ່ມີບັນຫາ ຂໍ້ຂັດແຍ້ງທາງດ້ານຊາຍແດນ ໃຫ້ຄອບຄົວນຶ່ງຂຸດຂຸມ ເພື່ອລີ້ພັຍ ບາດມັນມີບັນຫາເກິດຂື້ນ.”
ທ່ານກ່າວຕື່ມວ່າ 3 ບ້ານ ທີ່ວ່ານີ້ຢູ່ຕິດເຂດຊາຍແດນ ລາວ-ກັມພູຊາ ຄື;ບ້ານນໍ້າກົງ, ບ້ານວົງລະຄອນ, ແລະບ້ານວຽງໄຊ ຊຶ່ງມີປະຊາຊົນ ຢູ່ອາສັຍຫລາຍພັນຄົນ ຫາກບັນຫາຂັດແຍ້ງເພີ້ມທະວີຂຶ້ນ ທາງການໄດ້ຕຽມແຜນໃຫ້ປະຊາຊົນ ພ້ອມທີ່ຈະຍົກຍ້າຍ ອອກຈາກພື້ນທີ່ ຢ່າງປອດພັຍແຕ່ປັຈຈຸບັນ ຍັງບໍ່ມີທ່າທີໃດໆ ວ່າຈະເກິດເຫດຮຸນແຮງຂຶ້ນ.
ຢ່າງໃດກໍຕາມເຈົ້າໜ້າທີ່ທ່ານນີ້ ຢືນຢັນວ່າ ສະຖານະການຊາຍແດນ ລາວ-ກັມພູຊາ ຢູ່ເຂດເມືອງພູວົງ ຍັງບໍ່ສງົບປານໃດ ເນື່ອງຈາກ ທະຫານທາງສອງຝ່າຍ ຕ່າງກໍຄຸ້ມຄອງພື້ນທີ່ ຂອງໃຜລາວຢ່າງເຄັ່ງຄັດ ແຕ່ກໍບໍ່ໄດ້ ສົ່ງຜົນກະທົບໃຫ້ປະຊາຊົນ ມີຄວາມຢ້ານກົວ ພໍເທົ່າໃດ ແຕ່ລະຄອບຄົວ ຍັງໃຊ້ຊີວິດ ທໍາມາຫາກິນ ແບບປົກຕິ ເຖິງແມ່ນວ່າທີ່ຜ່ານມາ ທະຫານຝ່າຍກັມພູຊາ ຈະຊ້ອມຣົບຢູ່ກໍຕາມ.
ເມື່ອບໍ່ດົນມານີ້ ທ່ານ ມຸນ ສາເຣືອນ ເຈົ້າແຂວງ ແຂວງຊຽງແຕງ ກັມພູຊາ ໄດ້ເດີນທາງ ເຂົ້າມາຫາລືກັນກັບ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ແຂວງອັດຕະປື ແຕ່ບໍ່ມີຣາຍງານວ່າ ທັງສອງຝ່າຍ ໄດ້ຫາຣືກັນ ກ່ຽວກັບບັນຫາຫຍັງແດ່.
ສະຖານະການ ຂໍ້ຂັດແຍ້ງ ລາວ-ກັມພູຊາ ຍັງບໍ່ມີທ່າທີວ່າ ຈະຈົບລົງດ້ວຍສັນຕິວິທີ ເຖິງແມ່ນວ່າ ເມື່ອປີທີ່ຜ່ານມາ ທັງສອງຝ່າຍໄດ້ ຂຽນໜັງສື ໄປຂໍແຜນທີ່ຊາຍແດນ ຈາກຣັຖບານຝຣັງເສດ ເພື່ອນໍາມາໃຊ້ ໃນການແບ່ງເຂດຊາຍແດນ ແຕ່ມາຮອດປັຈຈຸບັນ ຍັງບໍມີ ຄວາມຄຶບໜ້າໃດໆ ກ່ຽວກັບບັນຫາ ເຣື້ອງ ແບ່ງເຂດເທື່ອ.