ລາວ,ກໍາພູຊາ ບັນຫາ ຊາຍແດນ ຄ້າງຄາ
2018.12.13

ເສັ້ນຊາຍແດນຣະຫວ່າງ 2 ປະເທສ ລາວ,ກໍາພູຊາ ຢູ່ບໍຣິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ທີ່ຍັງມີຂໍ້ຂັດແຍ່ງກັນນັ້ນ ແຕ່ລະຝ່າຍມີຫຼັຖານ ອ້າງອີງແຕກຕ່າງກັນ ຄືຝ່າຍ ສປປລາວ ອີງໃສ່ເອກກະສານ ແລະແຜນທີ່ ທີ່ຝັ່ງເສສແຕ້ມຂຶ້ນ ໃນສໄມສອງປະເທສ ນີ້ເປັນເມືອງຂຶ້ນ ແລະຝ່າຍກໍາພູຊາ ອີງໃສ່ແຜນທີ່ ທີ່ສະຫະຣັຖອາເມຣິກາ ແຕ້ມຂຶ້ນຕາມພາຍຫລັງ.
ແຕ່ກໍຍັງດີ ທີ່ໃນຣະຫວ່າງການເຈຣະຈາເມື່ອວັນທີ 1 ກັນຍາ 2017 ຣັຖບາລຂອງສອງປະເທສນີ້ ໄດ້ຕົກລົງກັນວ່າ ຈະຮ່ວມກັນຂຽນ ຈົດໝາຍ ເຖິງປະທານາທິບໍດີ ຝຣັ່ງເສສ ຂໍເອກສານຕ່າງໆ ທີ່ກ່ຽວຂ້ອງ ກັບການກຳນົດເສັ້ນຊາຍແດນ ຣະຫວ່າງສອງປະເທສ ເພື່ອນຳໃຊ້ ເປັນຂໍ້ມູນ ຫລັກຖານໃນການແກ້ໄຂບັນຫາ ຊາຍແດນ ຊຶ່ງອາຈລວມທັງແຜນທີ່ ມາດຕຣາສ່ວນ 1/100,000, ຊຶ່ງມາຮອດຂນະນີ້ ທັງສອງຝ່າຍກໍຍັງບໍ່ເປີດເຜີຍ ໃຫ້ສາທາຣະນະຊົນຮູ້ວ່າ ໄດ້ຂຽນຈົດໝາຍ ທີ່ວ່ານັ້ນໄປແລ້ວຫລືບໍ່ ຫລືວ່າໄດ້ຮັບແຜນທີ່ ແລະເອກກະສານ ທີ່ໄດ້ຂໍໄປນັ້ນແລ້ວ ຫລືຍັງ. ແຕ່ຕາມຄໍາເວົ້າຂອງເຈົ້າໜ້າທີ່ອາວຸໂສ ກະຊວງການຕ່າງປະເທສ ສປປລາວ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 10 ທັນວາ ນີ້ແລ້ວແມ່ນວ່າ ຍັງບໍ່ທັນໄດ້ຮັບ, ຍັງລໍຖ້າຢູ່.
ກ່ຽວກັບການແກ້ໄຂບັນຫາຊາຍແດນ ຣະຫວ່າງສອງປະເທສ ສປປລາວ ແລະກໍາພູຊານີ້ ຫລາຍຄົນເວົ້າວ່າ ເຖິງແມ່ນທັງສອງຝ່າຍໄດ້ແຜນທີ່ ແລະ ເອກກະສານທີ່ກ່ຽວຂ້ອງ ຈາກຣັຖບາລຝຣັ່ງເສສມາ ແຕ່ບັນຫານີ້ກໍຍັງຈະບໍ່ໄດ້ຮັບ ການແກ້ໄຂໄດ້ງ່າຍ ຍ້ອນວ່າ ທັງສອງຝ່າຍໄດ້ ເຈຣະຈາແກ້ໄຂ ມາຫຼາຍຄັ້ງແລ້ວ ທັງ ຣະດັບນາຍົກຣັຖມົນຕຣີ ກໍ 5 ຄັ້ງ ຄືຄັ້ງທີ 1 ຢູ່ກຸງພະນົມເປັນ ເມື່ອວັນທີ 10 ພຶສພາ 2017, ຄັ້ງທີ 2 ຢູ່ນະຄອນຫຼວງວຽງຈັນ ໃນມື້ວັນທີ 12 ສິງຫາ 2017; ຄັ້ງທີ 3 ທີ່ກຸງພະນົມເປັນ ໃນມື້ວັນທີ 1 ກັນຍາ 2017; ຄັ້ງທີ 4 ທີ່ກຸງຮ່າໂນ້ຍ ເມື່ອວັນທີ 13 ກັນຍາ 2018 ແລະຄັ້ງທີ 5 ຄືຄັ້ງລ້າສຸດ ທີ່ນະຄອນຫຼວງວຽງຈັນ ໃນມື້ວັນທີ 5 ທັນວາ 2018 ນີ້, ທັງຣະດັບກະຊວງການ ຕ່າງປະເທສ, ຣະດັບແຂວງ ແລະທັງຄນະກັມມະການຊາຍແດນ ຂອງສອງປະເທສ ແຕ່ບັນຫານີ້ ກໍຍັງບໍ່ໄດ້ຮັບການແກ້ໄຂ ໃນເມື່ອຝ່າຍ ກໍາພູຊາຖືວ່າ ການເຈຣະຈາເປັນພຽງການເຈຣະຈາ, ແຕ່ການເຄື່ອນຍ້າຍທັບ ຂອງກໍາພູຊາຢູ່ໃນເຂດແດນ ຂອງກໍາພູຊາ ຈໍາເປັນຕ້ອງມີ ການດໍາເນີນໄປ ຕາມແຜນການ”.ຕາມຄໍາເວົ້າ ຂອງທາງການກໍາພູຊາ ທີ່ຂຽນໄວ້ຢູ່ໃນປຶ້ມປວັດສາຍພົວພັນ ຣະຫວ່າງ ກໍາພູຊາແລະລາວ.
ເວົ້າເຖິງເຂດທີ່ຍັງເປັນບັນຫາຄົງຄ້າງ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ກ່າວພາຍຫຼັງເຈຣະຈາ ກັບ ທ່ານ ຮຸນ ເຊນ ນາຍົກ ຣັຖມົນຕຣີ ກຳພູຊາ ເທື່ອລ້າສຸດນີ້ວ່າ:
"2 ນາຍົກໄດ້ເປັນເອກກະພາບກັນວ່າ ແກ້ງຕໍມໍຄອຍ ແລະຕະເງົານັ້ນຍັງເປັນເຂດທີ່ຄົງຄ້າງ ຍັງບໍ່ທັນໄດ້ຮັບການແກ້ໄຂ ຍັງບໍ່ທັນໄດ້ ຮັບການ ປັກຫລັກຊາຍແດນ."
ແລະທ່ານ ຮຸນ ເຊນ ກໍກ່າວຜ່ານລ່າມແປພາສາ ເຖິງບັນຫາຊາຍແດນ ທີ່ຍັງບໍ່ທັນໄດ້ ຮັບການແກ້ໄຂນັ້ນວ່າ:
"ບັນຫາຊາຍແດນນີ້ ຄື ພນະທ່ານ ທອງລຸນ ໄດ້ຍົກຂຶ້ນ ພື້ນທີ່ຫ້ວຍຕາເງົາ ຖືວ່າເປັນພື້ນທີ່ ທີ່ຍັງບໍ່ທັນໄດ້ແກ້ໄຂ."
ແລະຕາມຄໍາເວົ້າຂອງເຈົ້າໜ້າທີ່ອາວຸໂສ ກະຊວງການຕ່າງປະເທສ ທ່ານດຽວ ກັນນີ້ກໍວ່າ:
"ເຂດຊາຍແດນທີ່ຍັງຄົງຄ້າງ ຣະຫວ່າງລາວແລະກໍາພູຊາ ໃນຂນະນີ້ ແມ່ນມີຢູ່ບໍຣິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ແຫ່ງດຽວ."
ບໍຣິເວນແກ້ງ ຕໍມໍຄອຍ-ຫ້ວຍຕະເງົາ ເປັນບໍຣິເວນຄົງຄ້າງ ຊຶ່ງ ທ່ານ ຮຸນ ເຊນ ກ່າວວ່າ ຕ້ອງໃຫ້ຢູ່ໃນ ສະພາບ 3 ເງື່ອນໄຂ ຊຶ່ງໃນນັ້ນ ທ່ານກ່າວເຖິງເງື່ອນໄຂ ຂໍ້ທີ 3 ຜ່ານລ່າມແປພາສາວ່າ:
"ແລະຂໍ້ທີ 3 ກໍອ່າ ມີການ ອ່າ ລາດຕະເວນຮ່ວມກັນ."
3 ເງື່ອນໄຂ ທີ່ຣັຖບາລຂອງສອງປະເທສ ໄດ້ຕົກລົງເປັນເອກກະພາບກັນ ສໍາລັບສະຖານະພາບ ຢູ່ໃນບໍຣິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ນັ້ນຄື:
1. ບໍ່ໃຫ້ມີກຳລັງທະຫານ.
2. ບໍ່ໃຫ້ມີປະຊາຊົນອາໃສຢູ່ ຫຼື ດຳເນີນທຸຣະກິດ.
3. ໃຫ້ມີການກວດກາຮ່ວມກັນ ທັງທາງບົກ ທາງນ້ຳ ແລະທາງອາກາດ, ການກວດກາຮ່ວມສອງຝ່າຍ ໂດຍການໃຊ້ກຳລັງຄົນ ຫຼື ການໃຊ້ເຮືອບິນບໍ່ມີຄົນຂັບ Drone.
ສອງຝ່າຍເຫັນດີໃຫ້ຮັກສາສະຖານະພາບເດີມ ໃນບໍຣິເວນຊາຍແດນ ທີ່ຍັງຄົງຄ້າງ ໂດຍປາສຈາກ ສິ່ງປຸກສ້າງຕ່າງໆ ທີ່ພາໃຫ້ມີ ການປ່ຽນແປງ ຈົນກວ່າສອງຝ່າຍຈະສຳເຣັດການສຳຣວດ ແລະປັກຫຼັກໝາຍຊາຍແດນ.
ບັນຫາຊາຍແດນລາວ-ກໍາພູຊາ ມີມາຕັ້ງແຕ່ດົນ ເປັນຕົ້ນພາຍຫລັງໄດ້ມີການ ສ້າງຕັ້ງ ສປປລາວ ມານີ້ ຄວາມຂັດແຍ່ງຣະຫວ່າງ 2 ປະເທສ ຍິ່ງຖືກເຜີຍແບອອກ ນັບຕັ້ງແຕ່ຣັຖບາລຂອງແຕ່ລະຝ່າຍ ຕ່າງກໍມີທັສນະແຕກຕ່າງກັນ ແລະກ່າວຫາຊຶ່ງກັນແລະກັນ ວ່າ ເປັນຜູ້ລະເມີດເຂດນໍ້າດິນແດນຂອງຕົນ.
ຝ່າຍກໍາພູຊາກ່າວຫາ ສປປລາວ ວ່າ ຂຸດຫລຸມກໍ້າບັງ ຫລືບັງເກີ ແລະໄດ້ຕຽມພ້ອມສູ້ຮົບ ໃນເຂດ O Alai ມາຕັ້ງແຕ່ເດືອນ ເມສາ 2017 ແລະວ່າ ການກະທໍາດັ່ງກ່າວ ຂັດກັບກົດບັດສະຫະປະຊາຊາດ ແລະກົດບັດຂອງອາຊຽນ ຊຶ່ງລາວ ແລະກໍາພູຊາ ກໍເປັນສະມາຊິກ ຄືກັນ ແລະທັງເວົ້າວ່າ ຝ່າຍລາວ ໃຊ້ກອງທັບ ທີ່ປະກອບອາວຸດເບົາ ທຸກຢ່າງ ເຂົ້າໄປໃນດິນແດນກໍາພູຊາ ຊຶ່ງເປັນປະເທສ ທີ່ມີອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ; ຕາມຄໍາເວົ້າໃນເອກກະສານ ທາງການກຳພູຊາ.
ກຳພູຊາກ່າວຫາວ່າ ສປປລາວ ລ່ວງລ້ຳອະທິປໄຕຂອງຕົນ ແລະທັງສົ່ງກຳລັງທະຫານເຂົ້າມາ ປະຈຳການເພີ້ມຂຶ້ນຕື່ມອີກ, ເຮັດໃຫ້ທ່ານ ຮຸນ ເຊນ ຍື່ນຄຳຂາດ ໃນມື້ວັນທີ 11 ສິງຫາ 2017 ໃຫ້ຣັຖບາລ ສປປລາວ ຖອນກຳລັງທະຫານ ອອກຈາກຈາກເຂດ ທີ່ທ່ານອ້າງວ່າເປັນ ອະທິປະໄຕຂອງກຳພູຊາ ນັ້ນ ພາຍໃນ 6 ມື້ ຄືໃນມື້ວັນທີ 17 ສິງຫາ, ບໍ່ດັ່ງນັ້ນຈະດຳເນີນ ການທາງທະຫານ. ຕໍ່ຄຳຂາດຄືດັ່ງກ່າວ ກອງກຳລັງທະຫານຝ່າຍ ສປປລາວ ກໍໄດ້ຖອນອອກຈາກຫ້ວຍອາໄລ.
ໃນຂນະດຽວກັນ ສປປລາວ ກໍກ່າວຫາຝ່າຍກຳພູຊາວ່າ ບໍ່ເຄົາຣົບ, ບໍ່ປະຕິບັດແລ້ວບໍ່ແລ້ວ ຍັງຝ່າຝືນຂໍ້ຕົກລົງນໍາກັນອີກ ຊຶ່ງເປັນສາເຫດ ທີ່ເຮັດໃຫ້ເກີດ ສະຖານະການເຄັ່ງຕຶງຢູ່ຕາມ ບໍຣິເວນຊາຍແດນນັ້ນ.
ຝ່າຍລາວກ່າວຫາວ່າ ເລີ້ມແຕ່ຕົ້ນເດືອນກຸມພາ 2017 ມາ ກອງທະຫານຊ່າງ ແສງກຳພູຊາ ໄດ້ກໍ່ສ້າງເສັ້ນທາງລຽບຕາມແຄມເຊກອງ ຫຍັບເຂົ້າໄປຫາບໍຣິເວນ ແກ້ງຕໍມໍຄອຍ-ຫ້ວຍຕະເງົາ ແລະໄດ້ຈັດວາງກຳລັງ ໄປພ້ອມເປັນຈຸດໆໄປ. ທາງການລາວ ເວົ້າຢູ່ໃນເອກກະສານ ທາງການຂອງຕົນວ່າ ມາເຖິງປັດຈຸບັນ ຝ່າຍກຳພູຊາ ນອກຈາກຈະບໍ່ປະຕິບັດຕາມຄໍາຕົກລົງ ຂອງສອງນາຍົກຣັຖມົນຕຣີແລ້ວ ກໍຍັງໄດ້ ດໍາເນີນການເຄື່ອນໄຫວ ຢ່າງແຂງຂັນ ແລະຕໍ່ເນື່ອງ ຢູ່ບໍຣິເວນ ແກ້ງຕໍມໍຄອຍ-ຫ້ວຍຕະເງົາ ຊຶ່ງເປັນຈຸດຄົງຄ້າງ ອັນໄດ້ເຮັດໃຫ້ ສະຖານະການ ຢູ່ຕາມບໍຣິເວນດັ່ງກ່າວເຄັ່ງຕຶງ. ໃນນັ້ນຝ່າຍກໍາພູຊາ ໄດ້ນໍາໃຊ້ພາຫະນະຂົນສົ່ງ ເຄື່ອນຍ້າຍກໍາລັງທະຫານ, ອາວຸດ ແລະສະບຽງອາຫານຢ່າງເປັນປະຈໍາ ທັງທາງບົກແລະທາງນໍ້າ,ມີການເຄື່ອນຍ້າຍ ກໍາລັງທະຫານ ເຂົ້າ-ອອກບໍຣິເວນດັ່ງກ່າວເປັນຈໍານວນ ຫລວງຫລາຍ ແລະ ໄດ້ຈັດວາງກໍາລັງທະຫານ ຢູ່ແກ້ງຕໍມໍຄອຍ-ຫ້ວຍຕະເງົາ, ຝ່າຍກໍາພູຊາໄດ້ເຄື່ອນໄຫວ ລາດຕະເວນຫ້າມບໍ່ໃຫ້ ປະຊາຊົນລາວ ທໍາມາຫາກິນຢູ່ລໍານໍ້າເຊກອງ, ຫ້າມ ບໍ່ໃຫ້ໄປ ເກັບກ່ຽວຜົລຜລິດ ແລະລ້ຽງສັດຢູ່ໃນບໍຣິເວນດັ່ງກ່າວ.
ຍິ່ງໄປກວ່ານັ້ນ ກໍາພູຊາ ຍັງໄດ້ບຸກເບີກ ແລະທໍາລາຍຮ່ອງຮອຍນາເຮື້ອ, ໄຮ່ເຮື້ອ ທີ່ເປັນຫລັກ ຖານຢັ້ງຢືນເຖິງເຂດທໍາມາຫາກິນ ຂອງປະຊາຊົນລາວຢູ່ບໍຣິເວນນັ້ນ, ໄດ້ນໍາເອົາພາຫະນະກົນຈັກ ໜັກເຂົ້າໄປ ແລະໄດ້ບຸກເບີກພູມີປະເທສຕົວຈິງ ເພື່ອກໍ່ສ້າງ ເສັ້ນທາງແຕ່ຫ້ວຍອາໄລ ໄປຫາ ແກ້ງກະໂຕມ, ແຕ່ຫ້ວຍອາໄລ ໄປຫາທິດໃຕ້ຂອງຫ້ວຍຕະເງົາ ແລະຫາຍອດ ຫ້ວຍຕະເງົາ, ໄດ້ສ້າງຂົວຂ້າມນໍ້າ ຢູ່ບໍຣິເວນດັ່ງກ່າວຈໍານວນ 5 ແຫ່ງ ແລະໄດ້ໃຊ້ຍົນບໍ່ມີຄົນຂັບ ຫລື Drone ບິນເລິກເຂົ້າມາ ໃນດິນລາວ ຢູ່ ເຂດເມືອງສະໜາມໄຊ ແຂວງອັດຕະປືຫລາຍຄັ້ງ.
ໃນການແກ້ໄຂບັນຫາດັ່ງກ່າວ ທັງສອງຝ່າຍກໍໄດ້ເຈຣະຈາກັນຫລາຍຄັ້ງຫລາຍ ຣະດັບຄືທີ່ເວົ້າມາ. ແລະໃນຄັ້ງລ້າສຸດ ເມື່ອວັນທີ 5 ທັນວານີ້ ກໍຕົກລົງກັນໄດ້ກ່ຽວກັບ ທິດທາງການແກ້ໄຂບັນຫາ ຄົງຄ້າງຢູ່ບໍຣິເວນ ແກ້ງຕໍມໍຄອຍ-ຫ້ວຍຕະເງົາ ຊຶ່ງທ່ານ ທອງລຸນ ກ່າວວ່າ ໄດ້ເນັ້ນເຖິງການປະຕິບັດ ຂໍ້ຕົກລົງທີ່ທັງສອງຝ່າຍ ເປັນເອກກະພາບກັນ:
"ພວກເຮົາທັງສອງໄດ້ເນັ້ນເຖິງການ ຈັດຕັ້ງປະຕິບັດຂໍ້ຕົກລົງຂອງສອງນາຍົກ ໃນຣະຍະທີ່ຜ່ານມາ ກໍຄືມື້ນີ້ໃຫ້ໄດ້ຮັບ ຜົລສໍາເຣັດ."
ໃນການແບ່ງເຂດຊາຍແດນຣະຫວ່າງ 2 ປະເທສນີ້ ທັງສອງຝ່າຍເຫັນດີເປັນເອກກະພາບນໍາກັນ ຢ່າງເຕັມສ່ວນ ໃນການຍອມຮັບຫລັກການ ທີ່ບໍ່ປ່ຽນແປງ ຂອງເສັ້ນຊາຍແດນ ຕາມແຜນທີ່ ທີ່ພວກລ່າເມືອງຂຶ້ນຝຣັ່ງເສສ ແຕ້ມເອົາໄວ້ - ຕາມຄໍາເວົ້າ ຢູ່ໃນເອກກະສານ ທາງການກໍາພູຊາ.