ລາວ,ໄທ ປະຊຸມຫາລື ບັນຫາ ຊາຍແດນ
2018.01.26
ຣະຫວ່າງວັນທີ 17-19 ເດືອນມົກຣາ ປີ 2018 ທີ່ບາງກອກປະເທດໄທ ໄດ້ມີກອງປະຊຸມ ຄນະກັມມະການ ຮ່ວມຊາຍແດນ ລາວ-ໄທ ຄັ້ງທີ 11 ຂື້ນຢ່າງເປັນທາງການ ຝ່າຍລາວນຳໂດຍ ທ່ານ ສເລີມໄຊ ກົມມະສິດ ຣັຖມົນຕຣີກະຊວງຕ່າງປະເທດລາວ ແລະຝ່າຍໄທນຳ ໂດຍ ທ່ານ ດອນ ປະມັດວິໄນ ຣັຖມົນຕຣີກະຊວງການຕ່າງປະເທດໄທ.
ກອງປະຊຸມດັ່ງກ່າວໄດ້ຮອງຮັບເອົາຜົລການສຳຣວດ ແລະປັກຫລັກຫມາຍຊາຍແດນທາງບົກ ແລະທາງນ້ຳ ຮ່ວມລາວ,ໄທ ທີ່ເລີ້ມເຮັດວຽກ ມາຕັ້ງແຕ່ວັນທີ 21 ທັນວາ ປີ 2014 ຮອດວັນທີ 31 ເດືອນກໍຣະກະດາ ປີ 2017, ວຽກງານສຳຄັນທາງບົກ ແມ່ນສຳຣວດແລະກຳນົດຫຼັກ ເຂດແດນ ໃນບໍຣິເວນແກ້ງຜາໃດ, ການສ້ອມແປງຫລັກຫມາຍເລກທີ 2-05 ທີ່ຖືກທຳລາຍ,
ການເຮັດບົດຊີ້ແຈງເຫດຜົລ ການຂີດເສັ້ນປັນນ້ຳບໍຣິເວນພູຝາໝົ່ນ ຂີດເສັ້ນຊາຍແດນແບບຂນານ ບໍຣິເວນຊ່ອງທາງບ້ານຮວກກັບກິ່ວຫຼັກ, ການສຳຣວດເກັບລາຍລະອຽດແລະແຕ້ມແຜນຝັງບໍຣິເວນຫລັກຫມາຍ ຊາຍແດນ ເລກທີ 33-34, ການດຳເນີນ ການສຳຣວດເພີ້ມຕື່ມ ບໍຣິເວນສາມຫມູ່ບ້ານ ຂອງຄນະອະນຸກັມມະການຮ່ວມ ລາວ,ໄທ, ຜົລການສຳຣວດ ເກັບກຳຂໍ້ມູນໂຕຈິງ ຕາມລຳນ້ຳເຫືອງ, ຜົລການສ້າງ ແຜນທີ່ໃນອັຕຣາສັດສ່ວນ( 1ຕໍ່5ພັນ) 1:5000 ບໍຣີເວນຫ້ວຍໂດນ, ຜົລການສຳຣວດເພີ້ມຕື່ມ ບໍຣິເວນທົ່ງຫນອງບົວ ຂອງຄນະອະນຸ ກັມມະການເທັກນິກ ແລະຮັບຮອງເອົາການກວດກາ ປັບປຸງຈຸດເຂດແດນສຳຣວດ ໂດຍໃຊ້ GPS ຈາກດາວທຽມ.
ສຳລັບເສັ້ນ ເຂດແດນລາວ,ໄທ ທາງນ້ຳ ກອງປະຊຸມໄດ້ຮັບຮູ້ເຖິງ:
1-ຜົລການສ້າງແຜນທີ່ ແມ່ນ້ຳຂອງສະບັບໃຫມ່ ໃນອັດຕຣາສັດສ່ວນ 1:25000 ຈຳນວນ 115 ເລກຫມາຍ.
2-ຜົລການດຳເນີນການຖ່າຍທອດເສັ້ນຊາຍແດນລົງໃນແຜນທີ່ ແມ່ນ້ຳຂອງສະບັບໃຫມ່ ມາຕສ່ວນ 1:25000.
3-ຜົລການດຳເນີນການສຳຣວດວັດແທກ ດ້ວຍເຄື່ອງຮັບສັນຍານດາວທຽມ ຫລື GPS ຕາມຝັ່ງແມ່ນ້ຳຂອງເບື້ອງຝັ່ງໄທ ທັງຫມົດຈຳນວນ 167 ຈຸດ.
ນອກຈາກນັ້ນ ໃນກອງປະຊຸມເທື່ອນີ້ ທັງສອງຝ່າຍຍັງໄດ້ຮ່ວມກັນ ພິຈາຣະນາແກ້ໄຂບັນຫາຊາຍແດນ ທີ່ຍັງຄ້າງຄາຢູ່ໃຫ້ຫນ້ອຍລົງ ໂດຍ ໄດ້ວາງແຜນ ປະຕິບັດ ໃນປີ 2018-19 ຊື່ງໄດ້ມອບໃຫ້ ຄນະກັມມະການອາວຸໂສ ສຳຣວດເພີ້ມຕື່ມ ສະພາບໂຕຈິງ ໃນສາມບໍຣິເວນດັ່ງ; 1-ບໍຣິເວນພູຝາຫມົ່ນ, 2- ບໍຣິເວນສາມບ້ານແລະ 3-ບໍຣິເວນຕົ້ນກຳເນີດນ້ຳເຫືອງ
ໃນຂນະດຽວກັນກໍໄດ້ມອບຫມາຍໃຫ້ ຄນະປະຕິບັດງານຮ່ວມ ທາງດ້ານກົດຫມາຍສືບຕໍ່ ປືກສາຫາລືກັນສອງຝ່າຍ ເພື່ອຊອກຊ່ອງທາງ ແກ້ໄຂຈຸດທີ່ຍັງຄ້າງຄາ ໃຫ້ຫລຸດຫນ້ອຍລົງ ຫລືຫມົດໄປ ຊື່ງການປັກຫມາຍເຂດທາງບົກ ມີກຳນົດໃຫ້ແລ້ວ ພາຍໃນ ປີ 2020 ແລະ ທາງນ້ຳ ໃຫ້ສຳເຣັດໃນປີ 2021. ແຕ່ນັກວິເຄາະເວົ້າວ່າ ອາດຈະໃຊ້ເວລາຫລາຍກວ່ານັ້ນ ຍ້ອນວ່າ ຍັງມີຄວາມຂັດແຍ່ງກັນ ໃນຫລາຍຈຸດ ແຕ່ລະຈຸດ ເປັນບັນຫາຫລໍ່ແຫລມ ຍາກທີ່ຈະແກ້ໄຂກັນໄດ້.
ການປັກຫລັກຫມາຍທາງບົກໄດ້ເລີ້ມມາຕັ້ງແຕ່ວັນທີ 5 ພຶສພາ ປີ 1997 ຈົນຮອດປັດຈຸບັນ ລວມຄວາມຍາວ ຂອງເສັ້ນຊາຍແດນທາງບົກ ຣະຫວ່າງລາວກັບໄທ ທີ່ສຳເຣັດໄປແລ້ວປະມານ 676 ກິໂລແມັດ ຫລືປະມານ 93% ຂອງເສັ້ນຊາຍແດນທາງບົກ ທັງຫມົດຣະຫວ່າງ ສອງປະເທດ 735 ກິໂລແມັດ ຫລືເທົ່າກັບ 37% ຂອງເສັ້ນທາງບົກ ແລະທາງນ້ຳ ທີ່ມີຄວາມຍາວປະມານ 1835 ກິໂລແມັດ.
ລາວ,ໄທ ມີເຂດແດນທາງບົກຣະຫວ່າງກັນ 735 ກິໂລແມັດແລະທາງນ້ຳ 1108 ກິໂລແມັດ.
ລາວ,ໄທ ໄດ້ປັກຫລັກຫມາຍເຂດຊາຍແດນ ຣະຫວ່າງກັນແລ້ວ ໃນຈຳນວນ 204 ຫລັກຫມາຍ ໃນຄວາມຍາວຂອງຊາຍແດນ ທີ່ຕິດຕໍ່ກັນ ທາງບົກ ປະມານ 735 ກິໂລແມັດ ສ່ວນທາງນ້ຳນັ້ນ ກໍໄດ້ດຳເນີນງານມາແລ້ວ ແຕ່ຍັງມີຫລາຍຈຸດທີ່ຍັງມີການ ເຈຣະຈາກັນຢູ່ ຍ້ອນຍັງມີ ຫລາຍບັນຫາ ທີ່ຍັງບໍ່ສາມາດຕົກລົງກັນໄດ້, ໃນນັ້ນຮວມທັງການປ່ຽນ ແລວນ້ຳໄຫລ ແລະເກາະດອນຕ່າງໆ ໃນແມ່ນ້ຳຂອງແລະອື່ນໆ ສຳລັບທາງບົກນັ້ນ ກໍຍັງມີຄວາມຂັດແຍ່ງກັນ ຢູ່ໃນຫຼາຍຈຸດ ທີ່ຈະຕ້ອງຫາລືກັນ, ນຶ່ງໃນນັ້ນ ກໍແມ່ນໃນເຂດສາມຫມູ່ບ້ານ.
ທັງຫມົດນີ້ ໄດ້ຮັບເອົາມາໂອ້ລົມກັນໃນກອງປະຊຸມ ຄນະກັມມະການຮ່ວມຊາຍແດນລາວ,ໄທ ທີ່ຈັດຂື້ນທີ່ບາງກອກປະເທດໄທ ໃນມື້ວັນທີ 17-19 ເດືອນມົກຣາ ປີ 2018 ນີ້. ດັ່ງເຈົ້າຫນ້າທີ່ກ່ຽວຂ້ອງ ຂອງໄທ ກ່າວໃນຣະຍະທີ່ຜ່ານມາວ່າ:
"ເຣື້ອງຂອງການປັກປັນຫລັກເຂດແດນ ກໍໄດ້ຕົກລົງກັນແລ້ວວ່າ ຈະໃຫ້ແລ້ວສໍາລັບທາງນໍ້າ ໃນແມ່ນໍ້າຂອງ ຊຶ່ງທ່ານຮອງນາຍົກເອງໄດ້ ຕົກລົງກັນແລ້ວວ່າ ຈະເລັ່ງລັດ ການເຈຣະຈາ ຫາຂໍ້ຍຸຕິໃຫ້ໄວທີ່ສຸດ ເທົ່າທີ່ຈະໄວໄດ້."
ໃນສມັຍຣັຖບານ ຍິ່ງລັກ ກໍໄດ້ຫາລືກັນ ໃນບັນຫາດັ່ງກ່າວ ແຕ່ກໍບໍ່ສາມາດຕົກລົງກັນໄດ້. ໃນສມັຍຣັຖບານ ທັກສິນ ກໍມີການໂອ້ລົມກັນ ເພື່ອຊອກຊ່ອງທາງ ແກ້ໄຂບັນຫາຄວາມຂັດແຍ່ງ ທັງທາງບົກແລະທາງນ້ຳ ສຳລັບທາງບົກນັ້ນ ກໍແມ່ນບ່ອນທີ່ມີການ ປະທະກັນທາງດ້ານ ທະຫານໃນຊຸ່ມປີ 1980 ທີ່ບ້ານຮົ່ມເກົ້າ ກໍໄດ້ປຶກສາຫາລືກັນ ແຕ່ບໍ່ສາມາດແກ້ໄຂໄດ້. ເຈົ້າຫນ້າທີ່ຈາກຄນະກັມມາທິການ ຮ່ວມຊາຍແດນ ສອງຝ່າຍ ທີ່ໄດ້ຕັ້ງຂື້ນໃນປີ 1996 ໃນເວລານັ້ນ ກໍສາມາດປັກຫຼັກໝາຍ ເຂດແດນທາງບົກ ໄດ້ 92% ຂອງເສັ້ນເຂດແດນທາງບົກ ທັງຫມົດ ສ່ວນທີ່ເຫລືອ 8% ຖືເປັນພື້ນທີ່ຫລໍ່ແຫລມ ທີ່ຍັງບໍ່ສາມາດແກ້ໄຂ ກັນໄດ້ຕ້ອງຄົ້ນຄວ້າ ສຳຣວດແລະສຶກສາແຜນທີ່ເພີ້ມຕື່ມ. ສ່ວນທາງນ້ຳມີຫລາຍຈຸດຕ້ອງໄດ້ເຈຣະຈາກັນໃຫມ່.
ພື້ນທີ່ໆຫລໍ່ແຫລມທາງບົກ ກໍມີເຂດສາມຫມູ່ບ້ານ ທີ່ແຂວງອຸດຕາຣະດິດຂອງໄທ ຫລື ແຂວງໄຊຍະບູຣີ ຂອງລາວ ແລະບ້ານຮົ່ມເກົ້າ ທີ່ ແຂວງພິສໂນໂລກ ຫລື ແຂວງໄຊຍະບູຣີ ທີ່ຮ່ວມດ້ວຍພື້ນທີ່ ເຊື່ອມຕໍ່ໃກ້ຊ່ອງເມັກ ແຂວງອຸບົນຣາຊທານີ ຂອງໄທ ຫລື ແຂວງຈຳປາສັກ ຂອງລາວ.
ຄວາມຂັດແຍ່ງທາງດ້ານເຂດແດນຣະຫວ່າງສອງປະເທດ ເຮັດໃຫ້ມີການປະທະກັນ ເກີດຂຶ້ນໃນເຂດສາມຫມູ່ບ້ານ ທີ່ແຂວງອຸດຕາຣະດິດ ແລະທີ່ບ້ານຮົ່ມເກົ້າໃນປີ 1984 ແລະໃນປີ 1987. ເຮັດໃຫ້ທະຫານສອງຝ່າຍ ເສັຽຊິວິດຫລາຍຄົນ, ຈົນວ່າມີການ ລົງນາມສງົບເສີກ ຣະຫວ່າງກັນ ໃນເດືອນ ກຸມພາ ປີ 1988.
ບັນຫາຄວາມຂັດແຍ່ງທາງບົກ ໃນພື້ນທີ່ຫລໍ່ແຫລມ ໃນເຂດສາມຈຸດຈຶ່ງເຮັດໃຫ້ ມີການເລື່ອນເວລາ ການປັກຫລັກຫມາຍ ເຂດແດນທາງບົກ ເຈົ້າຫນ້າທີ່ປັກຫລັກຫມາຍ ເຂດແດນຈາກສອງຝ່າຍ ກໍບໍ່ສາມາດຕົກລົງກັນໄດ້ ກ່ຽວກັບມາຕຣາສ່ວນ ຂອງ ແຜນທີ່ ສມັຍຝັ່ງເສດ ສຳຣວດ ເຂດແດນໃນປີ 1907 ໃນສົນທິສັນຍາ ຊາຍແດນສຍາມ-ຝຣັ່ງເສດ. ສ່ວນບັນຫາເຂດແດນທາງນ້ຳ ນັ້ນທັງສອງຝ່າຍ ຍັງເຈຣະຈາຫາລືກັນຢູ່ ຍັງມີຫລາຍຢ່າງ ທີ່ຈະໄດ້ໂອ້ລົມກັນ ແລະ ອາດຈະມີຄວາມຂັດແຍ່ງ ຫລາຍກວ່າ ທາງບົກ.
ນຶ່ງໃນນັ້ນກໍແມ່ນການປ່ຽນ ທິດທາງຂອງແລວນ້ຳໄຫລ ແລະການຫາຍສາບສູນ ຂອງເກາະດອນຕ່່າງໆ ຕາມລຳແມ່ນ້ຳຂອງ ຍ້ອນການ ຣະເບີດແກ້ງຫີນ ຂອງຈີນ ເພື່ອການເດີນເຮືອສິນຄ້າ ເມື່ອປີຫລັງໆມານີ້ ເນື່ອງຈາກວ່າ ເຂດແດນທາງນ້ຳ ຣະຫວ່າງ ລາວ,ໄທ ຣະບຸໄວ້ວ່າ ເກາະດອນຕ່າງໆໃນ ແມ່ນ້ຳຂອງ ແລະວັງນ້ຳເລິກ ເປັນຂອງລາວ ເຖິງຈະໃກ້ຝັ່ງໄທກໍຕາມ ໃນເມື່ອບໍ່ມີເກາະດອນແລ້ວ ຈະວັດແທກ ເຂດແດນທາງ ນ້ຳຢ່າງໃດ.
ສອງ- ບັນຫາການເຂົ້າມາຢູ່ອາສັຍ ແລະຕັ້ງບ້ານເຮືອນ ເຮັດໄຮ່ເຮັດນາ ຮົ້ວສວນ ຂອງປະຊາຊົນສອງຝັ່ງ ລາວ-ໄທ ໃນຫມູ່ດອນໃຫຍ່ໆ ມາເປັນເວລາດົນນານ ຫລາຍເຊັ່ນຄົນ ກໍຍາກທີ່ຈະໃຫ້ຂະເຈົ້າ ຍ້າຍອອກຈາກພື້ນທີ່ໄດ້ ແລະບັນຫາອື່ນຫຼາຍບັນຫາ ທີ່ຍັງບໍ່ສາມາດ ຕົກລົງກັນໄດ້ ຈື່ງມີການເລື່ອນເວລາ ມາຮອດທຸກມື້ນີ້.
ນັກວິຊາການດ້ານຊາຍແດນລາວ,ໄທ ທ່ານນຶ່ງເວົ້າວ່າ ການປັກຫລັກເຂດແດນຣະຫວ່າງ ລາວ,ໄທ ເປັນບັນຫາ ທີ່ຫລໍ່ແຫລມ ທັງສອງຝ່າຍ ຕ້ອງພຍາຍາມໃຫ້ຄວາມໂປ່ງໄສ ແລະກະຈ່່າງແຈ້ງເພື່ອບໍ່ໃຫ້ເກີດ ບັນຫາການປະທະກັນ ຂຶ້ນອີກໃຫມ່. ສປປລາວ ມີຊາຍແດນຕິດກັບຫຼາຍ ປະເທດເປັນຕົ້ນວຽດນາມ ຈີນແລະກຳພູຊາ ນອກຈາກໄທ ແຕ່ຊາຍແດນທີ່ຕິດກັບໄທນັ້ນ ຍາວຫລາຍກວ່າຫມູ່ ແລະສລັບສັບຊ້ອນ ແຕ່ກໍມີ ຄວາມໂປ່ງໄສ ຫລາຍກວ່າກັບວຽດນາມ ແລະຈີນ ສຳລັບກັບວຽດນາມນັ້ນ ທ່ານວ່າ ເທົ່າເຖິງປັດຈຸບັນ ປະຊາຊົນລາວ ຍັງບໍ່ຮູ້ວ່າ ຊາຍແດນ ລາວຢູ່ໃສ ແລະຄົນວຽດນາມ ກໍເຂົ້າມາຕັ້ງຖິ່ນຖານ ໃນເຂດຊາຍແດນລາວ ກັບວຽດນາມຫລາຍຂຶ້ນ ທັ້ງໆທີ່ຣັຖບານລາວ ແລະວຽດນາມ ໄດ້ສຳເຣັດການ ປັກຫລັກຫມາຍເຂດແດນ ຣະຫວ່າງກັນມາ ໄດ້ຫລາຍເດືອນແລ້ວ.
ນອກຈາກນັ້ນກໍແມ່ນຫລັກຊາຍແດນກັບຈີນ ແລະກຳພູຊາ ກໍຍັງຂາດຄວາມໂປ່ງໄສ ກຳພູຊາ ກໍມີບັນຫາກັບລາວ ກ່ຽວກັບຊາຍແດນ ວ່າງຫລັງໆມານີ້ ທັ້ງໆທີ່ຫລາຍເຂດເປັນຂອງລາວ ແລະຈີນ ກໍເຫມືອນກັນ. ຣັຖບານລາວ ຄວນໃຫ້ຄວາມສຳຄັນ ຕໍ່ການປັກຫລັກຫມາຍ ເຂດແດນເປັນວຽກງານບູຣິມະສີດ ເພາະເປັນ ອະທິປະຕັຍຂອງຊາດ ບໍ່ວ່າກັບປະເທດໃດ ຍ້ອນດິນລາວ ຖືກກວມເອົາຈາກປະເທດ ອ້ອມຂ້າງມາຫລາຍແລ້ວ.