ຄົນເຖື່ອນວຽດນາມຢູ່ ມ.ຄໍາເກີດ
ຄົນວຽດນາມ ລັກເຂົ້າມາ ຄ້າ-ຂາຍ ແລະ ເປັນກັມມະກອນ ຢູ່ ເມືອງຄຳເກີດ ແຂວງ ບໍຣິຄຳໄຊ ເປັນບັນຫາ ຫຍຸ້ງຍາກ ທີ່ ຈະແກ້ໄຂໄດ້.
-
ຈໍາປາທອງ
2019-03-14 -
-
-
Your browser doesn’t support HTML5 audio
ຄົນວຽດນາມ ທີ່ລັກເຂົ້າມາຄ້າຂາຍ ຫຼື ເປັນກັມມະກອນກໍ່ສ້າງ ແລະເຮັດວຽກອື່ນໆແບບຜິດກົດຫມາຍ ບໍ່ມີໃບອະນຸຍາດ ຢູ່ເມືອງຄຳເກີດ ແຂວງບໍຣິຄຳໄຊ ນັ້ນເປັນບັນຫາຍາກ ທີ່ຈະແກ້ໄຂໄດ້, ຍ້ອນ ຂາດງົບປະມານ ໃນການຕິດຕາມກວດກາ ຢ່າງຕໍ່ເນື່ອງ, ດັ່ງເຈົ້າຫນ້າທີ່ ເມືອງຄຳເກີດ ທ່ານນຶ່ງກ່າວໃນມື້ວັນທີ 13 ມິນາ ນີ້ວ່າ:
"ເຮົາກໍພຍາຍາມສະກັດກັ້ນ ກັມມະກອນວຽດນາມ ທີ່ເພີ່ນມາເຮັດວຽກແບບບໍ່ຖືກຕ້ອງ ກໍມີຫລາຍຫັ້ນແຫລະ ກໍມາສະເຣັ່ຽເຮົາໄດ້ສຳຣວດ ກໍປະມານ 300 ຄົນແລ້ວ ທາງການເຮົາກໍໄດ້ລົງໄປ ສະກັດກັ້ນ ໄປສຳຣວດ ນັບແຕ່ບ້ານພັກໂຮງແຮມ ຮ້ານອາຫານ ບໍຣິສັດ ແຕ່ມັນກໍມີ ຄ່າໃຊ້ຈ່າຍສູງ ແຕ່ເງິນທືນ ຂອງພວກເຮົານີ້ມັນມີນ້ອຍ ມີຈຳກັດບໍ່ສົມດູນກັນ."
ທ່ານເວົ້າວ່າ ບັນຫາຄົນວຽດນາມລັກເຂົ້າມາ ເມືອງຄຳເກີດນີ້ ມີມາແຕ່ດົນແລ້ວ. ໃນປີນີ້ກວດພົບ ປະມານ 300 ຄົນ. ໃນນັ້ນຮ່ວມທັງ ພວກເປີດຮ້ານຄ້າ, ເປັນ ກັມມະກອນ ແລະຄົນເລາະຊື້ເສດເຫລັກ ຕາມບ້ານຕ່າງໆ ຊຶ່ງທາງການໄດ້ຈັບຫຼາຍຄົນ ແລະສົ່ງກັບວຽດນາມ ແລ້ວ. ແຕ່ກໍເປັນການຍາກທີ່ ຈະສົ່ງກັບບ້ານໃຫ້ ຫມົດໃນເວລາສັ້ນໆ ຕ້ອງໄດ້ໃຊ້ເວລາອີກດົນ, ດັ່ງທີ່ທ່ານກ່າວວ່າ:
"ຖືວ່າ ມີຫນ່ວຍຂອງພວກເຮົາ ພວກເຮົາຈະໄດ້ໄປທຸກໆຫົວຫນ່ວຍ ແຮງງານເລີຍ ລົງໄປເຮັດວຽກ ແຕ່ລະບ່ອນ ຖ້າຜູ້ໃດບໍ່ມີເອກສານ ຖືກຕ້ອງ ພວກເຮົາກໍໃຫ້ກັບຄືນປະເທດເລີຍ ຖ້າເພີ່ນຢາກ ເຮັດວຽກຄ້າຂາຍຢູ່ບ້ານເຮົາ ເພິ່ນກໍຕ້ອງຈົດທະບຽນ ຕາມຣະບຽບການເນາະ ແຕ່ວ່າທຶນພວກເຮົາມີຈຳກັດ."
ທ່ານເວົ້າວ່າ ຫາກທາງແຂວງມີງົບປະມານມາໃຫ້ເມືອງ ທັງຄ່າໃຊ້ຈ່າຍໃນການ ໂຄສະນາ, ຄ່ານ້ຳມັນຣົດລົງໄປກວດກາ ແລະຈ້າງ ບຸຄລາກອນຕື່ມ ບັນຫາດັ່ງກ່າວ ກໍ່ຈະສາມາດແກ້ໄຂໄດ້ໄວຂື້ນ.