ບໍຣິຄຳໄຊ ທຳລາຍອາວຸດ ລ່າເນື້ອ

ພູວົງສ໌
2019.04.09
ຊີວິດ ຂອງຊາວບ້ານ ໃນແຂວງ ບໍຣິຄໍາໄຊ
Wikipedia

ເຈົ້າໜ້າທີ່ເມືອງຄຳເກີດ ແຂວງບໍຣິຄຳໄຊ ທຳລາຍອາວຸດລ່າເນື້ອຜິດກົດໝາຍ ຈຳນວນທັງໝົດ 1,121 ບອກ, ເຊິ່ງໃນນັ້ນ ມີປືນແກັບ 1,066 ບອກ, ປືນລົມ 8 ບອກ ແລະ ປືນລູກຊອງ 5 ບອກ. ນອກຈາກນີ້, ຍັງມີໝໍ້ຊ໊ອດປາ 30 ໜ່ວຍ ແລະ ຈັກສະຕິ້ນ ຕັດໄມ້ 163 ໜ່ວຍ ພ້ອມອາໄຫຼ່ສ້ອມແປງ, ອີງຕາມຄວາມເວົ້າຂອງເຈົ້າໜ້າທີ່ຂແນງກະສິກັມ ແລະ ປ່າໄມ້ ແຂວງບໍຣິຄຳໄຊ ທ່ານນຶ່ງ ໃນມື້ວັນທີ 09 ເມສາ, ດັ່ງທ່ານກ່າວວ່າ:

“ທຳລາຍຫຼາຍແລ້ວ ເຂົາບອກໄທເຮົາ ເກັບອັນເກົ່າທີ່ມີແລ້ວ ກວາດລ້າງໝົດເລີຍ ມີຄົບໝົດສູ່ອັນຫັ້ນແຫຼະ ພວກລ່າເນື້ອລ່າຫຍັງຫັ້ນລະ. ຈັກສະຕິ້ນ ສະເຕີ້ນ ເກັບໝົດແຫຼະ ທຳລາຍແລ້ວ.”

ທ່ານກ່າວຕື່ມວ່າ ການເກັບ ແລະ ທຳລາຍອາວຸດລ່າເນື້ອໃນເທື່ອນີ້ ເປັນການກວາດລ້າງອາວຸດເຖື່ອນທີ່ມີຢູ່ໃນເມືອງຄຳເກີດ, ເຊິ່ງອາວຸດ ດັ່ງກ່າວ ມີຈຳນວນນຶ່ງຂຶ້ນທະບຽນໄວ້, ແຕ່ໃນເບື້ອງກົດໝາຍລາວ ເຖິງວ່າຈະມີການຂຶ້ນທະບຽນໄວ້ກໍຕາມ, ແຕ່ຫາກໜ້າທີ່ການງານ ບໍ່ກ່ຽວຂ້ອງ ກໍບໍ່ສາມາດຄອບຄອງອາວຸດໄດ້.

“ຄນະກັມມະການ ຂະເຈົ້າມາເກັບ ຄນະກັມມະການມາແຕ່ແຂວງ ໂຕມີທະບຽນກະມີ ມີແຕ່ໜັງສືກະມີ, ແຕ່ວ່າເພິ່ນບໍ່ໃຫ້ຖື ໜ້າທີ່ມັນບໍ່ເຖິງ ບົດບາດບໍ່ເຖິງ ເພິ່ນບໍ່ໃຫ້ຖື.”

ຢ່າງໃດກໍຕາມ, ປະຈຸບັນ, ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ກວດກາຢ່າງເຂັ້ມງວດຫຼາຍຂຶ້ນ ຍ້ອນເຊື່ອວ່າ ຍັງມີປະຊາຊົນເຊື່ອງອາວຸດໄວ້ ແລະ ທັງເຊື່ອວ່າອາຈມີການລັກລອບ ນຳອາວຸດເຂົ້າມາຈາກປະເທດວຽດນາມ ເພື່ອນຳມາຂາຍໃຫ້ປະຊາຊົນ ເນື່ອງຈາກ ໄດ້ຣາຄາຖືກ. ສ່ວນອາວຸດດັ່ງກ່າວ ຈຳນວນນຶ່ງ ໄດ້ນຳໄປທຳຣາຍຖິ້ມແລ້ວ ແລະ ຈຳນວນນຶ່ງ ນຳໄປເກັບໄວ້ຢູ່ສາງກອງບັນຊາການທຫານແຂວງ.

ຕາມການຣາຍງານຂ່າວຂອງທາງການລາວ ໃນວັນທີ 03 ເມສາ ທີ່ຜ່ານມານັ້ນ, ທ່ານ ພັນຕຳຣວດໂທ ຄຳແພນ ວິລືທຳ, ຄນະຮັບຜິດຊອບ ສະເພາະກິຈ ເກັບກູ້ອາວຸດຂັ້ນເມືອງ ເວົ້າວ່າ ໄລຍະ 05 ເດືອນມານີ້, ໄດ້ເກັບກູ້ອາວຸດເຖື່ອນ ໃນເທສບານຫຼັກ 20, ເມືອງຄຳເກີດ ແຂວງ ບໍຣິຄຳໄຊ ໄດ້ທັງໝົດ 787 ບອກ, ເຊິ່ງໃນນັ້ນ ມີທັງອາວຸດສົງຄາມ 112 ບອກ, ປືນສັ້ນ 60 ບອກ, ປືນຍາວ 50 ບອກ, ຣະເບີດ 02 ໜ່ວຍ, ອາວຸດລ່າເນື້ອ 529 ບອກ ແລະ ຈັກສະຕິ້ນຕັດໄມ້ 117 ໜ່ວຍ, ເຊິ່ງອາວຸດທັງໝົດ ບໍ່ໄດ້ທຳລາຍຖິ້ມ, ແຕ່ເອົາໄປເກັບໄວ້ຢູ່ສາງ ຂອງກອງບັນຊາການທະຫານແຂວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.