ອັດຕະປື ເຕືອນ ຂໍ້ມູນ ສ່ວນຕົວ ໃນເຟສບຸຄ

ຈໍາປາທອງ
2019.02.07
ຜແນກໄປສະນີ ໂທລະຄົມມະນາຄົມ ແລະການສື່ສານ ແຂວງອັດຕະປື
Public Domain

ຜແນກໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ ແຂວງອັດຕະປື, ອອກແຈ້ງການ ເຕືອນປະຊາຊົນຜູ້ໃຊ້ເຟສບຸກ ໃນວັນທີ 4 ກຸມພາ ນີ້ ໃຫ້ຣະວັງກຸ່ມມິດສາຊີບ ຕ່່າງປະເທສ ລັກເອົາຂໍ້ມູນສ່ວນຕົວ ເພື່ອຮຽກຄ່າໄຖ່.

ພາຍຫລັງທີ່ມີປະຊາຊົນ ແຂວງອັດຕະປືຄົນນຶ່ງ, ຜູ້ຂໍສະຫງວນຊື່ ໄດ້ຖືກກຸ່ມມິດສາຊີບ ຢູ່ປະເທສຟີລິບປິນ ໃຊ້ເຟສບຸກ ທີ່ມີຊື່ວ່າ Jaysha Garde ລັກເອົາຮູບພາບໃນເຟສບຸກ ຂອງເຂົາ ໄປຕັດຕໍ່ເປັນຮູບລາມົກ ອະນາຈານ ແລ້ວຮຽກເອົາເງິນຄ່າໄຖ່ ຈໍານວນ 2 ພັນໂດລາ ສະຫະຣັຖ, ບໍ່ດັ່ງນັ້ນ ຈະເຜີຍແພ່ຮູບພາບດັ່ງກ່າວ, ໃນສື່ສັງຄົມອອນລາຍ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ຜແນກໄປສະນີ ໂທລະຄົມມະນາຄົມ ແລະການສື່ສານ ແຂວງອັດຕະປື ຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 7 ກຸມພາ ນີ້:

"ເກີດມີການໃຊ້ເຟສບຸກ ນໍ, ຣະບຸວ່າ ປະເທສຟີລິບປິນນໍ, ເຂົາກະແຊັດມາຫລາຍເດືອນແລ້ວ, ແຊັດທາງແມັສເຊັນເຈີ, ເຂົາສືບຫາຂໍ້ມູນ ສ່ວນໂຕ ເຮົາຫັ້ນນະ, ລັກສນະວ່າຮູບພາບເຮົາ, ລະກະອັນໃດມັນບໍ່ງາມຈະເອົາອອກ, ເອົາມາຂູ່ເອົາເງິນວ່າຊັ້ນ ຫາຈະເກີດຜູ້ດຽວ ນໍ."

ຫລັງຈາກຖືກຂູ່ແລ້ວ ຊາວແຂວງອັດຕະປືຜູ້ນັ້ນ, ກໍໄດ້ໂອນເງິນຈໍານວນ 100 ໂດລາສະຫະຣັຖ ໃຫ້ກຸ່ມມິດສາຊີບ ດັ່ງກ່າວກ່ອນ, ເພື່ອແກ່ ຍາວເວລາ ແລະຊອກຮູ້ກຸ່ມມິດສາຊີບນັ້ນວ່າ ຢູ່ປະເທສໃດ. ເມື່ອຮູ້ວ່າຢູ່ປະເທສຟີລິບປິນແລ້ວ, ກໍບໍ່ໄດ້ໂອນເງິນໄປໃຫ້ ພວກເຂົາຕື່ມອີກ.

ພ້ອມດຽວກັນນັ້ນ ທ່ານກໍເຕືອນໄປຍັງຜູ້ໃຊ້ເຟສບຸກ ໃນທົ່ວປະເທສ, ໂດຍສະເພາະແມ່ຍິງ, ໃຫ້ຣະມັດຣະວັງຕໍ່ການທີ່ຈະຕົກເປັນເຫຍື່ອຂອງ ກຸ່ມມິດສາຊີບ ດັ່ງກ່າວ, ແລະທັງບອກວິທີປ້ອງກັນ ຄືໃຫ້ລົງຮູບພາບຂອງຕົນໃນເຟສບຸກ ແບບເປັນສ່ວນຕົວ, ໃຫ້ແຕ່ຜູ້ເປັນໝູ່ ເທົ່ານັ້ນເບິ່ງ ເຫັນ, ຫາກມີຄົນແປກໜ້າ ຮວມທັງຈາກຕ່າງປະເທສ ແຊັດຂໍ້ຄວາມມາເວົ້ານໍາ ກໍໃຫ້ block ບຸກຄົນນັ້ນ.

ທ່ານກ່າວຕື່ມວ່າ ຫາກຜູ້ໃຊ້ເຟສບຸກໃນລາວ ພົບເຫັນຮູບພາບ ຫລືວີດີໂອລາ ມົກອະນາຈານ ຮວມທັງຮູບພາບຕັດຕໍ່ ຫ້າມເດັດຂາດບໍ່ໃຫ້ ນໍາໄປເຜີຍແພ່ ຕໍ່ບໍ່ວ່າຈະຜ່ານ ສື່ສັງຄົມໃດກໍຕາມ ບໍ່ດັ່ງນັ້ນຈະເປັນການລະເມີດກົດໝາຍ ວ່າດ້ວຍການຕ້ານ ແລະສະກັດກັ້ນ ອາຊຍາກັມ ທາງຄອມພິວເຕີ ຊຶ່ງມີໂທດຈໍາຄຸກ ແຕ່ 3 ເດືອນຫາ 5 ປີ ແລະຖືກປັບໃໝ ແຕ່ 3 ລ້ານຫາ 50 ລ້ານກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.