ເງິນບໍຣິຈາກອາຈຮົ່ວໄຫຼ: ນັກວິຊາການ
2018.08.27

ປະຊາຊົນລາວ ຍັງບໍ່ເຫັນທາງການ ສປປລາວ ເປີດເຜີຍຣາຍລະອຽດທີ່ຈະແຈ້ງແລະສະຫຼຸບ ຣາຍງານກ່ຽວກັບ ຈຳນວນເງິນທີ່ພາກສ່ວນ ຕ່າງໆບໍຣິຈາກ ໃຫ້ປະຊາຊົນເມືອງສນາມໄຊ ແຂວງອັດຕະປື 13 ພັນ ປາຍຄົນ ທີ່ໄດ້ຮັບຜົລ ກະທົບຈາກເຂື່ອນ ເຊປຽນ-ເຊນ້ຳນ້ອຍແຕກ ນ້ຳພັດຖ້ວມໜັກ ແລະເຜີຍແຜ່ໃຫ້ສາທາຣະນະຊົນຮູ້ ຮວມທັງໃຫ້ປະຊາຊົນກວດສອບໄດ້. ດັ່ງນັກວິຊາການລາວ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 24 ສິງຫາ ນີ້ວ່າ:
"ຈຳນວນເງິນບໍລິຈາກ ແຕ່ລະກົມ ແຕ່ລະພາກສ່ວນ ອົງການຕ່າງໆ ທີ່ເຂົາບໍລິຈາກ ບໍ່ເຫັນການເປີດເຜີຍທີ່ມັນຈະແຈ້ງ ທີ່ເຮົາຢາກເອົາລົງ ສື່ອອນລາຍ ຢາກໃຫ້ກຳມະການເອົາລົງ ສື່ອອນລາຍ ນາຍ ກ ນາຍ ຂ ນາຍ ງ ສາມາດເຂົ້າກວດໄດ້ແຕ່ລະເທື່ອ ອົງກອນ ກ ອົງການ ຂ ອົງການ ງ ເປັນຈຳນວນເງິນເທົ່າໃດ ແລະ ສະຫລຸບອອກມາເປັນງວດ ເປັນງວດ."
ທ່ານກ່າວຕື່ມອີກວ່າ ບໍ່ຢາກໃຫ້ມີການສວຍໂອກາດ ໃຊ້ຊ່ອງຫວ່າງໃດນຶ່ງ ຍັກຍອກເງິນຊາວເມືອງສນາມໄຊ ໄປໃນຍາມທຸກຍາກລຳບາກ ຄືຢູ່ໃນປັດຈຸບັນນີ້.
ແຕ່ເຖິງຢ່າງໃດກໍຕາມ ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ທາງການແຂວງອັດຕະປື ກໍຢືນຢັນວ່າການຈ່າຍເງິນ ແມ່ນຮັບປະກັນຄວາມໂປ່ງໃສ ແລະ ມີການຕິດຕາມກວດກາ ຣາຍຮັບຣາຍຈ່າຍ ຢ່າງເປັນລະບົບ ດັ່ງ ທ່ານ ບຸນທະມາລີ ໝັ້ນອານົງຫົວໜ້າຜແນກ ການເງິນ ແຂວງອັດຕະປື ໄດ້ກ່າວຕໍ່ນັກຂ່າວວິທຍຸເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ:
"ບາດນີ້ການສລຸບລາຍຈ່າຍແຕ່ລະວັນ ພວກເຮົາກະເຮັດກັນຄືກັບລາຍຮັບ ເນາະ ມີທັງລາຍຮັບ ແລະລາຍຈ່າຍໃນແຕ່ລະວັນ ພວກເຮົາຖືວ່າ ເຮັດເປັນລະບົບສົມຄວນ ໃນໄລຍະປັດຈຸບັນນີ້ ສຳລັບເບື້ອງເມືອງນີ້ ພວກເຮົາກະໄດ້ຈັດ ພະນັກງານຂະແໜງ ການເງິນເຮົາມາຊ່ວຍ ອະນຸກໍາມະການເສຖກິດ ຂັ້ນເມືອງເນາະ ເພື່ອວ່າ ຄຸ້ມຄອງຕິດຕາມລາຍຮັບລາຍຈ່າຍ ໃຫ້ເຂົ້າສູ່ລະບົບ ຄືກັນກັບແຂວງພວກເຮົາເຮັດ ປັດຈຸບັນນີ້ເນາະ."
ທ່ານເວົ້າວ່າ ການທີ່ວ່າເງິນ ຫລືເຄຶ່ອງຊ່ວຍເຫລືອ ບໍ່ເຖິງມືປະຊາຊົນນັ້ນ ເປັນພຽງແຕ່ຫາງສຽງຊື່ໆ. ຕາມຂໍ້ມູນຂອງຫົວໜ້າຜແນກ ການເງິນ ແຂວງອັດຕະປື, ນັບແຕ່ມື້ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໃນມື້ວັນທີ 23 ກໍຣະກະດາ ຈົນມາເຖິງວັນທີ 24 ສິງຫາ ນີ້ຍອດມູນຄ່າການ ຊ່ວຍເຫລືອ ຈາກພາຍໃນແລະຕ່າງປະເທດ ທີ່ສາມາດສະຫຼຸບໄດ້ທັງໝົດ ແມ່ນ 109 ຕື້ກີບ ໃນນັ້ນເປັນເງິນສົດປະມານ 40 ຕື້ກີບ.