ເມືອງສນາມໄຊຮຽກຮ້ອງ ສະພາ ແກ້ບັນຫາ

ໄຊຍາ
2018.11.26
F-Shelters ບ່ອນພັກເຊົາຊົ່ວຄາວ ຂອງຜູ້ເຄາະຮ້າຍ ຈາກເຫດການ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ
RFA/TP

ຜູ້ປະສົບພັຍຈາເຫດເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ຮຽກຮ້ອງໃຫ້ສະພາແຫ່ງຊາດ ຊ່ອຍແກ້ໄຂຫລາຍບັນຫາ ເປັນຕົ້ນແມ່ນ ບໍ່ໄດ້ເງິນເບັ້ຍລ້ຽງ 1 ແສນກີບ ຕໍ່ຄົນຕໍ່ເດືອນ ທີ່ຊາວບ້ານບໍ່ໄດ້ຮັບມາເປັນ 2 ເດືອນແລ້ວ ແລະ ໃຫ້ກວດຄຸນນະພາບ ເຂົ້າສານ ທີ່ແຈກ ຢາຍໃຫ້ ປະຊາຊົນ ສ່ວນໃຫຍ່ເປັນເຂົ້າ ບໍ່ມີຄຸນນະພາບ ມີແມງມອດ; ດັ່ງຄຳເວົ້າຂອງເຈົ້າໜ້າທີ່ ເມືອງສນາມໄຊ ຜູ້ບໍ່ປະສົງອອກຊື່ ໄດ້້ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 26 ພືສຈິກາ ນີ້ວ່າ:

"ອັດຕາກິນຫັ້ນໄດ້ແລ້ວຍັງແຕ່ເງິນຫົວຄົນລະແສນ ຫັ້ນບໍ່ທັນໄດ້ເທື່ອເຈົ້າ ສິໄດ້ 2 ເດືອນແລ້ວເດ້ ຮອດວັນທີ 3 ກໍໄດ້ 2 ເດືອນ ຫົວຄົນນຶ່ງແສນກີບ ບໍ່ທັນໄດ້ ສິໄດ້ຫລືບໍ່ ຈັກສິອີ່ຫຍັງ ບໍ່ຈັກຄືກັນ ເພິ່ນຈ່າຍໃຫ້ກິນເຂົ້າ ກໍມີແຕ່ມອດ ມີແຕ່ຫຍັງ ກິນໄປຊັ້ນແຫຼະ."

ອຳນາດການປົກຄອງບ້ານ ແລະ ປະຊາຊົນ ຜູ້ປະສົບພັຍຮຽກຮ້ອງ ມາຍັງຣັຖບານແກ້ໄຂ ເຣື່ອງດັ່ງກ່າວນີ້ ຜ່ານ ທ່ານ ເພັດແກ້ວ ເລືອງປັນຍາ ປະທານສະພາ ແຂວງອັດຕະປື ທີ່ໄດ້ລົງມາຢ້ຽມຢາມ ແລະ ໂອ້ລົມນຳປະຊາຊົນ ເມື່ອວັນທີ 17 ພືສຈິກາ ຜ່ານມາ.

ນອກຈາກບັນຫາເຂົ້າສານ ແລະ ເງິນເບັ້ຍລ້ຽງແລ້ວ ຊາວບ້ານຍັງຮຽກຮ້ອງໃຫ້ ຣັຖບານຊ່ອຍນັກຮຽນ ທີ່ໄດ້ຮັບຜົລກະທົບ ໄດ້ສຶກສາຕໍ່ ແລະໃຫ້ຊ່ອຍສ້າງບ້ານພັກຊົ່ວຄາວ ຕື່ມອີກ ຍ້ອນວ່າປັດຈຸບັນ ປະຊາຊົນຈຳນວນຶ່ງ ຍັງຕ້ອງອາສັຍໃນເຕັ້ນຢູ່. ພ້ອມກັນນີ້ ປະຊາຊົນ ກໍຕ້ອງການ ໃຫ້ຊ່ອຍເຈາະນໍ້າບາດານຕື່ມໃຫ້ ເນື່ອງຈາກປັດຈຸບັນ ນໍ້າບໍ່ພຽງພໍ ແລະ ນໍ້າກໍແດງ, ບໍ່ສະອາດ, ດັ່ງປະຊາຊົນທ່ານນຶ່ງ ກ່າວວ່າ:

"ບໍ່ມີບໍ່ມີເພິ່ນກໍວ່າໝົດແລ້ວເດ້ ເພິ່ນກໍ່ມິດ ເພິ່ນໃຫ້ຂອງກັ່ນຕອງ ໂຮມນໍ້າສ້າງນໍ້າຫຍັງນີ້ແຫລະ ກັ່ນຕອງກິນເອັງນີ້ແຫລະ ທາງແຂວງເພິ່ນ ກໍວ່າໝົດແລ້ວນໍ້າ ບໍ່ມີເງິນບໍ່ມີຄຳຊື້ ກໍມີແຕ່ໂຮມນໍ້າສ້າງບາດານ ແລ້ວກໍໃສ່ຂອງກັ່ນຕອງ ເພິ່ນໃຫ້ກິນໄປ ຈັ່ງຊັ້ນແຫຼະ ລູກເອີ້ຍ ຢ້ານກໍຢ້ານ ຢ້ານກໍກີນ ໄປນັ້ນແຫລະ ມັນບໍ່ມີ."

ອີງຕາມຂ່າວທາງການລາວ ຕໍ່ຂໍ້ຮຽຮ້ອງ ແລະ ຂໍ້ສເນີຂອງປະຊາຊົນນີ້ ປະທານສະພາ ປະຊາຊົນແຂວງອັດຕະປື ກໍ່ໄດ້ລົງພື້ນທີ່ໂອ້ລົມ ຊາວບ້ານ ໄດ້ສະແດງຄວາມເປັນຫ່ວງເປັນໃຍ ພ້ອມຂໍໃຫ້ພໍ່ແມ່ປະຊາຊົນຜູ້ປະສົບພັຍ ອົດທົນເຂັ້ມແຂງແລ້ວທ່ານ ຈະນຳເອົາຂໍ້ຮຽກຮ້ອງ ຂອງປະຊາຊົນໄປສເນີ ໃນກອງປະຊຸມສະພາແຫ່ງຊາດ ແລະ ສະພາແຂວງ ເພື່ອໃຫ້ມີການແກ້ໄຂໂດຍໄວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.