ຂ.ອັດຕະປືຄົນງານວຽດນາມ ບໍ່ລົງ ທະບຽນ

ສິດນີ
2017.10.22
F-Attapeu ຕະຫລາດເມືອງສາມັກຄີໄຊ ແຂວງອັດຕະປື
Screen captured Attapeu video

ຄົນງານວຽດນາມຫລາຍຮ້ອຍຄົນ ໃນແຂວງອັດຕະປື ຍັງບໍ່ມາລົງທະບຽນ ແຮງງານ ຢ່າງຖືກຕ້ອງ ຕາມກົດຫມາຍ ຊຶ່ງທາງການລາວ ໄດ້ປະກາດໃຫ້ ຄົນງານຕ່າງດ້າວ ມາລົງທະບຽນ ຄັ້ງທຳອິດ ໃນປີ 2016 ແລະຄັ້ງນີ້ ເປັນເທື່ອທີສອງ ທີ່ທາງການລາວ ໄດ້ປະກາດ ໃຫ້ຄົນງານ ຕ່າງດ້າວ ມາລົງທະບຽນ ແຮງງານ ເລີ້ມແຕ່ວັນທີ 29 ສິງຫາ ຮອດ ວັນທີ 30 ພຶສຈິກາ ປີ 2017.

ຄົນງານວຽດນາມຫລາຍຮ້ອຍຄົນ ທີ່ແຂວງ ອັດຕະປື ຍັງບໍ່ມາລົງທະບຽນ ແລະໃຫ້ເຫດຜົລວ່າ ບໍ່ມີເງີນເສັຽຄ່າທຳນຽມ. ດັ່ງເຈົ້າຫນ້າທີ່ ຜແນກແຮງງານ ແລະສວັດດີການສັງຄົມ ແຂວງອັດຕະປື ທ່ານນຶ່ງກ່າວໃນ ວັນທີ 20 ຕຸລານີ້ວ່າ:

"ເຮົາຫາກໍແລ້ວສາມເມືອງ ແຕ່ແລ້ວກໍຄືບໍ່ແລ້ວຫັ້ນແຫຼະ ເພາະວ່າເຂົາແບບວ່າ ເຮົາລົງແລ້ວເຂົາກໍບໍ່ມີເງິນ ທີ່ຈະເຮັດນຳເຮົາ ແລ້ວເຂົາ ກໍຂໍກ່ອນ ເຂົາກໍສິເຮັດນຳຫລັງ ເປັນປະເພດນີ້ເຖີງ 9 ແສນກີບ ຕໍ່ຄົນຕໍ່ສາມເດືອນ ແຕ່ວ່າກໍຂໍແບບ ບໍ່ມີເງີນ ຂໍໄປກ່ອນ".

ທ່ານກ່າວຕື່ມວ່າ ຄັ້ງທຳອິດ ປີ 2016 ແຂວງອັດຕະປື ໄດ້ລົງທະບຽນແຮງງານຕ່າງດ້າວ ໄດ້ປະມານ 848 ຄົນສ່ວນຄັ້ງທີສອງ ໃນປີນີ້ ທີ່ໄດ້ ສຳເຣັດໄປແລ້ວ ໃນສາມເມືອງ ເປັນຕົ້ນເມືອງ ໄຊເສດຖາ ສະຫນາມໄຊ ແລະ ສາມະຄີໄຊ ມີຄົນງານຕ່າງດ້າວ ມາລົງທະບຽນ ພຽງແຕ່ 250 ຄົນ ໃນນັ້ນສ່ວນຫລາຍ ຈະເປັນຄົນວຽດນາມ ທີ່ເຂົ້າມາຄ້າຂາຍ ແລະ ປູກຢາງພາລາ ຄາດວ່າ ຍັງມີຄົນງານ ວຽດນາມ ຫລາຍກວ່າ 500 ຄົນ ຍັງບໍ່ມາລົງທະບຽນ ແບບຖືກຕ້ອງ.

ທ່ານວ່າ ສຳລັບຄົນງານຕ່າງດ້າວ ມາລົງທະບຽນປະເພດ ວຽກທົ່ວໄປ ຈະໄດ້ຮັບບັດ ເຮັດວຽກຊົ່ວຄາວປະມານ 3 ເດືອນ ແຕ່ສຳລັບເປັນ ນັກທຸຣະກິດ ຫລືຄ້າຂາຍ ປະເພດຕ່າງໆ ນັ້ນຈະໄດ້ ຮັບຫນັງສື ຊົ່ວຄາວ 6 ເດືອນ ສາມາດຕໍ່ໄດ້ ແລ້ວແຕ່ເງື່ອນໄຂ ການເຂົ້າປະເທດ ຂອງແຕ່ລະຄົນ.

ກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ປະກາດ ລົງທະບຽນ ຄົນງານຕ່າງດ້າວ ໃນປີ 2016 ຊຶ່ງມີຄົນງານຕ່າງດ້າວ ເຂົ້າມາລົງ ທະບຽນໃນທົ່ວປະເທດ ແລະໄດ້ຮັບໃບອະນຸຍາດ ຖືກຕ້ອງຕາມກົດຫມາຍ ປະມານ 30 ພັນຄົນ ສ່ວນຫລາຍຈະເປັນຄົນງານ ຈາກໄທ ຈີນແລະ ເກົາຫລີໃຕ້ ບາງຄົນເຂົ້າມາ ດຳເນີນ ທຸຣະກິດ ຕາມບົດບັນທຶກ ຄວາມເຂົ້າໃຈ ຣະຫວ່າງ ປະເທດຫລື MOU.

ປັດຈຸບັນໃນທົ່ວປະເທດ ຍັງມີຄົນງານຕ່າງດ້າວ ທີ່ບໍ່ເຂົ້າມາລົງທະບຽນ ເຖິງ 20 ພັນຄົນ ທາງການລາວ ໄດ້ເປີດໂອກາດ ການລົງທະ ບຽນອີກຮອບສອງ ເພື່ອໃຫ້ຄົນງານ ເຫຼົ່ານັ້ນມາລົງທະບຽນ ໃຫ້ຖືກຕ້ອງແຕ່ຍັງມີຫລາຍຄົນ ບໍ່ມາລົງທະບຽນ. ດັ່ງເຈົ້າຫນ້າທີ່ຄຸ້ມຄອງ ແຮງງານ ກະຊວງແຮງງານ ແລະສວັດດີການ ສັງຄົມ ທີ່ນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວໃນວັນທີ 20 ຕຸລາ ນີ້ວ່າ:

"ຕົວນີ້ຂະເຈົ້າຊີ່ລົງນີ້ ແມ່ນຕົວຊົ່ວຄາວເນາະ ສະເພາະທີ່ວ່າຜູ່ໃດ ທີ່ຍັງບໍ່ຖືກຕ້ອງ ແລະແມ່ນເຮົາຊີ່ອອກບັດ ໃຫ້ຊົ່ວຄາວ ແລ້ວໄປ ແລ່ນ ເອກສານຖືກຕ້ອງ ກໍຄືມີບັດອອກແຮງງານ ຖ້າຫາກວ່າເພີ່ນ ທາງການເມືອງ ຄືຢ່າງທາງ ເມືອງຈັນທະບູຣີ ກວດເຫັນບໍ ຂະເຈົ້າກໍຈະມີ ການແນະນຳແລ້ວ ກໍອອກບັດໃຫ້ ຊົ່ວຄາວເພື່ອໃຫ້ ຜູ້ກ່ຽວຫັ້ນໄປແລ່ນ ເອກສານ ໃຫ້ມາຄົບຖ້ວນ ຍົກຕົວຢ່າງວ່າ ເຈົ້າມີບໍຣິສັດ ທີ່ເຮັດ ວຽກແລ້ວ ກໍໃຫ້ບໍຣິສັດໄປ ແລ່ນຂໍໂກຕາ".

ແຕ່ເຖີງຢ່າງໃດກໍຕາມ ຄົນງານຕ່າງດ້າວ ຜູ່ໃດບໍ່ມາລົງທະບຽນ ຕາມກຳນົດໃຫ້ ຈະຖືກປັບໄຫມ 1 ລ້ານກີບຕໍ່ຄົນ ຫລັງຈາກນັ້ນ ກໍຈະໄດ້ ໃບອະນຸຍາດ ເຮັດວຽກຊົ່ວຄາວ ຫຼືຖືກສົ່ງກັບຄືນປະເທດ. ສ່ວນຜູ້ທີ່ລັກ ເຂົ້າມາໃຫມ່ນັ້ນ ຈະຖືກປັບໄຫມ ຍ້ອນຫລັງນື່ງເດືອນ ເດືອນລະ ສາມແສນກີບ ທັງຫມົດເປັນ 6 ແສນກີບ.

ສຳລັບຜູ້ທີ່ມີບັດເຮັດວຽກຊົ່ວຄາວ ແຕ່ບັດຫມົດອາຍຸຈະຖືກປັບໄຫມ 3 ແສນກີບ ຖ້າຫມົດອາຍຸບໍ່ກາຍ 15 ມື້ ຈ່າຍ 15 ພັນກີບ. ກົມຄຸ້ມ ຄອງແຮງງານ ລາຍງານວ່າ ໃນປີ 2016-2017 ມີຄົນງານຕ່າງດ້າວ ທີ່ຖືກຕ້ອງ ແລະບໍ່ຖືກຕ້ອງ ຕາມກົດຫມາຍເຖິງ 50 ພັນຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.