ຄົນງານລາວກັບບ້ານຖືກຈັບ ລຶກລັບ

ອະວາຣີ
2016.05.12
F-Soukanh (ຊ້າຍຫາຂວາ)ທ້າວສົມພອນ ພິມມະສອນ, ນາງຫລອດ ທັມມະວົງ ຖືກຈັບໃນວັນທີ 5 ມິນາ ຢູ່ບ້ານນາວາງໃຕ້ ເມືອງໜອງບົກ ແຂວງຄຳມ່ວນ, ທ້າວ ສຸການ ໃຈທັດ ຫາຍສາບສູນ ໃນວັນທີ 22 ມີນາ ໃນຂນະທີ່ ມາຕໍ່ໜັງສື ເດີນທາງ ຢູ່ຫ້ອງການ ປກສ ແຂວງ ສວັນນະເຂດ
Citizen Journalist

ຄົນງານລາວ ທີ່ ໄປເຮັດວຽກ ຢູ່ໄທ 2 ຄົນ ຖືກຈັບ ຢູ່ແຂວງ ຄຳມ່ວນ ແລະ ອີກຄົນນຶ່ງ ຫາຍສາບສູນ ທີ່ແຂວງ ສວັນນະເຂດ ພາຍຫລັງ ທີ່ ພວກຂະເຈົ້າ ກັບໄປລາວ ເພື່ອ ລົງທະບຽນ ເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ແລະ ສະພາ ປະຊາຊົນ ຂັ້ນແຂວງ, ອີງຕາມ ຣາຍງານ ຈາກ ແຫລ່ງຂ່າວ ທີ່ ເຊື່ອຖືໄດ້ ໃນວັນທີ 10 ພຶສພາ ນີ້.

ທ້າວ ສົມພອນ ພິມມະສອນ ຫລື ເພັດອາຄົມ, ອາຍຸ 29 ປີ, ປົກກະຕິ ຢູ່ບ້ານ ດົງກະລຶມ ເມືອງປາກງື່ມ ນະຄອນຫຼວງ ວຽງຈັນ ແລະ ນາງ ຫລອດ ທັມ​ມະ​ວົງ, ອາຍຸ 30 ປີ, ຢູ່ບ້ານ ນາວາງໃຕ້ ເມືອງ ໜອງບົກ ແຂວງຄຳມ່ວນ, ຖືກຈັບ ເມື່ອວັນທີ 5 ເດືອນ ມິນາ ປີ 2016 ນີ້ ທີ່ບ້ານ ຂອງນາງຫລອດ. ຕໍ່ມາ ທັງສອງ ຖືກສົ່ງໄປ ນະຄອນຫຼວງ ວຽງຈັນ ແຕ່ບໍ່ຮູ້ວ່າ ປັດຈຸບັນ ຖືກກັກຂັງ ຢູ່ໃສ, ອີງຕາມ ການເປີດເຜີຍ ຂອງ ໝູ່ເພື່ອນ ທີ່ ເຄີຍເຮັດວຽກ ນຳກັນ ຢູ່ໄທ.

ກ່ຽວກັບ ເຣື່ອງນີ້ ພັນໂທ ຄຳໄມ ຈັບທະວົງໄຊ ຮອງຫົວໜ້າ ກອງ ບັນຊາການ ປກສ ແຂວງຄຳມ່ວນ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ວ່າ ທ່ານ ບໍ່ທັນຮູ້ ເຣື່ອງນີ້ເທື່ອ, ທ່ານວ່າ ຈະຖາມເບິ່ງ ຣາຍລະອຽດ ໃຫ້.

ນອກຈາກນັ້ນ, ກັມມະກອນ ລາວ ອີກຄົນນຶ່ງ ກໍ ຫາຍສາບສູນ. ຄົນລາວ ຜູ້ນີ້ ມີຊື່ວ່າ ທ້າວ ສຸການ ໃຈທັດ, ອາຍຸ 32 ປີ, ເດີມຢູ່ ບ້ານຄຳແຮ້ງ, ເມືອງ ໄຊພູທອງ, ແຂວງ ສວັນນະເຂດ, ອາຊີບ ເຮັດວຽກ ເປັນຄົນຍາມ ຢູ່ ປະເທດໄທ, ໄດ້ເດີນທາງ ກັບໄປລາວ ເມື່ອວັນທີ 18 ເດືອນ ກຸມພາ ປີ 2016, ແລ້ວ ຫາຍສາບສູນ ໄປ ເມື່ອວັນທີ 22 ເດືອນ ມິນາ ໃນເວລາ ໄປຫ້ອງການ ປກສ ແຂວງ ສວັນນະເຂດ ເພື່ອຍື່ນ ເອກສານ ເຮັດໜັງສື ເດີນທາງ. ແຟນ ຂອງທ້າວ ສຸການ ທີ່ເຮັດວຽກ ຢູ່ໄທເຊັ່ນກັນ ເວົ້າກັບ ວິທຍຸ ເອເຊັຽເສຣີ ເມື່ອວັນທີ 10 ເດືອນ ພຶສພາ ນີ້ວ່າ:

“ປານນີ້ ກໍຍັງບໍ່ທັນ ໄດ້ຂ່າວ ນັ້ນລະ, ເຂົ້າໄປລາວ ຕັ້ງແຕ່ ວັນທີ 18 [ກຸມພາ] ພຸ້ນນ່າ ແຕ່ວ່າ ເພິ່ນຫາຍໂຕ ໃນວັນທີ 22 [ເດືອນມີນາ]. ເພິ່ນໄປເຮັດ ພັສປອດ ຢູ່ ປກສ ແຂວງ ນ໋ະ. ເພິ່ນ ກະຫາຍໄປ ປະມານ 3 ໂມງ ເຄິ່ງນັ້ນລະ, ເພິ່ນ ຫາຍໄປນະ, ເພິ່ນ ກະບໍ່ຕິດຕໍ່ ມາເລີຍ ເທົ່າສູ່ມື້ນີ້. ຕອນນີ້ ພໍ່ແມ່ ເພິ່ນກະໄປ ຊອກຫາຢູ່ ແຕ່ວ່າກະ ຕຳຣວດ ເຂົາກໍບໍ່ ເປີດເຜີຍ ເຂົາກະວ່າ ບໍ່ເຫັນ.”

ໃນຂນະດຽວກັນ ນັກຂ່າວ ວິທຍຸ ເອເຊັຽເສຣີ ຂອງພວກເຮົາ ກໍຕິດຕໍ່ຫາ ເຈົ້າໜ້າທີ່ ຕຳຣວດ ແຂວງ ສວັນນະເຂດ ທີ່ເວົ້າວ່າ:

“ຍັງໆ ບໍ່ທັນມີໃຜ ແຈ້ງຄວາມ ມາວ່າ ຫາຍສາບສູນ ນ໋ະ, ທາງ ຄອບຄົວລາວ ກະບໍ່ທັນໄດ້ ແຈ້ງມາ ວ່າ ເອີ ລູກຂ້ອຍ ບໍ່ເຫັນ ແນວນັ້ນ ແນວນີ້ ຫັ້ນນ່າ ບໍ່ທັນມີ.”

ໃນຕອນເຊົ້າ ຂອງວັນທີ 22 ມີນາ ປີນີ້, ທ້າວສຸການ ພ້ອມດ້ວຍ ພີ່ນ້ອງຄົນນຶ່ງ ໄປລຽນແຖວ ຂໍຍື່ນ ເອກສານ ເຮັດໜັງສື ເດີນທາງຢູ່ ແຂວງ ສວັນນະເຂດ, ຕອນນຶ່ງ ຜູ້ເປັນ ພີ່ນ້ອງ ອອກໄປຊື້ເຄື່ອງ ຢູ່ຂ້າງນອກ ປ່ອຍ ທ້າວສຸການ ລໍຖ້າ ຢູ່ຜູ້ດຽວ, ແຕ່ກັບມາ ປະມານ ເຄິ່ງຊົ່ງໂມງ ຕໍ່ມາ ກໍບໍ່ເຫັນ ທ້າວສຸການ ແລະ ຫາຍສາບສູນ ໄປເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.