ຣັຖບານລາວເສີມພລັງປ້ອງກັນ


2015.06.17
F-Army ຣັຖບາລລາວ ເສີມພລັງ ກະຊວງປ້ອງກັນ ປະເທດ
LPDR

ຣັຖບາລ ລາວ ປະກາດ ແຕ່ງຕັ້ງ ຮອງ ຣັຖມົນຕຣີ ກະຊວງ ປ້ອງກັນ ປະເທສ 2 ຄົນ, ແລະ ຜູ້ນຳ ຄົນ ສຳຄັນ ຂອງ ກອງທັບ ອີກ 2 ຄົນ ເມື່ອ ວັນສຸກ ທີ 12 ມິຖຸນາ 2015, ໃນ ຂນະທີ່ ມີ ການ ປະຊຸມ ໃຫຍ່ ຂອງ ຄນະ ພັກ ກະຊວງ ປ້ອງກັນ ປະເທສ, ເຮັດໃຫ້ ກະຊວງ ນີ້ ມີ ຮອງ ຣັຖມົນຕຣີ ເຖິງ 4 ຄົນ.

ຜູ້ນຳ ພັກ ປະຊາຊົນ ປະຕິວັດ ລາວ, ດຶງເອົາ ພົນຕຣີ ທອງລອຍ ສີລິວົງ ຜູ້ ອຳນວຍການ ສະຖາບັນ ປ້ອງກັນ ປະເທສ ໄກສອນ ພົມວິຫານ, ແລະ ພົນຕຣີ ວິໄລ ຫຼ້າຄຳຟອງ ຫົວໜ້າ ກົມໃຫຍ່ ການເມືອງ ກອງທັບ ເປັນ ຮອງ ຣັຖມົນຕຣີ ກະຊວງ ປ້ອງກັນ ປະເທສ.

ພ້ອມກັນ ນັ້ນ ກໍ ແຕ່ງຕັ້ງ ພັນເອກ ວຽງສະຫວັນ ລາດສະເພົາ ເປັນ ຮອງ ຫົວໜ້າ ກົມໃຫຍ່ ເຕັກນິກ ກອງທັບ ແລະ ໃຫ້ ພົນ ຈັດຕະວາ ຜາລົມ ລິນທອງ ເປັນ ຫົວໜ້າ ຫ້ອງການ ຄນະ ກັມການ ປ້ອງກັນ ຊາດ ປ້ອງກັນ ຄວາມສງົບ ສູນກາງ.

ພິທີ ປະກາດ ດຳຣັດ ແຕ່ງຕັ້ງ ຄນະນຳ ກະຊວງ ປ້ອງກັນ ປະເທສ ຄັ້ງນີ້, ໄດ້ ຈັດຂຶ້ນ ທີ່ ສະໂມສອນ ກົມໃຫຍ່ ການເມືອງ ກອງທັບ, ໂດຍການ ເປັນ ປະທານ ຂອງ ພົນໂທ ແສງນວນ ໄຊຍະລາດ ຄນະ ເລຂາທິການ ສູນກາງ ພັກ, ຣັຖມົນຕຣີ ກະຊວງ ປ້ອງກັນ ປະເທສ ແລະ ເປັນຜູ້ ປະກາດ ຄຳສັ່ງ ແຕ່ງຕັ້ງ.

ການ ແຕ່ງຕັ້ງ ຂັ້ນນຳ ກອງທັບ ຄັ້ງນີ້, ຫລາຍຝ່າຍ ໃຫ້ ຄວາມ ສົນໃຈ ນຳ ພົນຕຣີ ວິໄລ ຫລ້າຄຳຟອງ ເປັນ ພິເສດ, ເນຶ່ອງຈາກ ວ່າ ຫົວໜ້າ ກົມໃຫຍ່ ການເມືອງ ກອງທັບ ເປັນ ຕຳແໜ່ງ ທີ່ ມີ ອໍານາດ ຄຽງຄູ່ ກັບ ຫົວໜ້າ ກົມໃຫຍ່ ເສນາທິການ ມາ ໂດຍ ຕລອດ, ຊຶ່ງ ຈະເຫັນໄດ້ ຈາກ ຜູ້ ທີ່ຂຶ້ນ ກຳ ຕຳແໜ່ງ ຣັຖມົນຕຣີ ກະຊວງ ນີ້ ລ້ວນແລ້ວ ແຕ່ ເປັນ ບຸກຄົນ ທີ່ໄດ້ ຜ່ານການ ເປັນ ຫົວໜ້າ ກົມ ນຶ່ງ ໃນສອງ ກົມ ນີ້ ທັງນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.