ລາວຕົກລົງຫາຣືເຂື່ອນ ດອນ ສະໂຮງ
2014.06.27
ທ່ານ ໂຊດ ຕຣາຊູ ຫົວໜ້າ ກົມ ຊັພຍາກອນ ທັມຊາດ ແລະ ສິ່ງ ແວດລ້ອມ ໄທ, ປະທານ ກອງປະຊຸມ ຄະນະ ກັມມາທິການ ແມ່ນໍ້າຂອງ MRC ເປີດເຜີຍ ພາຍຫລັງ ສິ້ນສຸດ ກອງປະຊຸມ ທີ່ ບາງກອກ ເມື່ອວັນທີ 26 ມີຖຸນາ 2014 ວ່າ ທາງການລາວ ຍິນດີ ທີ່ ຈະນໍາເອົາ ໂຄງການ ກໍ່ສ້າງ ເຂື່ອນ ດອນສະໂຮງ ໃນ ເມືອງໂຂງ ແຂວງ ຈໍາປາສັກ ເຂົ້າສູ່ ຂະບວນການ ປຶກສາ ຫາຣື ລ່ວງໜ້າ ກ່ອນ ການກໍ່ສ້າງ ຕາມ ຄວາມຕ້ອງການ ຂອງ ປະເທດ ສະມາຊິກ ອື່ນໆແລ້ວ:
"ທ່ານກ່າວວ່າ ສາທາຣະນະຣັດ ປະຊາທິປະຕັຍ ປະຊາຊົນ ລາວ ໄດ້ຖແລງ ຕໍ່ ກອງປະຊຸມ ຄັ້ງນີ້ວ່າ ທາງລາວ ຈະນໍາ ໂຄງການ ດອນສະໂຮງ ເຂົ້າສູ່ ຂະບວນ ການ ປຶກສາ ຫາຣື ລ່ວງໜ້າ ເພື່ອເປີດ ໂອກາດ ໃຫ້ ປະເທດ ສະມາຊິກ ໄດ້ ປຶກສາ ຫາຣື ໃນຣາຍ ຣະອຽດ ຫລາຍຂຶ້ນ ຕລອດເຖິງ ການຮ່ວມມື ໃນ ປະເທດ ສະມາຊິກ ທີ່ຈະ ທໍາການ ປ້ອງກັນ ແລະ ບັນເທົາ ຜົລກະທົບ ຂ້າມ ຊາຍແດນ".
ຫລັງຈາກ 4 ປະເທດ ສະມາຊິກ MRC ໄດ້ນໍາ ບັນຫາ ກັງວົນ ຕ່າງໆ ກ່ຽວກັບ ໂຄງການ ເຂື່ອນ ດອນສະໂຮງ ຂຶ້ນຫາຣື ໃນ ທີ່ປະຊຸມ ໃນທີ່ສຸດ ຄະນະ ຜູ້ແທນລາວ ນໍາໂດຍ ທ່ານ ວິຣະພົນ ວິຣະວົງ ຮອງ ຣັຖມົນຕຣີ ກະຊວງ ພະລັງງານ ແລະ ບໍ່ແຮ່ ກໍຍິນຍອມ ທີ່ຈະນໍາ ໂຄງການ ນັ້ນ ເຂົ້າສູ່ ຂະບວນການ ປຶກສາ ຫາຣື ຫລັງຈາກ ທີ່ ທໍາອິດ ທາງການລາວ ຕ້ອງການ ດໍາເນີນ ໂຄງການ ນັ້ນ ໂດຍໃຊ້ ພຽງວິທີ ການແຈ້ງ ໃຫ້ຊາບ ເທົ່ານັ້ນ ເຮັດໃຫ້ ປະເທດ ສະມາຊິກ ອື່ນໆ ມີຄວາມ ກັງວົນນໍາ ຜົລກະ ທົບ ແລະ ໄດ້ເນີໃຫ້ ຝ່າຍລາວ ທົບທວນ ອີກໃໝ່.
ໃນຖແລງການ ຂອງ ຝ່າຍລາວ ຍັງ ຣະບຸ ອີກວ່າ ແຕ່ເດີມ ປະເທດລາວ ໄດ້ໃຊ້ ຂະບວນການ ແຈ້ງ ເພື່ອຊາບ ສໍາລັບ ໂຄງການ ເຂື່ອນ ດອນສະໂຮງ ເພາະ ທາງການລາວ ຄິດວ່າ ເປັນວິທີ ທີ່ ຖືກຕ້ອງ ສອດຄ່ອງ ກັບ ຂໍ້ຕົກ ລົງແມ່ນໍ້າ ຂອງ ປີ 1995 ແລະ ກໍໄດ້ແຈ້ງ ຣາຍຣະອຽດ ຂອງ ໂຄງການ ທັງໝົດ ໃຫ້ ປະເທດ ສະມາຊິກ ຮູ້ແລ້ວ ກ່ອນໜ້ານີ້. ແຕ່ ໃນວັນນີ້ ທາງການ ລາວ ຈະຂໍແຈ້ງ ໃຫ້ທັງ 4 ປະເທດ ສະມາຊິກ ຮູ້ວ່າ ເພື່ອເປັນ ການຮັກສາ ຄວາມ ສັມພັນ ຣະຫວ່າງ ປະເທດ ສະມາຊິກ ແລະ ຄໍານຶງເຖິງ ຄວາມ ເປັນຫ່ວງ ຂອງ ປະເທດ ສະມາຊິກ ທັງໝົດ ລາວ ຈະນໍາ ໂຄງການ ເຂື່ອນ ດອນສະໂຮງ ເຂົ້າສູ່ການ ປຶກສ ຫາຣື.
ແລະ ຈະໄດ້ ປັບປຸງ ທາງປາຜ່ານ ເພື່ອ ໃຫ້ປາ ຂຶ້ນລົງໄດ້ ແລະ ຈະເຮັດວຽກ ຮ່ວມກັບ ທ້ອງຖີ່ນ ຕໍ່ໄປ ເພື່ອສົ່ງເສີມ ໃນການ ຄຸ້ມຄອງ ການ ປະມົງ ການ ອະນຸລັກ ພັນປາ ສົ່ງເສີມ ການຈັບປາ ຢ່າງຍັ້ງຍືນ ແລະ ຈະສືບຕໍ່ ສົ່ງເສີມ ໃຫ້ ປະຊາຊົນ ໃນ ທ້ອງຖິ່ນ ຮຽນຮູ້ ການລ້ຽງປາ ເປັນອາຊີບ.