ຣັຖບານລາວຮັບສຶກສາ 1 ໃນ 7 ຂໍ້ສເນີ

ຈໍາປາທອງ
2018.11.15
F-Neewat ທ່ານ ນິວັດ ຮ້ອຍແກ້ວ ປະທານກຸ່ມຮັກຊຽງຂອງ ປະເທດໄທ
RFA

ຣັຖບາລລາວແລະບໍຣິສັດຕ້າຖັງຂອງຈີນຮັບ 1 ໃນ 7 ຂໍ້ສເນີຂອງເຄືອຂ່າຍ ພາກປະຊາສັງຄົມໄທ ຄືການສຶກສາຮ່ວມກັນກ່ຽວກັບຜົລກະທົບ ດ້ານການປະມົງແລະປາ ທີ່ອາຈເກີດຂຶ້ນຈາກເຂື່ອນປາກແບງ ຕາມທີ່ເຄືອຂ່າຍນີ້ ໄດ້ຮຽກຮ້ອງເມື່ອຕົ້ນເດືອນ ມົກກະຣາ ຜ່ານມາຖ້າຫາກວ່າ ເຂື່ອນນີ້ຖືກສ້າງຂຶ້ນ.

ໃນຄໍາຮຽກຮ້ອງນີ້ ເປັນນຶ່ງໃນຄໍາຮຽກຮ້ອງຫລາຍຂໍ້ ຮວມທັງເຣຶ່ອງນໍ້າແລະດິນຕົມ ທີ່ອຸດົມດ້ວຍຝຸ່ນ ທີ່ເຄືອຂ່າຍໄດ້ສເນີໄປ ດັ່ງ ທ່່ານ ນິວັດ ຣ້ອຍແກ້ວ ປະທານກຸ່ມຮັກຊຽງຂອງ ແຂວງຊຽງຮາຍຂອງໄທ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນ ມື້ວັນທີ 14 ພຶສຈິກາ ນີ້ວ່າ:

"ມີການໂອ້ລົມກັນເຖິງເຣຶ່ອງ ທີ່ຈະເຮັດຮ່ວມກັນໄດ້ກ່ອນ ຄືເຣຶ່ອງການປະມົງບໍ່ແມ່ນເຣຶ່ອງປາຊື່ໆ ນີ້ຄືສິ່ງທີ່ເຮົາຄິດວ່າ ຢ່າງໜ້ອຍມັນກໍຄືບໜ້າ ໄປອີກຣະດັບນຶ່ງ ເພາະທີ່ຜ່ານມາເຣຶ່ອງນີ້  ມັນຍັງເປັນບັນຫາ."

ທ່ານກ່າວວ່າ ເຣຶ່ອງຜົລກະທົບຈາກເຂື່ອນປາກແບງ ທີ່ຈະມີຕໍ່ປາ ແລະການປະມົງ ນັ້ນເປັນ 1 ໃນ 7 ເຣຶ່ອງ, ຮວມທັງເຣຶ່ອງຣະບົບນິເວດ ຊຶ່ງເຄືອຂ່າຍພາກປະຊາສັງຄົມໄທ ຮຽກຮ້ອງໃຫ້ຣັຖບາລລາວ ແລະບໍຣິສັດຕ້າຖັງຂອງຈີນ ເປີດໂອກາດໃຫ້ເຄືອຂ່າຍ ໄດ້ເຂົ້າຮ່ວມສຶກສານໍາ ເພື່ອເປັນການຢັ້ງຢືນເຖິງຄວາມໂປ່ງໃສ ຍ້ອນວ່າທີ່ຜ່ານມາ ຍັງບໍ່ມີຄວາມໂປ່ງໃສ ແລະຜົລການສຶກສາ ບາງສ່ວນ ກໍບໍ່ກົງກັບຄວາມເປັນຈິງ.

ແຕ່ເຖິງຢ່າງໃດກໍດີ ທ່ານກໍເວົ້າວ່າ ຂໍ້ຕົກລົງນັ້ນ ຍັງບໍ່ທັນເປັນຣາຍລັກອັກສອນເທື່ອ ມີແຕ່ໄດ້ຮັບຄວາມເຫັນດີ ຈາກຫົວໜ້າກົມນະໂຍບາຍ ແລະແຜນພລັງງານ ກະຊວງພລັງງານ ແລະບໍ່ແຮ່ຂອງລາວ ທີ່ມາປະຊຸມກ່ຽວກັບ ເຂື່ອນປາກແບງ ຮ່ວມກັບພາກ ປະຊາສັງຄົມໄທ ທີ່ ແຂວງຊຽງໃໝ່ ໃນວັນທີ 14 ພຶສຈິກາ ນີ້.

ກ່ຽວກັບເຣຶ່ອງທີ່ວ່ານີ້ ທ່ານ ຈັນສະແຫວງ ບຸນນອງ ຫົວໜ້າກົມນະໂຍບາຍ ແລະແຜນພລັງງານຂອງລາວ ກ່າວໃນກອງປະຊຸມນັ້ນວ່າ:

"ຕົວທີ່ວ່າມັນຍັງເປັນຊ່ອງຫວ່າງ ທີ່ວ່າເຮົາຄວນຕໍ່ຍອດດ້ວຍກັນຄືເຣຶ່ອງປະມົງ ເຣຶ່ອງປານີ້ອັນນີ້ຂ້າພະເຈົ້າເຫັນດີວ່າ ເຮົາຈະໃຫ້ເບິ່ງດ້ານນີ້ ຕົວທີ່ວ່າ ຍັງເປັນແກ້ບຕົວນີ້ນະ ຄວນເຮັດຮ່ວມກັນ ຂ້່າພະເຈົ້າເຫັນດີ ແຕ່ວ່າຕົວອື່ນໆ  ຫັ້ນຂໍພິຈາຣະນາວ່າ ມັນຕິດພັນກັບຄວາມໝັ້ນຄົງ ຂອງສອງປະເທສ."

ທ່ານເວົ້າວ່າເຣຶ່ອງຂໍ້ສເນີອື່ນໆນັ້ນ ມັນຂັດກັບຄວາມໝັ້ນຄົງ ແລະກະທົບຕໍ່ທາງການທະຫານ. ທ່ານ ຈັນສະແຫວງ ເວົ້າວ່າໂຄງການເຂື່ອນ ປາກແບງນີ້ ຣັຖບາລລາວ ໄດ້ສຶກສາມາແລ້ວເຖິງ 13 ປີ, ໄດ້ຈ້າງບໍຣິສັດຕ້າຖັງຂອງຈີນ ອອກແບບ ແລະ ພັທນາ ໃຫ້. ໂຄງການນີ້ຍັງ ບໍ່ທັນໄດ້ ອະນຸມັດ ໃຫ້້ສ້າງເທື່ອ ຍ້ອນຜູ້ໄດ້ຮັບຜົລກະທົບ ຢູ່ຝັ່ງໄທ ປະທ້ວງຮຽກຮ້ອງບໍ່ໃຫ້ສ້າງ.

ຈາກຜົລການສຶກສາຂອງພາກປະຊາສັງຄົມໄທ ຫາກເຂື່ອນປາກແບງຖືກສ້າງສໍາເຣັດ ຈະມີຜົລກະທົບໃສ່ປະຊາຊົນ ຊາວເມືອງຊຽງຂອງ, ຊຽງແສນ ແລະວຽງແກ່ງ ຂອງໄທ ຫຼາຍພັນ ຄອບຄົວ. ສ່ວນຢູ່ຝັ່ງລາວ ປະຊາຊົນຢູ່ແຂວງອຸດົມໄຊ, ໄຊຍະບູລີ ແລະບໍ່ແກ້ວ ທັງໝົດ 28 ບ້ານຈະໄດ້ຮັບຜົລກະທົບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.