ຊາວລາວຄຣິສຈຽນຍັງຖືກ ຂົ່ມຂູ່
2014.07.28

ຣາຍງານ ປະຈໍາປີ 2013 ຂອງ ອົງການ ເສຣີພາບ ທາງ ສາສນາສາ ທົ່ວໂລກ ປະຈໍາ ກະຊວງ ການ ຕ່າງປະເທດ ສະຫະຣັຖ ອະເມຣິກາ ຣະບຸ ໂດຍຫຍໍ້ວ່າ ຣັຖທັມມະນູນ ລາວ ກົດໝາຍ ບາງ ມາຕຣາ ແລະ ນະໂຍບາຍ ປົກປ້ອງ ສິດ ເສຣີພາບ ທາງ ສາສນາ ແຕ່ ໃນຂນະ ດຽວກັນ ການ ປະຕິບັດ ກົດໝາຍ ແລະ ນະໂຍບາຍ ຢູ່ເຂດ ທ້ອງຖິ່ນ ຍັງມີ ການຈໍາກັດ ຫລາຍ. ກົດໝາຍ ແລະ ນະໂຍບາຍ ອື່ນໆ ໃນທາງ ປະຕິບັດ ແລ້ວ ຈໍາກັດ ເສຣີພາບ ດ້ານ ສາສນາ ແລະ ຣັຖບານ ເອງ ໂດຍ ທົ່ວໄປ ແລ້ວ ໃຊ້ ກົດໝາຍ ເພື່ອຈໍາກັດ ເສຣີພາບ ທາງ ສາສນາ.
ມີຣາຍງານ ວ່າ ມີການ ພຍາຍາມ ບັງຄັບ ໃຫ້ປະລະ ການຖື ສາສນາ ມີການ ລົງໂທດ ການກັກໂຕ ແລະ ທຸບຕີ ໃນເວລາ ຖືກກັກໂຕ ໄວ້. ກົດໝາຍ ບໍ່ຮັບຮູ້ ຣັຖ ແຫ່ງ ສາສນາ ແຕ່ໃນ ຂນະດຽວກັນ ຣັຖບານ ໃຫ້ການ ສນັບສນູນ ທາງການເງິນ ແລະ ສົ່ງເສີມ ສາສນາພຸດ ໃຫ້ຢູ່ໃນ ຣະດັບສູງ ຊຶ່ງ ເປັນສ່ວນນຶ່ງ ຂອງ ວັທນະທັມ ລາວ.
ອໍານາດ ການປົກຄອງ ຢູ່ຣະດັບ ທ້ອງຖິ່ນ ຢູ່ ບາງເມືອງ ໃນ 17 ແຂວງ ຍັງສືບຕໍ່ ສົງໄສ ກຸ່ມຄົນ ທີ່ບໍ່ຖື ສາສນາ ພຸດ ຫລຶ ບໍ່ຖື ສາສນາ ຜີ ແລະ ຫລາຍຄັ້ງ ຫລາຍຄາວ ສະແດງໂຕ ບໍ່ມີການ ປະນິ ປະນອມ ຕໍ່ກຸ່ມຖື ສາສນາ ສ່ວນນ້ອຍ ໂດຍສະເພາະ ກຸ່ມ ຖືສາສນາ ຄຣິສຈຽນ ຈະເປັນກຸ່ມ ທີ່ ຖືກທາງການ ຮັບຮູ້ ຫລື ບໍ່ຮັບຮູ້ ກໍດີ. ຣາຍງານ ທີ່ ກ່ຽວກັບ ສປປລາວ ນີ້ມີ 9 ໜ້າເຈັ້ຍ.
ກົດໝາຍ ຣັຖທັມມະນູນ ມາຕຣາ 43 ໃຫ້ ສິດ ເສຣີພາບ ທາງ ສາສນາ ແຕ່ ໃນຂນະ ດຽວກັນ ມາຕຣາ 9 ບໍ່ສົ່ງເສີມ ການກະທໍາ ອັນໃດ ກໍດີ ທີ່ ສ້າງຄວາມ ແຕກແຍກ ພາຍໃນ ກຸ່ມ ສາສນາ ແລະ ສ່ວນບຸກຄົນ. ຣັຖບານ ໃຊ້ ກົດໝາຍ ມາຕຣາ 9 ນີ້ ເປັນຂໍ້ອ້າງ ສໍາລັບ ຈໍາກັດ ການເຄື່ອນໄຫວ ກິຈກັມ ທາງ ສາສນາ ເພື່ອ ບໍ່ໃຫ້ ສາສນາ ກຸ່ມນ້ອຍ ຂຍາຍໂຕ ໂດຍສະເພາະ ສາສນາ ຄຣິສຈຽນ. ເຄື່ອງມື ທາງກົດໝາຍ ທີ່ ຣັຖບານ ໃຊ້ຈໍາກັດ ເສຣີພາບ ທາງ ສາສນາ ຊົນ ກຸ່ມນ້ອຍ ແມ່ນດໍາຣັຖ ນາຍົກ ຣັຖມົນຕຣີ ເລກທີ 92. ດໍາຣັຖ ດັ່ງກ່າວ ເປັນໂຕ ຕັດສິນ ວ່າ ການເຄື່ອນໄຫວ ແນວໃດ ຄວນໄດ້ ຮັບ ອະນຸຍາດ.
ຣາຍງານວ່າ ອໍານາດ ການປົກຄອງ ຣະດັບ ທ້ອງຖິ່ນ ບາງ ໂອກາດ ໄດ້ຈັບ ແລະ ກັກໂຕ ສະມາຊິກ ສາສນາ ກຸ່ມນ້ອຍ ຍ້ອນເຂົາເຈົ້າ ປະກອບ ກິຈກັມ ທາງ ສາສນາ. ຫລາຍ ກໍຣະນີ ອໍານາດ ການປົກຄອງ ທ້ອງຖິ່ນ ນາບຂູ່ ຊາວ ຄຣິສຈຽນ ໂດຍການຈັບ ຫລື ຂັບໄລ່ ອອກຈາກ ໝູ່ບ້ານ ຖ້າຫາກ ເຂົາເຈົ້າ ບໍ່ ປະຕິບັດ ຕາມຣະບຽບ ບາງຢ່າງ ຂອງ ທາງການ.