SK ຕ້ອງຮັບຜິດຊອບ ຮອບດ້ານ: ເກົາຫຼີໃຕ້ CSO
2018.09.24
ອົງການຈັດຕັ້ງທາງສັງຄົມ ເກົາຫລີໃຕ້ ແລະ ສະພາແຫ່ງຊາດ ຂອງເກົາຫລີໃຕ້ ກົດດັນແລະທວງຖາມ ໃນສາເຫດຂອງເຂື່ອນເຊປຽນ ເຊນ້ຳນ້ອຍ ແຕກ ນຳບໍຣິສັດ ທີ່ຮັບຜິດຊອບ ແລະ ທະນາຄານຜູ້ໃຫ້ເງິນກູ້ ແກ່ໂຄງການສ້າງເຂື່ອນເຊປຽນ -ເຊນ້ຳນ້ອຍ.
ຫລັງຈາກເຫດການ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ໃນວັນທີ 23 ກໍຣະກະດາ ທີ່ຜ່ານມາ ຈົນເປັນເຫດເຮັດມີຜູ້ເສັຍຊີວິດ 40 ຄົນ ແລະ ຍັງຫາຍສາບສູນອີກ 32 ຄົນ. ອີງຕາມຂໍ້ມູນຫລ້າສຸດ ຂອງຈາກ ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງສະໜາມໄຊ ແຂວງອັດຕະປື.
ສອງບໍຣິສັດທີ່ຮັບຜິດຊອບໂຄງການ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແມ່ນບໍຣິສັດ ຈາກປະເທດເກົາຫລີໃຕ້ ທີ່ຊື່ວ່າ ບໍຣິສັດ SK Engineering and Construction ແລະ ບໍຣິສັດ Korea Western Power, ແລະອີກສອງບໍຣິສັດ ແມ່ນບໍຣິສັດຈາກປະເທດໄທ ແລະລາວ.
ຢູ່ໃນກອງປະຊຸມເສວະນາ ທີ່ຊື່ວ່າ International Public Forum ທີ່ຈັດຂຶ້ນ ວັນທີ 17-20 ກັນຍາ ຢູ່ກຸງໂຊລ ປະເທດເກົາຫລີໃຕ້, ອົງການຈັດຕັ້ງທາງສັງຄົມ ຂອງເກົາຫລີໃຕ້ ທີ່ມີຊື່ວ່າ Peace MOMO ໄດ້ພາກັນການທວງໃຫ້ບໍຣິສັດ ຂອງເກົາຫລີໃຕ້ ສອງບໍຣິສັດ ເປີດເຜີຍສາເຫດເຂື່ອນແຕກ ແລະ ຮັບຜິດຊອບກັບສິ່ງທີ່ເກີດຂຶ້ນ.
ຍານາງ YUN JI YOUNG ຈາກອົງການ Peace MOMO ຊຶ່ງເປັນອົງການຈັດຕັ້ງທາງສັງຄົມ ຂອງປະເທດເກົາຫລີໃຕ້ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 18 ກັນຍາ ວ່າ:
"ອົງການພາກປະຊາສັງຄົມ ເກົາຫລີໃຕ້ ຕ້ອງການໃຫ້ບໍຣິສັດ SK ສະແດງຄວາມຮັບຜິດຊອບ ຕໍ່ເຫດການທີ່ເກີດຂຶ້ນ, ດັ່ງນັ້ນຈຶ່ງຕ້ອງການ ໃຫ້ບໍຣິສັດ SK ຕອບຮັບຂໍ້ຮຽກຮ້ອງ ໃນການຂໍເຂົ້າພົບໃນຣະວ່າງ ທີ່ກຸ່ມເຄືອຂ່າຍ ຈາກກັມພູຊາແລະໄທ ເດີນທາງ ມາເກົາຫລີໃຕ້ ແຕ່ທາງບໍຣິສັດ ປະຕິເສດຂໍ້ຮຽກຮ້ອງ ດັ່ງກ່າວ ແລະບໍ່ຕອບກັບ ໃນຄຳຖາມໃດໆ ທີ່ສົ່ງໄປໃຫ້, ດັ່ງນັ້ນເຮົາຈຶ່ງຕ້ອງການໃຫ້ ບໍຣິສັດ SK ຮັກສາຂໍ້ຮຽກຮ້ອງ ແລະຄຳຖາມ ແລະ ຕອບກັບມາຍັງອົງການ ຂອງພວກເຮົາ."
ຍານາງກ່າວຕື່ມວ່າ ເຄືອຂ່າຍອົງການຈັດຕັ້ງທາງສັງຄົມ ຈາກຫລາຍປະເທດເປັນຕົ້ນ ປະເທດເກົາຫລີໃຕ້ ປະເທດໄທ ແລະກັມພູຊາ ຮຽກຮ້ອງໃຫ້ຜູ້ ບໍຣິຫານ ບໍຣິສັດ SK ເຂົ້າຮ່ວມການສົນທະນາ ແລະຕອບຄຳຖາມກ່ຽວກັບ ຜົລກະທົບ ຂອງເຂື່ອນເຊປຽນ -ເຊນໍ້ານ້ອຍ ແຕກ ແລະ ການຊົດເຊີຍຜົລກະທົບ ໄລຍະຍາວ, ແຕ່ທາງບໍຣິສັດ ກໍ່ປະຕິເສດ ທີ່ຈະເຂົ້າຮ່ວມ.
ໃນວັນດຽວກັນ ບັນດາເຈົ້າໜ້າທີ່ ອົງການຈັດຕັ້ງທາງສັງຄົມ ຂອງເກົາຫລີໃຕ້ ໄດ້ພາກັນ ເດີນທາງໄປຢື່ນໜັງສື ແລະຮຽກຮ້ອງ ຢູ່ຕໍ່ໜ້າ ຫ້ອງການໃຫຍ່ ຂອງບໍຣິສັດ SK Engineering and Construction ເພື່ອຮຽກຮ້ອງໃຫ້ ບໍຣິສັດດັ່ງກ່າວ ສະແດງຄວາມ ຮັບຜິດຊອບ ກັບເຫດການເຂື່ອນແຕກ.
ນອກຈາກນີ້, ເຈົ້າໜ້າທີ່ສະພາແຫ່ງຊາດ ຂອງເກົາຫລີໃຕ້ ກໍໄດ້ເອີ້ນ ຜູ້ຕາງໜ້າຂອງ ບໍຣິສັດ ດັ່ງກ່າວ ເຂົ້າມາພົບ ໃຫ້ຊີ້ແຈງ ເຖິງສາເຫດ ຂອງເຫດການ ເຂື່ອນແຕກ ໃນຄັ້ງນີ້, ແຕ່ຄຳໃຫ້ການຂອງບໍຣິສັດບໍ່ກົງກັນ.
ທ່ານ Kim Sung Whan ສະມາຊິກສະພາແຫ່ງຊາດ ຫລື ສສຊ ຂອງເກົາຫລີໃຕ້ ຜູ້ທີ່ເປັນຄນະກໍາມະການ ທາງດ້ານການຄ້າ ແລະ ພລັງງານ ໄດ້ກ່າວໃນຂນະທີ່ ພົບປະກັບ ຜູ້ຕາງໜ້າອົງການຈັດຕັ້ງທາງສັງຄົມ ໃນວັນທີ 18 ກັນຍາ ວ່າ: ບໍຣິສັດ SK Engineering and Construction ໄດ້ໃຫ້ການວ່າ ເຂື່ອນແຕກເກີດຈາກພັຍພິບັດ ທັມມະຊາດ ຝົນຕົກໜັກ ແລະ ບໍຣິສັດ Korean Western Power ບອກວ່າ ເຂື່ອນແຕກ ແມ່ນເກີດຈາກການກໍ່ສ້າງ.
ທ່ານ Kim Sung Whan ກ່າວຕື່ມອີກວ່າ: ຣັຖບານຂອງເກົາຫລີໃຕ້ ຢາກໃຫ້ທຸກຝ່າຍໄດ້ປະໂຫຍດ ຈະເລັ່ງຫາສາເຫດ ເຂື່ອນແຕກ ແລະ ຈະຜັກດັນເລື້ອງນີ້ ໃຫ້ເຖິງຫ້ອງການ ຣັຖບານ ແລະ ເຈົ້າໜ້າທີ່ສະພາແຫ່ງຊາດ ຂອງເກົາຫລີໃຕ້ ຍັງໄດ້ເອີ້ນ ຜູ້ຕາງໜ້າ ທະນາຄານ Eximbank ຂອງເກົາຫລີໃຕ້ ຊຶ່ງເປັນທະນາຄານ ທີ່ໃຫ້ເງິນກູ້ແກ່ໂຄງການ ກໍ່ສ້າງເຂື່ອນ ເຊປຽນ-ເຊນ້ຳນ້ອຍ ເຂົ້າມາຊີ້ແຈງ ເຖິງສາເຫດ ຂອງເຂື່ອນແຕກ ໃນຄັ້ງນີ້ ແຕ່ທະນາຄານ ບໍ່ສາມາດໃຫ້ຂໍ້ມູນ ທີ່ຊັດເຈນໄດ້.
ທ່ານ Ryu Sung Jae ເລຂານຸການອາວຸໂສ ຝ່າຍນະໂຍບາຍສາທາຣະນະ ຂອງສະພາແຫ່ງຊາດ ເກົາຫລີໃຕ້ ໄດ້ກ່າວໃນວັນທີ 19 ກັນຍາ ວ່າ: ຣັຖບານເກົາຫລີໃຕ້ ກຳລັງຈັບຕາເບິ່າງທ່າທີ ຂອງທະນາຄານ Eximbank ຢ່າງໃກ້ຊິດ ແລະຫວັງວ່າ ທະນາຄານ ຈະເຂົ້າມາຊີ້ແຈງ ເຖິງສາເຫດທີ່ແທ້ຈິງ ຂອງເຫດການເຂື່ອນແຕກ ຕໍ່ຣັຖບານເກົາຫລີໃຕ້ ແລະອາດຈະມີຜົນຕໍ່ ການພິຈາຣະນາ ບໍ່ປ່ອຍເງິນກູ້ໃຫ້ແກ່ ບໍຣິສັດເກົາຫລີໃຕ້ ສອງ ບໍຣິສັດ ດັ່ງກ່າວໃນການກໍ່ສ້າງເຂື່ອນ.
ອັນນັ້ນ ເປັນຄຳເວົ້າຂອງ ທ່ານ ທ່ານ Ryu Sung Jae ເລຂານຸການອາວຸໂສ ຝ່າຍນະໂຍບາຍສາທາຣະນະ ຂອງສະພາແຫ່ງຊາດ ເກົາຫລີໃຕ້.
ເພື່ອສອບຖາມຂໍ້ມູນເພີ້ມເຕີມ, ໃນວັນທີ 19 ກັນຍາ ເອເຊັຍເສຣີ ໄດ້ໂທຫາ ທ່ານ Kim Youngun ເຈົ້າໜ້າທີ່ອາວຸໂສ ຂອງທະນາຄານ Eximbank, ແຕ່ ທ່ານ ປະຕິເສດ ທີ່ຈະໃຫ້ ຄຳເຫັນໃນເລື້ອງນີ້.
ບັນດາ ທ່ານ ກ່ຽວກັບຄວາມຮັບຜິດຊອບ ຂອງບໍຣິສັດທີ່ເປັນເຈົ້າຂອງໂຄງການ ເຂື່ອນ ເຊປຽນ-ເຊນ້ຳນ້ອຍ ຍັງຈະມີການທວງຖາມ ກັນຕໍ່ໄປ ບໍ່ວ່າ ຈະຢູ່ໃນພາຍໃນ ປະເທດ ແລະ ນອກປະເທດ ແລະບໍ່ວ່າ ຈະໃຊ້ເວລາ ອີກດົນປານໃດກໍຕາມ ເພາະວ່າ ອັນນີ້ ມັນກ່ຽວຂ້ອງກັບຊີວິດ ຂອງປະຊາຊົນລາວ ທີ່ທຽບເປັນມູນຄ່າເງິນບໍ່ໄດ້.