ໂອບາມາສົນທະນາກັບ ຊາວໜຸ່ມ ອາຊຽນ

ຈໍາປາທອງ
2016.09.08
F-Obama ທ່ານ ບາຣັກ ໂອບາມາ ກໍາລັງ ສົນທະນາ ກັບຄນະຜູ້ນໍາຊາວໜຸ່ມ ປະເທດ ອາຊຽນ ທີ່ ມະຫາວິທຍາລັຍ ສຸພານຸວົງ
RFA/NY

ທ່ານ ປະທານາທິບໍດີ ບາຣັກ ໂອບາມາ ແຫ່ງ ສະຫະຣັຖ ອະເມຣິກາ ໄດ້ເດີນທາງ ໄປເຂົ້າຮ່ວມ ກ່າວ ຄໍາປາສັຍ ຕໍ່ ກອງປະຊຸມ ຜູ້ນໍາ ຊາວໜຸ່ມ ອາຊຽນ ຊຶ່ງ ເປັນນັກສຶກສາ ຈາກໂຄງການ ການສຶກສາ ແລະ ໂຄງການ ຊາວໜຸ່ມ ອາຊຽນ ທີ່ ມະຫາວິທຍາລັຍ ສຸພານຸວົງ ໃນວັນທີ 5 ກັນຍາ ນີ້.

ໃນຕອນທ້າຍ ຂອງການປະຊຸມ ທ່ານໄດ້ເປີດ ໂອກາດ ໃຫ້ນັກສຶກສາ ຈາກ ປະເທສຕ່າງໆ ໂອ້ລົມ ແລະ ຍົກຄໍາຖາມ ຕໍ່ທ່ານ. ຄໍາຖາມ ທີ່ມີ ຕໍ່ທ່ານນັ້ນ ມີທັງເຣຶ່ອງ ການພັທນາ ການສຶກສາ ໃນອາຊຽນ, ການສ້າງ ຄວາມສັນຕິສຸກ ຂອງ ສະຫະຣັຖ ອະເມຣິກາ ທີ່ ມີຫລາຍ ເຊື້ອຊາດ, ການພັທນາ ຢ່າງຍືນຍົງ ໃນ ອາຊຽນ ແລະ ຢູ່ ສປປລາວ, ການຄົງຢູ່ ແລະ ການ ດໍາເນີນງານ ຂອງໂຄງການ ການສຶກສາ ແລະ ໂຄງການ ຊາວໜຸ່ມ ອາຊຽນ ທີ່ ທ່ານ ບາຣັກ ໂອບາມາ ເປັນຜູ້ກໍ່ຕັ້ງ ຫລັງຈາກ ທີ່ ທ່ານພົ້ນ ຕໍາແໜ່ງ ປະທານາທິບໍດີ ໄປແລ້ວ.

ນັກສຶກສາ ນາງນຶ່ງ ທີ່ເຂົ້າຮ່ວມ ກອງປະຊຸມ ແຕ່ບໍ່ມີ ໂອກາດ ໄດ້ຖາມ ທ່ານ ບາຣັກ ໂອບາມາ ນັ້ນ ກ່າວຕໍ່ ວິທຍຸ ເອເຊັຍ ເສຣີ ຫລັງ ກອງປະຊຸມ ວ່າ, ນາງຄາດຫວັງ ຢາກໃຫ້ ສະຫະຣັຖ ອະເມຣິກາ ເຂົ້າມາຊ່ວຍເຫລືອ ດ້ານການພັທນາ ຊັພຍາກອນ ມະນຸດ ໃນອາຊຽນ:

"ໃນໃຈນ້ອງເນາະ ຖ້າໂອກາດ ເພາະບໍ່ມີ ໂອກາດໄດ້ ຖາມເພິ່ນ ຖ້າເປັນນ້ອງ ຢາກຖາມວ່າ ເພິ່ນມີ ຄວາມຄິດແນວໃດ ກ່ຽວກັບ ການ ພັທນາ ຊັພຍາກອນ ມະນຸດ ຢູ່ໃນອາຊຽນ ເນາະ ກໍແອບຫວັງຢູ່ວ່າ ຢາກໃຫ້ເພີ່ນ ມາຊ່ວຍເຫລືອ ການພັທນາ ຊັພຍາກອ ມະນຸດ ຢູ່ ເອເຊັຍ ເອເຊັຍເນາະ ກໍຄືຢາກໃຫ້ເພິ່ນ ມາຊ່ວຍພັທນາ ທາງດ້ານ ການທ່ອງທ່ຽວ ເສຖກິດ ສັງຄົມ".

ນາງກ່າວຕື່ມວ່າ ການພັທນາ ທີ່ີວ່ານັ້ນ ຈະຊ່ວຍໃຫ້ ສປປລາວ ມີການພັທນາ ຂຶ້ນອີກຕື່ມ ໃນອະນາຄົດ. ຂນະດຽວກັນ ນັກສຶກສາ ອີກທ່ານນຶ່ງ ກໍຄາດຫວັງໃຫ້ ສະຫະຣັຖ ອະເມຣິກາ ເຂົ້າມາລົງທຶນ ໃນລາວ ເພີ່ມຂຶ້ນ ຍ້ອນວ່າ ສະຫະຣັຖ ອະເມຣິກາ ໜ້າຈະສ້າງ ມາຕຖານ ການລົງທຶນ ແລະ ສົ່ງເສີມໃນເຣຶ່ອງ ສິດທິມະນຸດ ໄດ້ດີກວ່າ ຫຼາຍປະເທສ:

"ຖ້າຕາມຄວາມຄິດ ກໍແມ່ນ ຢູເອສເອ ຫຼາຍກວ່າ ເພາະວ່າຈະເວົ້າ ເຣຶ່ອງມາຕຖານ ແລະ ຄວາມປອດພັຍ ເປັນຫລັກ ຄືເຂົາຈະເນັ້ນ ຄວາມປອດພັຍ ຫຼາຍກວ່າ ແລະ ກໍແບບຕ້ອງວ່າ ເຣຶ່ອງສິດທິ ສ່ວນບຸກຄົນ ຫລື ສິດທິມະນຸດ ສູງກວ່າ".

ກອງປະຊຸມ ຜູ້ນໍາ ຊາວໜຸ່ມ ອາຊຽນ ຊຶ່ງ ປະທານາທິບໍດີ ບາຣັກ ໂອບາມາ ແຫ່ງ ສະຫະຣັຖ ອະເມຣິກາ ເຂົ້າຮ່ວມ ກ່າວ ຄໍາປາສັຍ ຢູ່ ມະຫາວິທຍາລັຍ ສຸພານຸວົງ ທີ່ ນະຄອນ ຫຼວງພຣະບາງ ຄັ້ງນີ້ ມີນັກສຶກສາ ຈາກ ປະເທສ ອາຊຽນ ປະມານ 400 ຄົນ ເຂົ້າຮ່ວມ. ໃນນັ້ນ ມີຊາວໜຸ່ມ ນັກສຶກສາ ລາວ ປະມານ 100 ຄົນ ໃນໂຄງການ ຊາວໜຸ່ມ ອາຊຽນ ແລະ ຕົວແທນ ຈາກ ພາກສ່ວນຕ່າງໆ ເຂົ້າຮ່ວມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.