ຄົນງານລາວ ຍັງບໍ່ໄດ້ຮັບການຊ່ອຍເຫຼືອ ພຽງພໍ
2017.07.05
ຄົນງານລາວ ທີ່ເຮັດວຽກ ຢູ່ປະເທດໄທຍ໌ ຈົ່ມວ່າ ບໍ່ໄດ້ຮັບ ການເບິ່ງແຍງ ຊ່ວຍເຫຼືອ ຈາກທາງການລາວ ໂດຍສະເພາະ ຈາກສະຖານທູດ ສປປລາວ ປະຈໍາປະເທດໄທຍ໌ ເທົ່າທີ່ຄວນ. ບໍ່ພຽງເທົ່ານັ້ນ ເມື່ອກັບໄປບ້ານແລ້ວ ຢູ່ແຕ່ລະແຂວງ ຂອງລາວ ຍັງມີ ການ ເກັບເງິນພາສີ ນໍາອີກ, ບາງແຂວງ ກໍເກັບຫລາຍ ບາງແຂວງ ກໍເກັບໜ້ອຍ.
ໂຕຢ່າງ ແຂວງຈໍາປາສັກ ເກັບ 4 ແສນກີບ ຕໍ່ຄົນຕໍ່ປີ, ຕາມທີ່ຄົນງານລາວ ທີ່ໄດ້ເຮັດວຽກ ຢູ່ໄທຍ໌ ຈົ່ມຜ່ານທາງເຟສບຸກຄ໌ (Facebook) ທີ່ບໍ່ແຈ້ງວ່າ ຄລິບນີ້ ແມ່ນອອກໃນມື້ໃດ ປີໃດ. ແຕ່ເຈົ້າໜ້າທີ່ ຂັ້ນສູງ ກົມພັທນາ ສີມືແຮງງານ ແລະ ຄຸ້ມຄອງແຮງງານ ກະຊວງ ແຮງງານ ແລະ ສວັດດິການ ສັງຄົມ ຂອງລາວ ກ່າວວ່າ ທາງການລາວ ແລະ ໄທຍ໌ ໄດ້ຮ່ວມມືກັນ ຕັ້ງສູນຊ່ວຍເຫລືອ ຄົນງານລາວ ຢູ່ບາງກອກ ແລະ ເມືອງໜອງຄາຍ.
"ຄັນເຮົາ ໄປໃນນາມ ທີ່ບໍ່ຖືກຕ້ອງ ເຮົາຈະມີກົງສຸນ ເຣື່ອງການປັບ ສະຖານະພາບ ປະຈໍາຢູ່ໄທຍ໌ ລະແມ່ນ ໄປພົວພັນ ນໍາເພິ່ນຫັ້ນ ຖ້າວ່າ ເຮົາກັບມາລາວພີ້ ມາເຮັດໃຫ້ຖືກຕ້ອງ ຈັ່ງອອກໄປ ຖ້າວ່າ ເຮົາໄປໃນນາມ ທີ່ບໍ່ຖືກຕ້ອງ ກະຄື ເປັນຕາມຂະບວນ ທີ່ເພິ່ນແຈ້ງຫັ້ນ ໄປໃນນາມ ທີ່ເຮົາ ສົ່ງອອກຫັ້ນ ມັນ ຈະບໍ່ມີບັນຫາຫຍັງ ເຣື່ອງກົດໝາຍ ເຮົາບໍ່ຄວບຄຸມ ໄປນອກກອບ ບໍ່ຮັບປະກັນຕົວນີ້."
ທ່ານເວົ້າຕື່ມວ່າ ຄົນງານລາວ ທີ່ບໍ່ປະຕິບັດ ຕາມກົດໝາຍ ຂອງໄທຍ໌ ເຊັ່ນ ບໍ່ມີໃບອະນຸຍາດ ເຮັດວຽກ ຈະຖືກຈັບ ແລະ ປັບໃໝ. ຕາມກົດໝາຍໃໝ່ ຂອງໄທຍ໌, ຄົນງານຕ່າງປະເທດ ທີ່ເຮັດວຽກ ບໍ່ຖືກຕ້ອງ ຕາມກົດໝາຍໄທຍ໌ ຈະຕ້ອງໄດ້ອອກ ນອກປະເທດໄທຍ໌ ໄປ. ແລະ ສໍາລັບ ນາຍຈ້າງ ກໍຈະຖືກລົງໂທດ ດ້ວຍການປັບໃໝ ແຕ່ 4 ແສນເຖິງ 8 ແສນບາດ.
ເຈົ້າໜ້າທີ່ ຈັດຫາງານ ແຂວງໜອງຄາຍ ເປີດເຜີຍວ່າ ພາຍໃນວັນທີ 31 ມິນາ ປີໜ້າ ຄົນງານລາວ ຢູ່ໄທຍ໌ ທຸກຄົນ ຈະຕ້ອງປັບ ສະຖານະພາບ ເຂົ້າຣະບົບ E-work permit ຊຶ່ງຈະໃຊ້ບັດ Smart card ແທນບັດ ສີບົວ ຂະນະທີ່ 7 ເດືອນ ຜ່ານມານີ້ ມີຄົນງານ ລາວ ທີ່ຜິດກົດໝາຍ ມາຂໍບັດອະນຸຍາດ ເຮັດວຽກ Smart card 4-5 ພັນຄົນເທົ່ານັ້ນ ຄືມີຈໍານວນໜ້ອຍເຕັມທີ່ ຖ້າທຽບໃສ່ຄົນງານລາວ ທີ່ຖືກກົດໝາຍ ໃນໄທ 170 ພັນປາຍຄົນ.
"ກໍຕອນນີ້ ທຸກຄົນນະ ບັງຄັບແລ້ວໃຫ້ເຮັດ ອີເວີກເພີມິຕ ໝົດນັ້ນກໍຄື ນໍາເຂົ້າແບບ ແອັມໂອຢູ ຜ່ານບໍຣິສັດ ຈັດຫາງານ ຂອງລາວ ບໍ່ມີເປັນເຫລັ້ມແລ້ວ ເພາະທາງການໄທຍ໌ ສັ່ງມາ."
ພາຍຫລັງ ທີ່ໄດ້ມີການປະກາດ ໃຊ້ກົດໝາຍໃໝ່ ຂອງໄທຍ໌ ແລ້ວ ຄົນງານລາວ, ກໍາພູຊາ ແລະ ພະມ້າ ທີ່ເຮັດວຽກ ແບບຜິດກົດໝາຍ ຢູ່ປະເທດໄທຍ໌ ກໍພາກັນເດີນທາງ ກັບປະເທດ ຂອງໃຜລາວ ແຕ່ສັງເກດເຫັນວ່າ ຄົນງານລາວ ກັບບ້ານໜ້ອຍ.