ພັລຍາທ່ານສົມບັດຍັງຕັ້ງ ໃຈຫວັງ
2015.12.11

ມາດາມ ອຶງ ຊຸຍເມັງ ພັລຍາ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ລາວ ຍັງບໍ່ໄດ້ ຮູ້ຂ່າວ ຄວາມຄືບຫນ້າ ໃດໆ ເພິ່ມຕື່ມ ຈາກ ທາງການລາວ ເຖິງແມ່ນວ່າ ການລັກພາຕົວ ທ່ານ ສົມບັດ ຈະ ຜ່ານໄປ 3 ປີ ແລ້ວກໍຕາມ. ມາດາມ ໃຫ້ສຳພາດ ຕໍ່ ເອເຊັຽ ເສຣີ ເມື່ອ ວັນທີ 10 ທັນວາ ນີ້ວ່າ:
“ບໍ່ມີຫຍັງເລີຍ ມີແຕ່ແຈ້ງວ່າ ຍັງສືບສວນ ຢູ່ ຍັງຊອກຫາ ບໍ່ໄດ້ ບໍມີຂໍ້ມູນ ໃຫມ່ເລີຍ, ມີແຕ່ບອກ ວ່າສືບຕໍ່ ບໍມີຂໍ້ມູນ ໃຫມ່ ເພິ່ມຕື່ມ ຈັກນິດເລີຍ”.
ນາງ ກ່າວຕື່ມວ່າ ຈົນຮອດ ປັຈຈຸບັນ ເຖິງ ຈະຜ່ານໄປ 3 ປີ ແລ້ວ ແຕ່ສ່ວນຕົວ ກໍຍັງມີ ຄວາມຫວັງວ່າ ວັນໃດ ວັນນຶ່ງ ທ່ານ ສົມບັດ ຈະກັບມາ. ມາດາມ ອຶງ ຊຸຍເມັງ ກ່າວອີກ ຕອນນຶ່ງ ກ່ຽວກັບ ກໍຣະນີ ສະພາ ແຫ່ງຊາດ ລາວ ໄດ້ຮັບຜ່ານ ຮ່າງ ຣັຖທັມນູນ ສະບັບ ປັບປຸງ ໃຫມ່ ທີ່ ເຄົາຣົບ ແລະ ປົກປ້ອງ ສິດທິ ມະນຸດ.
ແລະ ເຣື່ອງ ທີ່ວ່າ ສະພາ ສິດທິ ມະນຸດ ສະຫະ ປະຊາຊາດ ຈະດັດແກ້ ກົລໄກ ເພື່ອໃຫ້ ຜູ້ຖືກ ຣະເມີດ ສິດທິ ສາມາດ ສົ່ງຍື່ນ ຂໍຄວາມເປັນທັມ ໄປຍັງ ສະພາ ສິດທິ ມະນຸດ ໄດ້ນັ້ນ ວ່າເປັນ ເຣື່ອງດີ ແລະ ຫວັງວ່າ ກົລໄກນີ້ ຈະເປັນອີກ ທາງນຶ່ງ ໃນການ ຮຽກຮ້ອງ ຄວາມເປັນທັມ ໃຫ້ ທ່ານ ສົມບັດ ສົມພອນ:
“ອັນນີ້ ກໍເປັນ ເຣື້ອງດີ ກໍຄິດວ່າ ນັ້ນແມ່ນ ເສັ້ນທາງ ນຶ່ງ ທີ່ຕໍ່ໄປ ເຮົາ ຈະເດີນຕໍ່, ເປັນເສັ້ນທາງ ຕື່ມອີກ ເພື່ອໃຫ້ຜູ້ ທີ່ເປັນຄື ປ້າ ໄດ້ຕໍ່ສູ້ ຕື່ມ”.
ງານຣະຣຶກ ຄົບຮອບ 3 ປີ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ກໍານົດ ຈັດຂຶ້ນ ໃນ ວັນສຸກທີ 11 ທັນວາ ນີ້ ຢູ່ສູນ ອົບຮົມ ຮ່ວມພັທນາ ຢູ່ ນະຄອນຫຼວງ ວຽງຈັນ ໃນຖານະ ທີ່ ທ່ານ ສົມບັດ ເປັນຜູ້ກໍ່ຕັ້ງ ສູນ ດັງກ່າວ.
ໃນຂນະ ດຽວກັນ ອີກຫຼາຍ ປະເທດ ເປັນຕົ້ນ ປະເທດໄທ ກໍ ຈະຈັດງານ ອະທິບາຍ ບັນຫາ ໂດຍ ອົງການ ສິດທິ ມະນຸດ ແລະ ກິຈກັມ ຂອງ ຊາວຫນຸ່ມ ທີ່ ສັທທາ ໃນ ແນວຄິດ ການພັທນາ ຂອງທ່ານ ສົມບັດ ສົມພອນ ນຳດ້ວຍ.