ການບັງຄັບໃຫ້ຄົນ ຫາຍ ສາບສູນ
2015.09.01
ນັບຕັ້ງແຕ່ ຣັຖບານ ລາວ ໄດ້ລົງນາມ ໃນ ສົນທິ ສັນຍາ ວ່າດ້ວຍ ການປົກປ້ອງ ບຸກຄົນ ຈາກການ ຫາຍສາບສູນດ ຫຼື ICPPED ເປັນເວລາ 7 ປີ ມາແລ້ວ, ສປປລາວ ບໍ່ພຽງແຕ່ ຂາດຄວາມ ສົນໃຈ ໃນການ ໃຫ້ ສັຕຕະຍາບັນ ແກ່ ສົນທິ ສັນຍາ ເທົ່ານັ້ນ, ແຕ່ຍັງບໍ່ ເອົາໃຈໃສ່ ໃນການ ສືບສວນ ກໍຣະນີ ຜູ້ຖຶກ ບັງຄັບ ໃຫ້ ຫາຍສາບສູນ, ເປັນຕົ້ນ 7 ຄົນ ທີ່ ຖືກບັງຄັບ ໃຫ້ ຫາຍສາບສູນ ເມື່ອ ປີ 2009, ແລະ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ, ນັກ ພັທນາ ຊຸມຊົນ, ຕາມ ຄໍາຖແລງ ຂອງ ທ່ານ Andrea Giorgetta ຜູ້ ອໍານວຍການ ສະຫະພັນ ສິດທິ ມະນຸດ ສາກົນ ເຂດ ເອເຊັຽ ເມື່ອ ວັນທີ 31 ສິງຫາ ຕໍ່ ເອເຊັຽ ເສຣີ ພາຍຫລັງ ອອກ ຖແລງການ ໃນວັນ ສາກົນ ປົກປ້ອງ ຜູ້ ຖືກບັງຄັບ ໃຫ້ ຫາຍສາບສູນ ວັນທີ 30 ສິງຫາ:
"ຕາມ ຄວາມຈິງນັ້ນ ພວກທ່ານ ໄດ້ເຫັນວ່າ ສິ່ງທີ່ ຣັຖບານ ລາວ ໄດ້ເຮັດ ໄດ້ທໍາ, ໃນ ລະຍະ 7 ປີ ກ່ຽວກັບ ກໍຣະນີ ການຖືກ ບັງຄັບ ໃຫ້ ຫາຍສາບສູນ ນີ້ ທາງການ ລາວ ບໍ່ໄດ້ ສືບສວນ ໃນທາງ ທີ່ຖືກຕ້ອງ ເທົ່າທີ່ຄວນ, ແມ່ແຕ່ ກໍຣະນີ ດຽວ. ທ່ານວ່າ ກໍຣະນີ ຜູ້ຖືກ ບັງຄັບ ໃຫ້ ຫາຍສາບສູນ ມີເພີ້ມຂຶ້ນ ນັບແຕ່ ສປປລາວ ໄດ້ ລົງນາມ ໃນ ສົນທິ ສັນຍາ ວ່າດ້ວຍ ການປົກປ້ອງ ຜູ້ຖືກ ບັງຄັບ ໃຫ້ ຫາຍສາບສູນ, ໃນນັ້ນ ມີ ກໍຣະນີ ຜູ້ຖືກ ບັງຄັບ ໃຫ້ ຫາຍສາບສູນ ເມື່ອ ເດືອນ ພຶສຈິກາ ປີ 2009 ແລະ ຕໍ່ມາ ແມ່ນ ກໍຣະນີ ການຖືກ ບັງຄັບໃຫ້ ຫາຍສາບສູນ ທ່ານ ສົມບັດ ສົມພອນ, ຊຶ່ງເປັນ ກໍຣະນີ ຣະດັບ ສາກົນ. ອັນນັ້ນ ສະແດງ ໃຫ້ເຫັນວ່າ ຣັຖບານ ລາວ ບໍ່ພຽງແຕ່ ບໍ່ໃຫ້ ສັຕຕະຍາບັນ ສົນທີ ສັນຍາ ນີ້, ແຕ່ບໍ່ໄດ້ ເຮັດຫຍັງເລີຍ ເພື່ອ ຮັກສາ ຈິດໃຈ ຂອງ ສົນທິ ສັນຍາ ນີ້ໄວ້".
ທ່ານວ່າ ເປັນ ທີ່ແນ່ນອນ ທີ່ສຸດ ທີ່ ຣັຖບານ ລາວ ບໍ່ໄດ້ ພຍາຍາມ ຫຍັງຫຼາຍ ແລະ ບໍ່ໄດ້ ສະແດງ ອອກມາວ່າ ໄດ້ ສືບສວນ ສອບສວນ ເຣຶ້ອງການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຢ່າງ ຈິງຈັງ. ໃນ ຕອນນຶ່ງ ອີກ, ທ່ານ ຢາກ ຂໍສົ່ງຂ່າວ ມາຍັງ ຣັຖບານລາວ ວ່າ:
"ຖ້າຫາກ ວ່າ ຣັຖບານ ລາວ ມີຄວາມ ຈິງຈັງ ໃນການ ຢາກເຂົ້າ ເປັນ ສະມາຊິກ ສະພາ ສິດທິ ມະນຸດ ສະຫະ ປະຊາຊາຕ ໃນ ຊຸດ ຕໍ່ໄປ, ຣັຖບານ ລາວ ຕ້ອງ ພິສູຕ ເຖິງ ຄວາມ ຄືບໜ້າ ຂອງ ການ ສຶບສວນ ສອບສວນ ການຖືກ ບັງຄັບໃຫ້ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ, ແລະ ກໍຣະນີ ການຖືກ ບັງຄັບ ໃຫ້ ຫາຍສາບສູນ ກໍຣະນີ ອື່ນໆ ອີກ".
ກ່ຽວກັບ ວ່າ ເປັນຫຍັງ ຣັຖບານ ລາວ ຈຶ່ງບໍ່ໃຫ້ ສັຕຕະຍາບັນ ສົນທິ ສັນຍາ ທີ່ ລາວ ໄດ້ ລົງນາມ ໄປແລ້ວນັ້ນ ທ່ານ ກໍວ່າ ຜ່ານມາ, ລາວ ເຄີຍ ອ້າງວ່າ ບໍ່ມີຄວາມ ສາມາດ ພຽງພໍ, ບໍ່ມີ ບຸຄລາກອນ ທີ່ ສາມາດ ເຂົ້າໃຈ ຣະບຽບ ກົດໝາຍ ເພື່ອ ປະຕິບັດ ໃຫ້ ຖືກຕ້ອງ ຕາມ ສົນທິ ສັນຍາ ແລະ ບໍ່ສາມາດ ຕັ້ງ ລະບົບ ຂຶ້ນ