ຄົນງານລາວ ຖືກຄົນຈີນ ທາຣຸນ

0:00 / 0:00

ໃນກໍຣະນີ ທີ່ວ່າຄົນງານລາວ ສອງຄົນ ຖືກເອົາລັດເອົາປຽບ ຈາກຄະນະບໍຣິຫານງານ ໃນໂຮງງານຜລິດ ຊິເມັນຄ່ອນຈ໌ ຂອງນັກລົງທຶນຈີນ ຕັ້ງຢູ່ບ້ານຜາແດງ ເມືອງຫຼວງພຣະບາງ ແຂວງຫຼວງພະບາງ ດຽວນີ້ ເຣື່ອງດັ່ງກ່າວ ໄດ້ຂຶ້ນຮອດສານເມືອງແລ້ວ ໃນມື້ນີ້ ຂ້າພະເຈົ້າ ສຸພັດຕາ ຢາກໃຫ້ທ່ານຜູ້ຟັງ ໄດ້ຮັບຟັງເຣື່ອງລາວດັ່ງກ່າວ ວ່າເກີດຂຶ້ນມາແນວໃດກັນແທ້ ຈາກທ່ານ ສີຈັນ ພົງສະຫວັນ ຊຶ່ງເປັນຄົນງານ ທີ່ຖືກເອົາປຽບນັ້ນ ໄດ້ເລົ່າສູ່ຟັງວ່າ:

ສຽງສັມ​ພາດ:

F1

ດ້ວຍເຫດຜົນທີ່ຖືກປະຕິເສດ ໂດຍທາງບໍຣິສັດ ບໍ່ຢາກຈ່າຍຄ່າເສັຍຫາຍຫຍັງທັງໝົດ ເຣື່ອງຈຶ່ງຂຶ້ນຂັ້ນເຖິງສານ ສະບາຍດີ.