ແມ່ຍິງລາວໃນຊົນນະບົດ


2013.06.27
F-woman ແມ່ຍິງລາວ ໃນຊົນນະບົດ ວຽກບ້ານ ບໍ່ເຄີຍຂາດມື ຈາກນັ້ນ ກໍແມ່ນ ຕໍ່າຫູກ ຫາຣາຍໄດ້ເສີມ ຊ່ອຍຄອບຄົວ
Mek/fb

 

ແມ່ຍິງລາວ ໃນເຂດ ຊົນນະບົດ ຍັງບໍ່ໄດ້ ຮັບ ການພັທນາ ຊີວິດ ການເປັນຢູ່ ໃຫ້ດີຂຶ້ນ ເທົ່າທີ່ຄວນ ແລະ ຍັງຖືກ ຜູ້ຊາຍ ກົດຂີ່ ຢູ່ ຄືແຕ່ກ່ອນ.

ປັດຈຸບັນ ແມ່ຍິງລາວ ໃນຫລາຍໆ ແຂວງ ຍັງບໍ່ໄດ້ ຮັບ ການພັທນາ ຊີວິດ ການເປັນຢູ່ ຈາກ ທາງການ ເທົ່າທີ່ຄວນ ເປັນຕົ້ນເຣື່ອງ ການ ສຶກສາ ແລະ ການສົ່ງເສີມ ບົດບາດ ຂອງ ແມ່ຍິງ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ອົງການ ທີ່ ບໍ່ສັງກັດ ຣັຖບາລ ນາງນຶ່ງ ທີ່ ບໍ່ປະສົງ ອອກຊື່ ໃນວັນທີ 27 ມິຖຸນາ 2013 ນີ້:

"ເຂດຫ່າງໄກ ສອກຫລີກ ແມ່ຍິງ ຊີວິດ ຂອງ ຂະເຈົ້າ ຍັງບໍ່ມີ ການພັທນາ ເທົ່າທີ່ຄວນ ເຊັ່ນວ່າ ບໍ່ໄດ້ຮັບ ການສຶກສາ ແລ້ວ ກໍບໍ່ໄດ້ ຮັບ ການສົ່ງເສີມ ທາງດ້ານ ບົດບາດ ຍິງ-ຊາຍ ເທົ່າທີ່ຄວນ ຄົນເຮົາ ແນ່ນອນ ຖ້າມີ ການສຶກສາ ສູງ ນັ້ນ ແນ່ນອນ ໂອກາດ ມັນກໍຈະສູງ ໂອກາດ ການຈ້າງງານ ກໍຈະມີ".

ນາງເວົ້າ ຕໍ່ໄປວ່າ ຈາກ ຂໍ້ມູນ ທີ່ໄດ້ຮັບ ຣາຍງານ ພົບວ່າ ແມ່ຍິງ ຢູ່ເຂດຮ່າງໄກ ສອກຫລີກ ຍັງມີ ຊີວິດ ທີ່ລໍາບາກ ຕ້ອງໄດ້ຊ່ວຍ ຫາລ້ຽງ ຄອບຄົວ ໜັກກວ່າ ຜູ້ເປັນຜົວ ແລ້ວຍັງຖືກ ຜົວ ຂົ່ມເຫັງ ທາງດ້ານ ຈິດໃຈ. ນາງວ່າ ຊົນເຜົ່າ ລາວສູງ ຜູ້ຊາຍ ຄົນດຽວ ມັກ ຈະມີເມັຍ 3 ຄົນ ແລະ ເອົາເມັຍ ມາຢູ່ເຮືອນ ດຽວນໍາກັນ ຂື່ງ ໝາຍຄວາມວ່າ ສິດທິ ຂອງແມ່ຍິງ ຍັງບໍ່ ເທົ່າທຽມ ກັບ ຜູ້ຊາຍ.

ນາງເວົ້າວ່າ ຢ່າງໃດກໍຕາມ ທາງການລາວ ກໍຕ້ອງ ສົ່ງເສີມ ໃຫ້ແມ່ຍິງ ມີວຽກເຮັດ ງານທໍາ ຢ່າງທົ່ວເຖິງ ຊຶ່ງຂະນະ ນີ້ 50% ຍັງບໍ່ມີ ວຽກເຮັດ ແລະ ຕ້ອງແກ້ໄຂ ບັນຫາ ທີ່ແມ່ຍິງ ຖືກຜູ້ຊາຍ ກົດຂີ່. ນາງເຫັນວ່າ ວິທີ ທີ່ຈະ ແກ້ໄຂ ບັນຫານີ້ ໄດ້ ຄື: ເຮັດໃຫ້ ກົດໝາຍ ເຂັ້ມງວດ ສັກສິດຂຶ້ນ ເພື່ອບໍ່ໃຫ້ ຜູ້ຊາຍ ກ້າກົດຂີ່ ຂົ່ມເຫັງ ແມ່ຍິງ ອີກຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.