ວັນກອງທັບ ແຫ່ງພຣະຣາຊອານາຈັກລາວ ຄົບຮອບ 68 ປີ

ຈຳປາທອງ
2018.03.26
f-vets ທ່ານ ສຸດທາລາວົງ ບຸຕະ ປະທານສະມາຄົມນັກຣົບເກົ່າ ແລະ ຜູ້ປະສົບໄພສົງຄາມ ໃນຂົງເຂດ ນະຄອນຫຼວງວໍຊິງຕັນ ດີຊີ ກ່າວໃນງານສລອງ ວັນສ້າງຕັ້ງກອງທັບ ແຫ່ງພຣະຣາຊອານາຈັກລາວ 23 ມີນາ ຄົບຮອບ 68 ປີ.
RFA

ໃນໂອກາດ ວັນສ້າງຕັ້ງກອງທັບ ແຫ່ງພຣະຣາຊອານາຈັກລາວ 23 ມິນາ ຄົບຮອບ 68 ປີ ໃນປີນີ້ ສະມາຄົມ ນັກຣົບເກົ່າ ແລະ ຜູ້ປະສົບໄພ ສົງຄາມ ແຫ່ງພຣະຣາຊອານາຈັກລາວ ໃນຂົງເຂດ ນະຄອນຫລວງວໍຊິງຕັນ ດີຊີ ໄດ້ຈັດງານ ຣະລຶກຂຶ້ນ ທີ່ເມືອງແຄັດແລັດ ຣັຖເວີຈິເນັຍ ໃນມື້ວັນທີ 24 ເມສາ 2018 ແລະອົງການ ສາມັກຄີນັກຣົບເກົ່າ ກໍາລັງທັບແຫ່ງຊາດລາວ ແລະ ກໍາລັງໜ່ວຍຣົບພິເສດ ໃນສມັຍສົງຄາມ ວຽດນາມ ໄດ້ຈັດງານ ສເລີມສລອງ ໃນມື້ດຽວກັນ ຢູ່ເມືອງ ບລູມິງຕັອນ  ຣັຖ ມິນເນໂຊຕາ ສະຫະຣັຖອາເມຣິກາ.

ທ່ານ ສຸດທາລາວົງ ບຸຕະ, ປະທານສະມາຄົມນັກຣົບເກົ່າ ແລະ ຜູ້ປະສົບໄພສົງຄາມ ແຫ່ງພຣະຣາຊອານາຈັກລາວ ໃນຂົງເຂດ ນະຄອນຫຼວງ ວໍຊິງຕັນ ດີຊີ, ໄດ້ໃຫ້ສໍາພາດ ວິທຍຸ ເອເຊັຽ ເສຣີ ໃນງານດັ່ງກ່າວ ຊຶ່ງເບື້ອງຕົ້ນ ທ່ານໄດ້ກ່າວເຖິງ ຈຸດປະສົງຂອງງານ ນັ້ນວ່າ:

(ສຽງ​ສັມ​ພາດ)

ໃນງານດັ່ງກ່າວ ທ່ານນາຍພົນ ສຸດໃຈ ວົງສະຫວັນ, ທີ່ປຶກສາກິດຕິມະສັກ ສະມາຄົມນັກຣົບເກົ່າ ແລະ ຜູ້ປະສົບໄພສົງຄາມ ແຫ່ງພຣະຣາຊ ອານາຈັກລາວ, ໄດ້ກ່າວເຖິງ ຄວາມເປັນມາ ຂອງກອງທັບ ແຫ່ງພຣະຣາຊອານາຈັກລາວ ຊຶ່ງໄດ້ຕໍ່ສູ້ ຕ້ານກອງກໍາລັງວຽດນາມເໜືອ ໃນສມັຍສົງຄາມ ບາງຕອນວ່າ:

(ສຽງສັມ​ພາດ)

ແລະຍານາງ ພູວັນນະມາລີ ພົມມະຈັນ, ພັລຍາ ມື້ລາງທ່ານພັນເອກ ບຸນເກິ່ງ ພົມມະຈັນ, ກໍກ່າວເຖິງ ຄຸນງານຄວາມດີ ຂອງນາຍ ແລະ ພົນທະຫານ ໃນການຕໍ່ສູ້ ຕ້ານສັດຕຣູ ຕລອດໄລຍະ 25 ວ່າ:

(ສຽງ​ສັມ​ພາດ)

ແລະ ຢູ່ເມືອງ ບລູມິງຕັອນ  ຣັຖມິນເນໂຊຕາ ອົງການສາມັກຄີ ນັກຣົບເກົ່າ ກໍາລັງທັບ ແຫ່ງຊາດລາວ ແລະ ກໍາລັງໜ່ວຍຣົບພິເສດ ໃນສມັຍ ສົງຄາມວຽດນາມ ກໍໄດ້ຈັດ ງານສເລີມສລອງ ໃນມື້ດຽວກັນ ຊຶ່ງທ່ານ ພັນເອກ ຂາວ ອິນສີຊຽງໃໝ່, ປະທານອົງການດັ່ງກ່າວ ຊຶ່ງເປັນອາດີດ ພັນເອກໜ່ວຍຣົບພິເສດ, ອາດີດຜູ້ບັນຊາການ ກົມໜ່ວຍຣົບພິເສດ ກົມທີ 33 ທີ່ໄດ້ສູ້ຮົບກັບ ກອງກໍາລັງວຽດນາມເໜືອ ຢູ່ເກືອບທຸກແຫ່ງ ໃນປະເທສລາວ, ໄດ້ກ່າວເຖິງ ຈຸດປະສົງງານນັ້ນວ່າ:

(ສຽງ​ສັມ​ພາດ)

ງານສເລີມສລອງ ວັນສ້າງຕັ້ງກອງທັບ ແຫ່ງພຣະຣາຊ ອານາຈັກລາວ 23 ມິນາ ຄົບຮອບ 68 ໃນປີນີ້, ອາດີດ ນາຍ ແລະ ພົນທະຫານ ກອງທັບ ແຫ່ງພຣະຣາຊ ອານາຈັກລາວ ຢູ່ປະເທສຕ່າງໆ ໃນໂລກ ຮວມທັງ ສະມາຄົມນັກຣົບເກົ່າ ແລະ ຜູ້ປະສົບໄພສົງຄາມ ແຫ່ງພຣະ ຣາຊອານາຈັກລາວ ໃນຂົງເຂດ ນະຄອນຫລວງ ວໍຊິງຕັນ ດີຊີ ແລະ ອົງການ ສາມັກຄີນັກຣົບເກົ່າ ກໍາລັງທັບແຫ່ງຊາດລາວ ແລະ ກໍາລັງ ໜ່ວຍຣົບ ພິເສດ ໃນສມັຍ ສົງຄາມວຽດນາມ ທີ່ສະຫະຣັຖ ອະເມຣິກາ, ຊຶ່ງສ່ວນໃຫຍ່ ໄດ້ຈັດຂຶ້ນມື້ວັນເສົາ ທີ 24 ມິນາ 2018 ເພື່ອເປັນກຽດ ໃຫ້ແກ່ວິຣະກັມ ແລະ ຣະລຶກເຖິງ ຄຸນງາມຄວາມດີ ຂອງ ນາຍ ແລະ ພົນທະຫານລາວ ທີ່ໄດ້ສຣະຊີບ ເພື່ອຜົລປໂຍດ ຂອງຊາດ ແລະ ປະຊາຊົນລາວ ທັງມວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.