ກອງປະຊຸມໃຫຽ່ທີ່ໄຮ້ ຄວາມໝາຍ

ອະວາຣີ
2016.01.20
F-Laos-Flag ສປປ ລາວ ທີ່ວ່າເປີດກວ້າງຕໍ່ ຊາວໂລກ
Courtesy of Laospdrnews

ຊາວລາວ ຫຼາຍຄົນ ຄິດວ່າ ກອງປະຊຸມ ໃຫຽ່ ຂອງພັກ ປະຊາຊົນ ປະຕິວັດລາວ ຊຶ່ງກຳລັງ ດຳເນີນ ຢູ່ໃນປັດຈຸບັນ ນີ້ ທີ່ ນະຄອນຫຼວງ ວຽງຈັນ ຈະບໍ່ມີ ຄວາມໝາຍ ຫຍັງຫຼາຍ. ກອງປະຊຸມ ອາດຈະເລືອກ ເອົາຜູ້ນຳ ໃໝ່ ຫລື ຄນະ ກົມການເມືອງ ຊຸດໃໝ່ ແຕ່ ອຸດົມການ ນະໂຍບາຍ ແລະ ແຜນການ ສ້າງສາ ພັທນາ ກໍຍັງຈະ ຄືເກົ່າ. ພັກ ປະຊາຊົນ ປະຕິວັດລາວ ຍັງ ຈະຜູກຂາດ ອຳນາດ ຕລອດໄປ ຍັງ ຈະປົກຄອງ ປະເທດດ້ວຍ ຣະບອບ ຜະເດັດການ ສັງຄົມນິຍົມ ຢູ່ຄືເກົ່າ ແລະ ຍັງຈະຈຳກັດ ສິດ ເສຣິພາບ ປະຊາທິປະໄຕ ຂອງ ປະຊາຊົນ ຢ່າງເຄັ່ງຂັດ ສືບຕໍ່ໄປ ເລື້ອຍໆ.

ໃນດ້ານ ການເມືອງ ຕ່າງປະເທດ ຄນະຜູ້ນຳ ພັກ ແລະ ຣັຖບານ ສປປລາວ ຊຸດໃໝ່ ກໍຍັງຈະ ຢູ່ພາຍໃຕ້ ອິດທິພົນ ຂອງວຽດນາມ ແລະ ຈີນ ສືບຕໍ່ໄປ ຢູ່ຄືເກົ່າ. ທ່ານ ພູສີ ສັກດາ ຜູ້ຕາງໜ້າ ຣັຖບານ ພຣະຣາຊອານາຈັກລາວ ສມັຍຮື້ຟື້ນ ກໍໄດ້ອອກ ຖແລງການ ຕອບໂຕ້ ກອງປະຊຸມ ໃຫຽ່ ຂອງພັກ ປະຊາຊົນ ປະຕິວັດ ລາວ ທີ່ ມີເນື້ອໃນ ໃຈຄວາມ ທີ່ສຳຄັນ ຕອນນຶ່ງ ວ່າ: ສຽງ ....

ເພື່ອຄວາມ ກະຈ່າງແຈ້ງ ກ່ຽວກັບ ຖແລງການ ດັ່ງກ່າວ ຂ້າພະເຈົ້າ ກໍໄດ້ ໂທຣະສັບ ຫາ ພະຍາ ສິດທິບຸນ ທີ່ ເປັນນາຍົກ ຣັຖມົນຕຣີ ຂອງ ຣັຖບານ ພຣະຣາຊອານາຈັກລາວ ສມັຍຮື້ຟື້ນ ແລະ ກໍໄດ້ຖາມ ຣາຍລະອຽດ ຕື່ມວ່າ: ສຽງ...

ພັກ ປະຊາຊົນ ປະຕິວັດ ລາວ ຈັດກອງປະຊຸມ ໃຫຽ່ ຂອງພັກ ນັບແຕ່ ວັນທີ່ 18 ເດືອນ ມົກກະຣາ ນີ້ ເປັນຕົ້ນມາ. ຈຸດປະສົງ ໃຫຽ່ ກໍເພື່ອ ເລືອກເອົາ ຜູ້ນຳໃໝ່ ຄນະກົມການເມືອງ ຊຸດໃໝ່ ແລະ ສະມາຊິກ ຄນະ ບໍຣິຫານ ສູນກາງພັກ ຊຸດໃໝ່. ນອກນັ້ນ ກອງປະຊຸມ ຫຼວງ ຂອງພັກ ຍັງຈະວາງແຜນ ພັທນາ ເສຖກິດ-ສັງຄົມ ຫ້າປີ ແລະ ສິບປີ ຂ້າງໜ້າ.

ໃນວັນເປີດ ກອງປະຊຸມ ທ່ານ ຈູມມະລີ ໄຊຍະສອນ ໃນນາມ ເລຂາທິການ ໃຫຽ່ ຂອງພັກ ກໍຣາຍງານວ່າ ໃນລະຍະ 5 ປີຜ່ານມາ ພັກ ໄດ້ນຳພາ ສ້າງສາ ພັທນາ ປະເທດຊາດ ໃຫ້ຈະເຣີນ ກ້າວໜ້າ ຢ່າງ ໜ້າພໍໃຈ ເຊັ່ນໄດ້ສ້າງ ເສຖກິດ ໃຫຽ່ ຂຍາຍຕົວ ຢ່າງໜ້ອຍ 7.4 ສ່ວນຮ້ອຍ ຕໍ່ປີ, ປະຊາຊົນ ມີຣາຍຮັບ ເພິ້ມຂື້ນ ເປັນ ເກືອບຜູ້ລະ 2,000 ດອນລ່າ ສະຫະຣັຖ ຕໍ່ປີ ແລະ ປະຊາຊົນ ທີ່ທຸກຍາກ ໃນ ທົ່ວປະເທດ ຍັງເຫລືອ ພຽງແຕ່ 6.5 ສ່ວນຮ້ອຍ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.