ນາຍົກຣັຖມົນຕຣີລາວ-ໄທ ຫາລື

ຈໍາປາທອງ
2014.10.20
f-default ນາຍົກຣັຖມົນຕຣີ ລາວ ແລະ ໄທ ປຶກສາຫາລືກັນ ກ່ຽວກັບ ການຮ່ວມມື ຣະຫວ່າງ 2 ປະເທສ
RFA

 

ນາຍົກ ຣັຖມົນຕຣີ ລາວ ແລະ ໄທ ທ່ານ ທອງສິງ ທັມມະວົງ ແລະ ພົນເອກ ປຣະຍຸທ ຈັນໂອຊາ ພົບປະ ກັນ ທີ່ ນະຄອນ ມີລານ ປະເທສ ອີຕາລີ ດ້ວຍຄວາມ ຍິນດີ ນໍາການ ພົວພັນ ໃນ ທຸກ ຣະດັບ ຣະຫວ່າງ 2 ປະເທສ ແລະ ເຊື່ອໝັ້ນວ່າ ມິຕພາບ ແລະ ການ ຮ່ວມມື ຈະເພີ່ມ ທະວີຂຶ້ນ ແລະວ່າ ຄນະຜູ້ແທນ ໄທ ຈະເດີນທາງ ໄປ ທອດກະຖິນ ພຣະຣາຊທານ ທີ່ ວັດສີສຸມັງຄະລາລາມ ແຂວງ ວຽງຈັນ ໃນ ວັນທີ 25 ຕຸລາ ນີ້.

ໄທເນັ້ນໃສ່ ການຮ່ວມມື ທາງ ເສຖກິດ ກັບ ປະເທສ ເພື່ອນບ້ານ ເພື່ອ ຮອງຮັບ ການເປັນ ປະຊາຄົມ ເສຖກິດ ອາຊຽນ ແລະ ພ້ອມຈະ ຮ່ວມມື ກັບ ລາວ ໃນ ການພັທນາ ເຂດ ຊາຍແດນ ໂດຍ ຈະເລີ່ມໃຫ້ ມີຕລາດ ຮັບຊື້ ຜລິຕພັນ ແປຮູບ ການ ກະເສດ ຕາມແນວ ຊາຍແດນ ເພື່ອ ສົ່ງເສີມ ການຄ້າ ແລະ ການ ລົງທຶນ.

ສໍາລັບ ການເຊື່ອມໂຍງ ໃນ ຂົງເຂດ ລາວ ແລະ ໄທ ຈະສົ່ງເສີມ ການ ຄົມມະນາຄົມ ຣະຫວ່າງ ກັນ ເພື່ອ ເຊື່ອມໂຍງ ກັບ ອະນຸ ພາກພຶ້ນ ແລະ ພາກພື້ນ ໃຫ້ ຫລາຍຂຶ້ນ ສົ່ງເສີມ ການຄ້າ ແລະ ການ ທ່ອງທ່ຽວ ແລະ ທັງ ການສຶກສາ ຜົລກະທົບ ດ້ານ ເສຖກິດ ສັງຄົມ ແລະ ສິ່ງແວດລ້ອມ ສ້າງຂົວ ມິຕພາບ ແຫ່ງທີ 5.

ການຮ່ວມມື ທີ່ ທັງສອງ ປະເທສ ມີ ຄື: ກອງປະຊຸມ ຄນະ ກັມມາທິການ ຮ່ວມມື ວ່າດ້ວຍ ການ ຮ່ວມມື (JC) ຄນະ ກັມມາທິການ ເຂດ ແດນຮ່່ວມ (JBC),  ຄນະ ກັມມາທິການ ຮ່ວມມື ຮັກສາ ຄວາມສງົບ ຮຽບຮ້ອຍ ຕາມ ຊາຍແດນ (GBC) ແລະ ການຮ່ວມມື ຣະຫວ່າງ ກະຊວງ ມະຫາດໄທ.

ຝ່າຍໄທ ຍິນດີ ຕ້ອນຮັບ ນາຍົກ ຣັຖມົນຕຣີ ລາວ ທີ່ ຈະໄປ ເຂົ້າຮ່ວມ ກອງປະຊຸມ ຜູ້ນໍາ GMS ຄັ້ງທີ 5 ຊຶ່ງໄທ ຈະເປັນ ເຈົ້າພາບ ໃນ ວັນທີ 19 ແລະ 20 ທັນວາ ທີ່ ຈະມາເຖິງ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.