ນັກສຶກສາລາວຮຽນຈົບແລ້ວ ຫາ ວຽກຍາກ
2015.01.08
ນັກສຶກສາ ລາວ ທີ່ ຮຽນຈົບ ຂັ້ນສູງ ສ່ວນໃຫ່ຍ ຍັງຂາດ ຄວາມຮູ້ ຄວາມສາມາດ ທີ່ ພຽງພໍ ຕາມ ຄວາມ ຕ້ອງການ ຂອງ ບໍຣິສັດ ຕ່າງ ປະເທດ.
ເຈົ້າໜ້າທີ່ ຂັ້ນສູງ ກົມພັທນາ ສີມື ແຮງງານ ແລະ ຈັດຫາງານ ຂອງລາວ ທ່ານນຶ່ງ ກ່າວວ່າ ຈຳນວນ ນັກສຶກສາ ທີ່ ຮຽນຈົບ ວິຊາຊີພ ຈົນເຖິງຂັ້ນ ປຣິນຍາໂທ ແລະ ປຣິນຍາເອກ ເມື່ອ ປີ 2014 ມີ ປະມານ 1 ແສນ ຄົນ; ມີພຽງແຕ່ 17,000 ຄົນ ຫລື 15 ສ່ວນຮ້ອຍ ເທົ່ານັ້ນ ທີ່ໄດ້ເຮັດ ວຽກກັບ ບໍຣິສັດ ຕ່າງ ປະເທດ. ຍ້ອນວ່າ ຕ່າງປະເທດ ຍັງເຫັນວ່າ ນັກສຶກສາ ລາວ ສ່ວນ ຫລາຍ ຍັງຂາດ ຄວາມຮູ້ ຄວາມສາມາດ ຕາມ ທີ່ ຕ້ອງການ.
ເຈົ້າໜ້າທີ່ ຂັ້ນສູງ ທ່ານນັ້ນ ອະທິບາຍ ເຣື່ອງນີ້ ໃນ ກອງປະຊຸມ ວ່າດ້ວຍ ການ ປະຕິຮູບ ການ ສຶກສາ ແລະ ການພັທນາ ຊັພຍາກອນ ມະນຸດ ແຫ່ງຊາດ ທີ່ ນະຄອນ ຫລວງ ວຽງຈັນ ເມື່ອ ເດືອນ ທັນວາ ທີ່ ຜ່ານມາ ຕື່ມວ່າ:
“ໃນສາຍ ອາຊີວະ ສຶກສາ ແລະ ການສຶກສາ ຊັ້ນສູງ ຫລື ມະຫາ ວິທຍາໄລ ນັ້ນ ນັກຮຽນ ແລະ ນັກສຶກສາ ມາຮຽນ ບໍ່ໄດ້ຕາມ ຄາດ ໝາຍ ການສ້າງ ສີມື ແຮງງານ ກະຍັງ ບໍ່ສາມາດ ຕອບ ສນອງໄດ້ ຕາມ ຄວາມຕ້ອງການ ຂອງ ຕລາດ ແຮງງານ ແລະ ຜູ້ທີ່ຮຽນຈົບ ອາຊີວະ ສຶກສາ ຣະດັບ ຊັ້ນສູງ ຈຳນວນ ບໍ່ໜ້ອຍ ຊອກວຽກເຮັດ ງານທຳ ບໍ່ໄດ້.”
ເຈົ້າໜ້າທີ່ ກົມພັທນາ ສີມື ແຮງງານ ແລະ ຈັດຫາງານ ກ່າວອີກວ່າ ນັກສຶກສາ ລາວ ສ່ວນຫລາຍ ຮຽນຈົບ ວິຊາ ບໍຣິຫານ ທຸຣະກິດ ແຕ່ ບໍຣິສັດ ຕ້ອງການ ນັກ ວິຊາການ ດ້ານ ເທັກນິກ. ເວັບໄຊ ຕິດຕາມ ທຸຣະກິດ ຫລື Business Monitor ກໍອອກ ບົດວິເຄາະ ເມື່ອ ວັນຈັນ ຜ່ານມາວ່າ ປະເທດລາວ ບໍ່ພຽງແຕ່ ຂາດຄົນງານ ແຕ່ຄົນງານ ທີ່ມີຢູ່ ກໍບໍ່ມີ ຄຸນນະພາບ.
ໃນປີໜ້າ ຫລັງຈາກ ເປີດ ປະຊາຄົມ ເສຖກິດ ອາຊຽນ ຄົນງານ ລາວ ໃນນັ້ນ ລວມທັງ ນັກສຶກສາ ທີ່ ຮຽນຈົບ ຊັ້ນສູງ ຈະ ບໍ່ສາມາດ ແຂ່ງຂັນ ກັບ ປະເທດ ອື່ນໆໄດ້ ເພາະ ບໍ່ມີ ຄຸນນະພາບ ພຽງພໍ.