ນັກຮຽນທີ່ຈົບ ຊັ້ນມັທຍົມປາຍ ນິຍົມໄປຮຽນຕໍ່ ຈີນ, ວຽດນາມ
ວຽດນາມ ແລະ ຈີນ ເປັນຈຸດໝາຍປາຍທາງ ຂອງການຮຽນຕໍ່ ຍ້ອນ 2 ປະເທດນີ້ ມີທຶນການສຶກສາ ຊັ້ນ ໃຫ້ນັກສຶກສາ ຈາກປະເທດລາວ ໂດຍຜແນກສຶກສາທິການ ແລະກິລາ ແຂວງຕ່າງໆ ແລະ ສະຖາບັນການສຶກສາຊັ້ນສູງ ໃນປະເທດວຽດນາມ ໄດ້ສ້າງຄວາມຮ່ວມມື ໃນວຽກງານ ຂແນງການສຶກສາຂອງລາວ.
-
ໄຊຍາ
2023-05-23 -
-
-
Your browser doesn’t support HTML5 audio
ນັກຮຽນຊັ້ນມັທຍົມ ມ.7 ໃນປະເທດລາວ ນິຍົມໄປຮຽນຕໍ່ໃນວຽດນາມ ແລະ ຈີນ ຍ້ອນມີທຶນການສຶກສາຊັ້ນສູງ ເປັນຕົ້ນຊັ້ນອະນຸປະຣິນຍາ ແລະ ປະຣິນຍາຕຣີ ໃຫ້ນັກສຶກສາ ຈາກປະເທດລາວ ໂດຍສະເພາະ ແລະ ມາຮອດປັດຈຸບັນ ຜແນກສຶກສາທິການ ແລະກິລາ ແຂວງຕ່າງໆ ໃນປະເທດລາວ ແລະ ສະຖາບັນການສຶກສາຊັ້ນສູງ ໃນປະເທດວຽດນາມ ກໍໄດ້ສ້າງຄວາມຮ່ວມມື ໃນວຽກງານຂແນງການສຶກສາ ເພື່ອໃຫ້ທຶນສນັບສນູນ ນັກຮຽນລາວໄປຮຽນຕໍ່ໃນ ມະຫາວິທຍາໄລ ຢູ່ວຽດນາມ.
ໃນວັນທີ 11 ພຶສພາ ທີ່ຜ່ານມາ ວິທຍາໄລ ເຊີນລາ ຂອງວຽດນາມ ໄດ້ສນອງທຶນການສຶກສາ ໃຫ້ຜແນສຶກສາທິການ ແລະກິລາ ຂອງແຂວງຫຼວງພຣະບາງ ຈຳນວນ 35 ທຶນ ໂດຍແບ່ງເປັນທຶນກຽມຮຽນພາສາ ກ່ອນເຂົ້າຮຽນຕໍ່ 20 ທຶນ ແລະ ທຶນສຳລັບ ພະນັກງານຮຽນພາສາວຽດນາມ 9 ເດືອນ ຈຳນວນ 15 ທຶນ, ເຈົ້າໜ້າທີ່ການສຶກສາ ຢູ່ແຂວງຫຼວງພຣະບາງກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນວັນທີ 22 ພຶສພານີ້ວ່າ:
“ໂອໂຕນີ້ ແມ່ນຂ້າເຈົ້າສ່ວນຫຼາຍຊິ ໄປຮຽນຕໍ່ ຈະມີພາຍໃນ ແລະຕ່າງປະເທດ ຕາມແຕ່ທີ່ຂະເຈົ້າຈະສະມັກໄປເນາະ ໂຕນີ້ຈະມີຈີນ, ວຽດ. ຈີນກັບວຽດນາມເນາະ ສ່ວນຫຼາຍນ່າ ໄທຍນີ້ ສ່ວນຫຼາຍ ຈະເຮົາຈະບໍ່ມີທຶນເນາະ.”
ທີ່ສ່ວນຫຼາຍນັກຮຽນລາວ ບໍ່ນິຍົມໄປຮຽນຕໍ່ປະເທດໄທຍ ຍ້ອນປະເທດໄທຍ ບໍ່ມີສາຍພົວພັນ ດ້ານການສຶກສາ ກັບປະເທດລາວຫຼາຍເທົ່າຈີນ ກັບວຽດນາມ.
ດັ່ງເຈົ້າໜ້າທີ່ການສຶກສາ ຢູ່ແຂວງ ຫຼວງພຣະບາງ ອີກທ່ານນຶ່ງກ່າວວ່າ:
“ໄທຍນີ້ນໍບໍ່ມີ. ສ່ວນຫຼາຍໄທຍຊິເປັນຝຶກອົບຮົມ ເພາະວ່າ ໂຕປະເທດໄທຍ ມັນບໍ່ມີສາຍພົວພັນ ໂຕແບບການສຶກສາ ການຮຽນ ແບບທີ່ວ່າ ເຂົາເຈົ້າເຊັນສັນຍາ ລະຫວ່າງປະເທດ ຕໍ່ປະເທດນີ້ນ່າ ຈະມີແຕ່ຈີນກັບວຽດນາມ ຖ້າວ່າເປັນຕ່າງປະເທດ.”
ນັກຮຽນລາວ ນິຍົມໄປຮຽນຕໍ່ໃນຈີນ ແລະວຽດນາມ ຊໍ່າກັນ. ທີ່ນິຍົມໄປຮຽນ ສອງປະເທດນີ້ ຍ້ອນລະບົບການສຶກສາ ທີ່ດີກ່ວາ ແລະທັງສອງປະເທດ ຍັງມີລະບອບການເມືອງ ທີ່ຄືກັບລາວນຳ.
ດັ່ງເຈົ້າໜ້າທີ່ ບໍຣິສັດໃຫ້ຄຳປຶກສາ ຮຽນຕໍ່ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ:
“ລາວໄປຈີນກັບວຽດນາມຫຼາຍກ່ວາໝູ່. ຈີນ, ວຽດ ມັນໃຫ້ທຶນຫຼາຍກ່ວາປະເທດອື່ນ ເຂົາບໍ່ໄປດອກເພາະຫຍັງ ເພາະວ່າ ມັນເປັນລະບອບການເມືອງຄ້າຍໆ ຄືກັນ. ເຖິງເຈົ້າໄປຈົບປະຣິນຍາເອກມາ ແຕ່ໄທຍເຂົາບໍ່ສົ່ງເສີມເຈົ້າ. ຖ້າຈົບມາເຮັດວຽກຢູລາວ ເຂົາບໍ່ສົນໃຈເຈົ້າອີກ ເພາະລະບອບການເມືອງ ມັນຕ່າງກັນ.”
ທ່ານກ່າວຕື່ມວ່າ ປັດຈຸບັນສະພາບແວດລ້ອມ ໃນລາວ ຕອນນີ້ ນັກລົງທຶນຈີນ ແລະວຽດນາມ ເຂົ້າມາເຮັດທຸຣະກິຈ ຫຼາຍກ່ວານັກລົງທຶນຊາຕອື່ນໆ ເຮັດໃຫ້ນັກຮຽນລາວ ຄິດວ່າ ຖ້າຮູ້ພາສາຈີນ ຫຼື ວຽດນາມ ກໍຈະມີວຽກໃຫ້ເຮັດ ເມື່ອຮຽນຈົບ.
ດ້ານນັກຮຽນລາວ ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ທ່ານນຶ່ງກ່າວວ່າ ພໍ່ກັບແມ່ ສນັບສນູນ ໃຫ້ໄປຮຽນຕໍ່ ທັງຈີນ ແລະວຽດນາມ ຍ້ອນໄດ້ພາສາທັງຄູ່ ແຕ່ບໍ່ສນັບສນູນ ໄປຮຽນຕໍ່ໄທຍ ຍ້ອນພາສາຄືກັນ ແຕ່ທີ່ຕັດສິນໃຈໄປຮຽນຕໍ່ຈີນ ເພາະຄິດວ່າການໄດ້ພາສາຈີນ ຈະມີປໂຍດຫຼາຍກ່ວາ ຍ້ອນຈີນມີອິດທິພົນຫຼາຍກ່ວາວຽດນາມ.
ດັ່ງນັກຮຽນຜູ້ນີ້ກ່າວວ່າ:
“ຊ່ວງນີ້ເສຖກິຈຂອງລາວ ສ່ວນຫຼາຍມັນຢາກໂນ້ມ ໄປທາງຈີນຫັ້ນນ່າ ນ້ອງຄິດວ່າໃນອະນາຄົດ ຈີນມັນອາດຈະມີດິທີພົນ ຕໍ່ໂລກ, ມີອິດທິພົນຕໍ່ຄົນລາວ ນ້ອງເລີຍວ່າ ເອີຮຽນຢູ່ຈີນດີກ່ວາຢູ່ລາວເດ້ ມັນກໍໄດ້ພາສານຳຫັ້ນນ່າ ຮຽນໄວ້ກໍສຳຄັນກ່ວາວຽດ ໜ້ອຍນຶ່ງຫັ້ນນ່າ.”
ທ່ານກ່າວຕື່ມວ່າ ທີ່ບໍ່ຕັດສິນຈໄປຮຽນຕໍ່ທີ່ວຽດນາມ ເພາະຄິດວ່າສ່ວນຫຼຍ ຄົນທີ່ໄປຮຽນຕໍ່ວຽດນາມ ມັກກັບມາເຮັດວຽກດ້ານການເມືອງ ຫຼື ເປັນເຈົ້ານາຍ. ໂຕເອງນັ້ນບໍ່ມີເສັ້ນ ບໍ່ມີສາຍ ຈຶ່ງຄິດວ່າຖ້າຮຽນຕໍ່ຈີນ ກໍຍັງໄດ້ພາສາ ແລະນຳມາໃຊ້ຫາວຽກ ທີ່ຕ້ອງໃຊ້ພາສາຈີນໄດ້.
ນອກຈາກແຂວງຫຼວງນໍ້າທາ ແລ້ວ, ແຂວງສວັນນະເຂດ ກໍຍັງເປັນອີກແຂວງນຶ່ງ ທີ່ຮ່ວມມືກັບ ມະຫາວິທຍາໄລ ສ້າງຄຣູ ດານັງ ສສ ວຽດນາມ ເພື່ອສົ່ງເສີມງານວິຊາການ ແລະການສຶກສາ ຂອງນັກສຶກສາໃນແຂວງສວັນນະເຂດ ທີ່ກຳລັງຮຽນຢູ່ ທີ່ມຫາວິທຍາລັຍ ສ້າຄຣູ ດານັງ ລວມເຖິງໄດ້ສເນີຫຼັກສູດ ການຮຽນກຽມພາສາວຽດນາມ ຫຼັກສູດພາສາວຽດນາມ ແລະການສນອງທຶນການສຶກສາ ໃຫ້ນັກສຶກສາ ໃນແຂວງສວັນນະເຂດນຳ. ຂໍ້ມູນຫຼ້າສຸດໃນປີ 2019 ລະບຸວ່າ ມີນັກສຶກສາ ແລະ ເຈົ້າໜ້າທີ່ລາວ ຮຽນຕໍ່ໃນວຽດນາມ 3,200 ຄົນ ສ່ວນໃນປີ 2022 ມີນັກສຶກສາລາວ ຮຽນຕໍ່ໃນຈີນ ປະມານ 15,000 ຄົນ.