ພົລເມືອງລາວມີເທົ່າໃດ ຮູ້ ເດືອນໜ້າ
2015.10.15
ເຈົ້າຫນ້າທີ່ ສູນ ສະຖິຕິ ແຫ່ງຊາດ ກະຊວງ ແຜນການ ແລະ ການລົງທຶນ ສປປ ລາວ ກ່າວວ່າ, ສູນ ສະຖິຕິ ແຫ່ງຊາດ ຈະ ປະກາດ ຜົລການ ສຳຣວດ ພົລເມືອງ ຂອງລາວ ທົ່ວປ ະເທດ ໃນ ເດືອນ ພຶສຈິກາ ນີ້. ປັດຈຸບັນ ກຳລັງ ຮວບຮວມ ຂໍ້ມູນ ຈາກ ຕ່າງແຂວງ ຢູ່. ດັ່ງ ທ່ານກ່າວ ໃນ ຕອນນຶ່ງວ່າ:
"ຍັງເທື່ອ ເຈົ້າ ເພາະວ່າ ອັນນີ້ ເພິ່ນ ຍັງບໍ່ທັນ ປະກາດ ເປັນ ທາງການ ດຽວນີ້ ກຳລັງ ຈະປະກາດ ຂັ້ນຕົ້ນ ປະມານ ເດືອນ 11 ກາງ ເດືອນ 11 ຈະ ປະກາດ".
ໃນ ປີ 2014 ຈຳນວນ ປະຊາກອນ ລາວ ໃນ ທົ່ວ ປະເທດ ມີ ຢູ່ປະມານ 6 ລ້ານ 8 ແສນ ຄົນ ແລະ ເຊື່ອວ່າ ໃນປີ 2015 ຈະເພີ້ມ ຂຶ້ນ, ແຕ່ ເຈົ້າຫນ້າທີ່ ທ່ານນີ້ ຍັງບໍ່ທັນ ເປີດເຜີຍ ຕົວເລກ ດັ່ງກ່າວ ຍັງລໍຖ້າ ການເປີດເຜີຍ ຢ່າງ ເປັນ ທາງການ.
ຣາຍງານ ທາງການ ຣະບຸ ວ່າ ຫລັງຈາກ ສຳນັກງານ ສະຖິຕິ ແຫ່ງຊາດ ເປີດເຜີຍ ຈຳນວນ ປະຊາກອນ ຢ່າງ ເປັນ ທາງການ ແລ້ວ, ກະຊວງ ແຜນການ ແລະ ການລົງທຶນ ຈະໃຊ້ ຕົວເລກນີ້ ເປັນ ຂໍ້ມູນ ໃນການ ກະຕຣຽມ ແຜນ ພັທນາ ເສຖກິດ ແລະ ສັງຄົມ ແຫ່ງຊາດ ສະບັບ ທີ 8 ສຳລັບປີ 2016 ຫາ 2020.
ແຫລ່ງຂ່າວ ອື່ນ ຣາຍງານ ວ່າ ຈຳນວນ ປະຊາກອນ ລາວ ໃນ ປີ 2015 ອາດເພີ້ມຂຶ້ນ ຫຼາຍລ້ານ ຄົນ ສ່ວນໃຫຍ່ ຈະເປັນ ປະຊາກອນ ຫນຸ່ມ ອາຍຸ ຣະຫວ່າງ 25 ຫາ 35 ປີ ແລະ ແຮງງານ ຕ່າງດ້າວ ດັ່ງ ວຽດນາມ ແລະ ຈີນ ທີ່ເຂົ້າມາ ຢູ່ ແລະ ກາຍເປັນ ປະຊາກອນ ລາວ.