ນັກສຶກສາຫວັງສັມພັນທີ່ດີ ກັບ US
2016.08.25
ນັກສຶກສາລາວຫວັງວ່າ ຣັຖບາລ ສະຫະຣັຖ ອະເມຣິກາ ຈະຊ່ວຍປະເທສລາວ ໃນການພັທນາ ຫຼາຍຂຶ້ນ, ຢາກໃຫ້ ລາວ ແລະ ສະຫະຣັຖ ເປັນມິດກັນ ຕລອດໄປ ພາຍຫລັງ ການຢ້ຽມຢາມ ລາວ ຂອງ ທ່ານ ບາຣັກ ໂອບາມາ ໃນຕົ້ນເດືອນ ກັນຍາ ທີ່ຈະມາ ເຖິງນີ້, ເພື່ອເຂົ້າ ຮ່ວມກອງປະຊຸມ ສຸດຍອດເອເຊັຽ ຕາເວັນອອກ ທີ່ ນະຄອນຫຼວງວຽງຈັນ. ຕາມຄຳເວົ້າ ຂອງ ນັກສຶກສາ ມະຫາ ວິທຍາລັຍ ແຫ່ງຊາດລາວ ຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 24 ສິງຫາ 2016 ນີ້:
"ໂອບາມາ ທີ່ມາຢ້ຽມຢາມ ນີ້ເກາະ ຄວາມຮູ້ສຶກ ກໍຮູ້ສຶກກໍດີ ດີແນ່ນອນ ເຣຶ່ອງພັທນາ ປະເທສນີ້ແຫຼະ ເຣຶ່ອງ ການສຶກສາ ມີທຶນ ມີຫຍັງ ຫັ້ນນະ ກໍຢາກໃຫ້ ມີກ້າວໜ້າ ໄປອີກເລື້ອຍໆ ກໍບໍ່ມີ ຄາດຫວັງ ຫຍັງຫຼາຍດອກ ຂໍໃຫ້ ພັນທະມິດ ກັນຕລອດໄປ".
ທ່ານເວົ້າວ່າ ໃນຖານະ ນັກສຶກສາ ຕົນຢາກໃຫ້ ທ່ານຜູ້ນໍາ ສະຫະຣັຖ ອະເມຣິກາ ຊ່ວຍເຫຼືອ ເຣື່ອງທຶນ ການສຶກສາ ຕື່ມອີກ ຍ້ອນວ່າ ປັດຈຸບັນ ຢູ່ປະເທສລາວ ຊາວໜຸ່ມ ແລະ ເຍົາວະຊົນ ຈໍານວນຫຼາຍ ບໍ່ມີເງິນ ຮຽນໜັງສື, ບໍ່ມີ ວິຊາຊີບ, ບໍ່ມີວຽກເຮັດ.
ໃນຂນະດຽວກັນ ນັກສຶກສາແພດ ແຂວງຄຳມ່ວນ ກໍໄດ້ກ່າວວ່າ:
"ປະທານປະເທສ ຕ່າງປະເທສ ມາຢ້ຽມຢາມ ກໍຮູ້ສຶກດີໃຈ ແລ້ວ ກໍພາກພູມໃຈ ເພາະວ່າ ປະເທສລາວ ກໍເປັນປະເທສ ທີ່ກໍາລັງ ພັທນາ ຄິດວ່າມາ ສໍາພັນ ໄມຕຣີນໍ ອະນາຄົດ ກໍຄືສິໄປ ກັນໄດ້ດີຢູ່ ໃນຖານະ ນັກສຶກສາ ກໍຢາກໃຫ້ ຊ່ວຍເຫລືອ ທາງດ້ານ ອຸປກອນ ການຮຽນບໍ ຫລືວ່າ ອຸປກອນ ການທົດລອງ ອີ່ຫຍັງ ເພາະວ່າ ຢູ່ບ້ານເຮົາ ອຸປກອນ ການທົດລອງ ຍັງບໍ່ຫຼາຍ ນັກຮຽນ ກໍບໍ່ຄ່ອຍ ຈະເກັ່ງ ດຽວນີ້ ຣະເບີດບໍ່ແຕກ ໃນປະເທສລາວ ຍັງມີຫຼາຍ ຢາກໃຫ້ ສນອງທຶນ ມາຊ່ວຍ ເກັບກູ້ຣະເບີດ ໃນ ປະເທສລາວ ໃຫ້".
ການມາຢ້ຽມຢາມລາວ ເພື່ອເຂົ້າຮ່ວມ ກອງປະຊຸມ ສຸດຍອດ ຂອງທ່ານ ບາຣັກ ໂອບາມາ ແຫ່ງ ສະຫະຣັຖ ອະເມຣິກາ ຄັ້ງນີ້ ຖືວ່າເປັນທີ່ ສົນໃຈ ຂອງ ນັກສຶກສາລາວ ຫຼາຍ ຊຶ່ງພວກເຂົາເຈົ້າ ເວົ້າຄືກັນວ່າ ຈະຕິດຕາມ ຜົລຂອງການ ພົບພໍ້ ກັບ ຜູ້ນໍາລາວ ວ່າທາງ ສະຫະຣັຖ ອະເມຣິກາ ຈະຊ່ວຍເຫລືອລາວ ໃນດ້ານໃດແດ່.
ເຖິງຢ່າງໃດກໍຕາມ ພວກເຂົາເຈົ້າ ກໍເຊື່ອວ່າ ຫຼັງຈາກ ປະທານາທິບໍດີ ບາຣັກ ໂອບາມາ ຢ້ຽມຢາມລາວ ແລະ ເຂົ້າຮ່ວມ ກອງປະຊຸມ ແລ້ວ ປະເທສລາວ ຈະຕ້ອງ ມີການພັທນາ ໄປໃນທາງ ທີ່ດີຂຶ້ນ.