ທະຫານກັມພູຊາຊ້ອມຣົບ ຢູ່ ຊາຍແດນ

ສຸພັດຕາ
2018.03.02
F-Laos-Cambodia ກອງກໍາລັງທະຫານ ຂອງກັມພູຊາ ທີ່ເຄື່ອນເຂົ້າມາເຂດຊາຍແດນ (ອັດຕະປື-ຊຽງແຕງ) ແລ້ວຕໍ່ມາມີຄໍາສັ່ງໃຫ້ຖອນກັບ ຫລັງຈາກມີການ ເຈຣະຈາກັນ
Public Domain

ສະຖານະການ ຕາມເຂດຊາຍແດນ ລາວ-ກຳພູຊາ ຍັງເປັນປົກກະຕິ ຢູ່ ເຖິງວ່າ ທະຫານຝ່າຍກຳພູຊາ ຈະມີການຝຶກແອບ ກຳລັງທະຫານ ຫຼືຊ້ອມຣົບ ດ້ວຍການໃຊ້ລູກປືນນ້ອຍ ແລະ ລູກປືນໃຫຍ່ ທີ່ເປັນຂອງແທ້ ຕາມເຂດຊາຍແດນ ນັ້ນກໍ່ຕາມ, ແຕ່ເພື່ອຄວາມບໍ່ປມາດ ທະຫານ ຝ່າຍລາວ ກໍກຽມພ້ອມຕລອດເວລາ ເພື່ອຮັບມືກັບເຫຕການບໍ່ດີ ທີ່ອາຈເກີດຂຶ້ນ, ດັ່ງເຈົ້າໜ້າທີ່ ປກຊ-ປກສ ໃນພາກໃຕ້ ທ່ານນຶ່ງ ກ່າວວ່າ:

“ກະບໍ່ມີບັນຫາ ເພາະວ່າເຂົາຊ້ອມຕາມປົກກະຕິຂອງເຂົາ ເຮົາກະຮັບຂ່າວແລ້ວ, ຫາກແຕ່ວ່າ ເຂົາຫັ້ນແຈ້ງແຕ່ເຂົາ ເຂົາເຮັດແຕ່ເຂົາ, ແຕ່ເຮົາ ຫັ້ນເຫັນໄດ້ເຫຕການແນວນັ້ນ ເຮົາກໍບໍ່ຫົວຊາ ເຮົາກະປົກກະຕິ ກະບໍ່ມີບັນຫາຫຍັງ, ແຕ່ເຮົາກະບໍ່ໄດ້ເຮັດຫຍັງ, ເຮົາກະມີແຕ່ວ່າ ຢູ່ໃນທ່າກະ ກຽມຫັ້ນແຫຼະ ເພາະວ່າ ມັນເຂົ້າມາໃກ້ເຮົາຫຼາຍ ເຮົາກະຣະວັງໄວ້ທໍ່ນັ້ນນ່າ ບໍ່ມີບັນຫາຫຍັງ."

ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ ຝ່າຍທະຫານຊາຍແດນລາວ ກໍເຂົ້າໃຈດີ ທີ່ຝ່າຍກຳພູຊາ ມີການຊ້ອມຣົບ, ແຕ່ກໍຕ້ອງໄດ້ເຝົ້າຣະວັງ ຢ່າງໃກ້ຊິດ ເພາະອາຈມີລູກປືນໃຫຍ່ ຕົກຂ້າມມາດິນແດນລາວ, ຊຶ່ງຖ້າມີການລຸກລ້ຳດິນແດນ ຫຼືລູກປືນ ຕົກລົງມາໃສ່ດິນ ລາວ ແທ້ ກໍຕ້ອງໄດ້ມີການ ເວົ້າກັນ ໄປຕາມກໍຣະນີ ທີ່ເກີດຂຶ້ນ.

“ເຂົາສແດງກຳລັງແນວນັ້ນແນວນີ້ ກະເຣື້ອງຂອງເຂົາ, ເຂົາຊ້ອມຣົບ ກະຊ້ອມໄປຕາມຍຸທສາຕຂອງເຂົາ, ຫັ້ນນ່າ ເຮົາກະບໍ່ໄດ້ວ່າຫຍັງ. ແຕ່ວ່າກະກຽມເບິ່ງວ່າ ເຂດແດນເພິ່ນລ້ຳເຂົ້າມາ ເຮົາກະຈັ່ງຄ່ອຍວ່າ ຫຼືວ່າເພິ່ນເຮັດລູກປືນໃຫຍ່ ເພິ່ນຕົກລົງມາ ລູກປືນຂ້າມມາ ເຮົາຈັ່ງ ຄ່ອຍວ່າ. ອັນນັ້ນມັນເປັນເຫຕການທີ່ບັງເອີນ ຈັ່ງຄ່ອຍແກ້ໄຂ."

ທ່ານ ເສັຽ ໂສຈິຕ, ໂຄສົກ ກະຊວງປ້ອງກັນປະເທສ ຂອງກຳພູຊາ ໃຫ້ສຳພາດຕໍ່ສື່ມວນຊົນທ້ອງຖິ່ນ ຂອງກຳພູຊາວ່າ ການຊ້ອມຣົບ ຂອງ ໜ່ວຍຣົບ 128 ທີ່ຖືກສ້າງຕັ້ງຂຶ້ນໃໝ່ ໄດ້ນຳໃຊ້ລູກປືນນ້ອຍ ແລະ ລູກປືນໃຫຍ່ ຂອງແທ້ ຂນາດ 100 ມິນລີແມັດ, 81 ມິນລີແມັດ ແລະ 60 ມິນລີແມັດນັ້ນ, ໄດ້ມີຂຶ້ນພຽງ 1 ມື້ ຂອງວັນທີ 26 ກຸມພາ ປີ 2018, ໂດຍມີຈຸດປະສົງ ເພື່ອຝຶກແອບທະຫານ ທີ່ເປັນໄປຕາມຍຸທວິທີ ຂອງທະຫານເທົ່ານັ້ນ, ບໍ່ໄດ້ມີເຈຕນາຂົ່ມຂູ່ ທະຫານຊາຍແດນ ຂອງປະເທສອື່ນ ແຕ່ຢ່າງໃດ.

ກ່ອນໜ້ານີ້, ຄື ເມື່ອເດືອນສິງຫາ ປີ 2017,  ທາງການກຳພູຊາ ກ່າວຫາວ່າ ທະຫານຊາຍແດນລາວ ໄດ້ລຸກລ້ຳ ເຂົ້າມາໃນເຂດແດນ ຂອງກຳພູຊາ ທີ່ເຂດຫ້ວຍຕະເງົາ ແລະ ເຂດຫ້ວຍອາໄລ ເພື່ອບອກໃຫ້ ວິສວະກອນ ກໍ່ສ້າງເສັ້ນທາງ ຂອງຝ່າຍ ກຳພູຊາ ຍຸຕິການກໍ່ສ້າງ ເສັ້ນທາງຢູ່ເຂດ ດັ່ງກ່າວ ຈົນເຮັດໃຫ້ ທ່ານ ຮຸນເຊນ, ນາຍົກຣັຖມົນຕຣີ ຂອງກຳພູຊາ ຂີດເສັ້ນຕາຍ 7 ມື້ເພື່ອໃຫ້ ນາຍົກຣັຖມົນຕຣີລາວ ສັ່ງຖອນ ກຳລັງທະຫານ ອອກຈາກເຂດດັ່ງກ່າວ, ຖ້າບໍ່ດັ່ງນັ້ນ ນາຍົກຣັຖມົນຕຣີ ກຳພູຊາ ຂູ່ວ່າ ຈະໃຊ້ກຳລັງທະຫານ ເຂົ້າແກ້ໄຂບັນຫາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.