ລາວອົພຍົບຄ້າງຢູ່ໄທຍັງໄຮ້ ສັນຊາດ

ຈໍາປາທອງ
2016.06.02
F-Hmong ເດັກນ້ອຍຊາວມົ້ງລາວ ທີ່ ອົພຍົບໄປ ນໍາຄອບຄົວ ຢູ່ສູນຊົ່ວຄາວ ບ້ານຫ້ວຍນໍ້າຂາວ ປະເທດໄທ ຕໍ່ມາໃນປີ 2009 ກໍຖືກທາງການໄທ ສົ່ງກັບ ສປປລາວ
RFA

ຊາວລາວອົພຍົບ ທີ່ຕົກຄ້າງ ຢູ່ປະເທສໄທ ກວ່າ 30 ປີມາແລ້ວ ຍັງມີບັນຫາ ເຣຶ່ອງຂໍເອົາ ສັນຊາດ ເປັນໄທ.

ມາເຖິງປັດຈຸບັນ ຊາວລາວ ອົພຍົບ ທີ່ບໍ່ມີ ສັນຊາດ ຢູ່ ແຂວງອຸບົນ ປະເທສໄທ ຍັງມີບັນຫາ ໃນການ ຂໍສັນຊາດ ໄທ ຍ້ອນວ່າ ເຈົ້າໜ້າທີ່ ຂອງໜ່ວຍງານ ທີ່ກ່ຽວຂ້ອງ ຂອງໄທ ບໍ່ໄດ້ ປະສານງານ ໃຫ້ ຢ່າງຈິງຈັງ, ເຮັດໃຫ້ ຊາວລາວ ພຽງປະມານ 60 ຄົນ ເທົ່ານັ້ນ ໃນຈໍານວນ ຫຼາຍພັນຄົນ ໄດ້ຮັບສັນຊາດ ໄທ.

ເວົ້າສະເພາະຢູ່ໃນ 4 ບ້ານໃຫຍ່ ຂອງແຂວງອຸບົນ ທີ່ RFA ໄປຢ້ຽມຢາມ, ປັດຈຸບັນ ມີຊາວລາວ ທັງໝົດ 414 ຄົນ, ແຕ່ໄດ້ສັນຊາດໄທ 38 ຄົນ. ໃນນັ້ນ ຢູ່ບ້ານດອນໂຈດ ເມືອງ ບຸນທະລິກ ມີ 180 ຄົນ ໄດ້ສັນຊາດ 10 ຄົນ; ຢູ່ເມືອງໂຂງຈຽມ, ບ້ານບະໄຫ ມີ 100 ຄົນ, ໄດ້ສັນຊາດ 5 ຄົນ, ບ້ານ ຄັນທ່າກວຽນ ມີ 50 ຄົນໄດ້ສັນຊາດ 10 ຄົນ ແລະ ຢູ່ບ້ານປ່າຂ່າ ເມືອງໂພໄຊ ມີ 84 ຄົນ, ໄດ້ສັນຊາດ 13 ຄົນ.

ຕາມການ ເປີດເຜີຍ ຂອງຊາວລາວ ອົພຍົບ ຢູ່ ບ້ານຄັນທ່າກວຽນ ເມືອງໂຂງຈຽມ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 28 ພຶສພາ ວ່າຊາວລາວ ໄດ້ຮັບຄວາມ ເດືອດຮ້ອນ ໃນການໄປມາ ແລະ ທໍາມາຫາກິນ ຍ້ອນບໍ່ໄດ້ ສັນຊາດໄທ.

"ໃບເກີດໃບຕາຍ ກໍມີເບິດ ກໍບໍ່ເຮັດໃຫ້ ອໍາເພີ ບໍ່ທໍາງານ ດຽວນີ້ ປະຫຼັດ ບໍ່ທໍາງານ ແຕ່ວ່າເຂົາ ກໍໃຫ້ແມ່ ໄປຟ້ອງຢູ່ ໄປຮ້ອງຮຽນ ຈັ່ງຊີ້ນະ ທາງພວກເອີ້ນ ເລຂາ ທໍາງານຢູ່ ໃນອໍາເພີນັ້ນ ຄືປະຫລັດ ບໍ່ຮັບຫຍັງ ເຣຶ່ອງນີ້ ເພິ່ນບໍ່ຢາກ ຫຍຸ້ງກ່ຽວ ເພິ່ນວ່າ ເປັນຫຍັງ ຄືບໍ່ເຮັດ ກໍເຮັດຕາມ ຂັ້ນຕອນຊີ ເພາະວ່າ ກົດໝາຍ ມັນມີໃຫ້ ເຮົາແລ້ວ ເປັນຫຍັງເຂົາ ບໍ່ເຮັດກັນ ໃຫ້ເຮົາ ລໍເວລາຢູ່ ລໍແລ້ວລໍອີກ".

ນາງເວົ້າວ່າ ໃນຣະຍະ ຜ່ານມາ ຊາວລາວອົພຍົບ ສ່ວນຫລາຍ ພຍາຍາມ ໄປຍື່ນ ຄໍາຮ້ອງ ຂໍສັນຊາດ ຕໍ່ ເຈົ້າໜ້າທີ່ ທາງການໄທ ແລະ ເພິ່ນ ກໍຮັບປາກ. ແຕ່ຈົນມາຮອດ ດຽວນີ້ ກໍຍັງບໍ່ເຫັນ ຜູ້ໃດ ໄດ້ສັນຊາດ. ຊາວບ້ານ ເວົ້າວ່າ ການທີ່ຈະໄດ້ ສັນຊາດ ໃນ ທຸກມື້ນີ້ ກາຍເປັນເຣຶ່ອງ ທີ່ບໍ່ຂຶ້ນ ຢູ່ກັບ ກົດໝາຍ ພຽງຢ່າງດຽວ ແຕ່ ອາຈຂຶ້ນຢູ່ກັບ ທັສນະຄະຕິ ຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ ກັບເຣຶ່ອງ ການ ໃຫ້ສັນຊາດ ຊຶ່ງ ມັກຈະປ່ຽນ ຄົນໃໝ່ ຢູ່ເລື້ອຍ ນັ້ນນໍາດ້ວຍ.

ທ້າວ ສົມສັກ ຊາວລາວອົພຍົບ ຢູ່ບ້ານບະໄຫ ເມືອງດຽວກັນ ນັ້ນ ເວົ້າວ່າ ປັດຈຸບັນ ພວກຕົນ ກໍປະສົບກັບ ບັນຫາ ນັ້ນຄືກັນ ຊາວລາວ ໂດຍສະເພາະ ຄົນໜຸ່ມ ທີ່ຫາລ້ຽງ ຄອບຄົບ ມີຄວາມ ລໍາບາກຫຼາຍ:

"ຄວາມຮູ້ກໍບໍ່ມີ ບັດກໍບໍ່ມີ ບາງເທື່ອ ເຈົ້າໜ້າທີ່ ຕວດ ບາງຄັ້ງ ກໍໄດ້ເສັຽ ແບບນີ້ຫັ້ນນະ ເສັຽເງິນເສັຽທອງ ຈ້າງທາງໄປ ກໍວ່າແມ່ນ ຫັ້ນນະ ບັນຫາທີ 2 ເຂົ້າໄປທໍາງານ ເຂົາກໍຕ້ອງ ການຫາບັດ ເມື່ອແຮງງານ ມີອຸປສັກ ຖືກຈັບ ຖືກກຸມ ເພາະວ່າມັນ ບໍ່ມີທາງເລືອກ ຫັ້ນນະ".

ຕາມການບອກເລົ່າ ຂອງ ເຈົ້າໜ້າທີ່ ດູແລ ຊາວລາວອົພຍົບ, ຕາມຫລັກການ ແລ້ວ ການຂໍສັນ ຊາດໄທ ຈະໃຊ້ ເວລາພຽງ 105 ວັນ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.