ລາວວຽດນາມຮ່ວມມືດ້ານສານ ຍຸຕິທັມ
2014.12.28

ປະທານ ປະເທດ ສປປ ລາວ ທ່ານ ຈູມມະລີ ໄຊຍະສອນ ໄດ້ ສັລເສີນ ຄວາມຮ່ວມມື ຣະຫວ່າງ ສານ ຍຸຕິທັມ ລາວ-ວຽດນາມ ໃນການ ຕ້ອນຮັບ ຫົວຫນ້າ ສານ ສູງສຸດ ວຽດນາມ ທ່ານ ຕຣອງ ຮົວບິນ ທີ່ ນະຄອນ ຫຼວງວຽງຈັນ ໃນ ວັນທີ 26 ທັນວາ ຜ່ານມາ. ທ່ານ ໄດ້ສະແດງ ຄວາມ ຫວັງວ່າ ສອງຝ່າຍ ຈະເພີ້ມ ຄວາມຮ່ວມ ມື ກັນ ຫລາຍຂຶ້ນ ໃນ ອະນາຄົດ ໂດຍສະເພາະ ທາງດ້ານ ການ ຝືກ ອົບຮົມ ເຈົ້າຫນ້າທີ່ ສານ ຂອງລາວ.
ໃນຂນະ ດຽວກັນ ຝ່າຍ ວຽດນາມ ນາຍ ຕຣອງ ຮົວບິນ ກໍໄດ້ຣາຍ ງານ ຕໍ່ ເຈົ້າພາບ ຝ່າຍລາວ ກ່ຽວກັບ ຜົລ ຂອງ ກອງປະຊຸມ ສານ ຄັ້ງທີສາມ ຣະຫວ່າງ ແຂວງ ທີ່ຕິດກັບ ຊາຍແດນ ວຽດນາມ ລາວ ແລະ ກຳພູຊາ ທີ່ ນະຄອນ ຫລວງ ວຽງຈັນ ໃນ ວັນທີ 25 ຫາ 26 ທັນວາ ວ່າ ສາມ ປະເທດ ຈະເພີ້ມການ ປາບປາມ ອາຊຍາກັມ ຂ້າມ ຊາດ ໃຫ້ ຫລາຍຂຶ້ນ.
ສຳລັບ ແຜນການ ຄວາມຮ່ວມມື ໃນ ອະນາຄົດ ຣະຫວ່າງ ສານ ວຽດນາມ ກັບລາວ ນັ້ນ ທ່ານ ເວົ້າວ່າ ສອງຝ່າຍ ຈະສືບຕໍ່ ການ ຢ້ຽມຢາມ ຂອງ ເຈົ້າຫນ້າທີ່ ສານ ຂອງ ສອງປະເທດ ເພື່ອ ແລກປ່ຽນ ປະສົພການ ແລະ ສ້າງຕັ້ງ ຕາຕະຣາງ ການ ຝຶກອົບຮົມ ເຈົ້າຫນ້າທີ່ ສານ ຂອງລາວ ໃນ ວຽດນາມ.
ກົດຫມາຍ ລາວ ສ່ວນໃຫຍ່ ແມ່ນກ່າຍ ຫລື ລອກແບບ ມາຈາກ ກົດຫມາຍ ວຽດນາມ ແລະ ເຈົ້າຫນ້າທີ່ ລາວ ສ່ວນໃຫຍ່ ກໍຝຶກອົບຮົບ ມາຈາກ ວຽດນາມ.