ຊາວລາວກັບສື່ມວລຊົນລາວ
2015.08.13

ເນື່ອງ ໃນວັນ ຄົບຮອບ 65 ປີ ຂອງ ການສ້າງຕັ້ງ ສື່ມວນຊົນ ລາວ, ວັນທີ 13 ສິງຫາ 2015, ບັນດາ ສື່ມວນຊົນ ລາວ, ໄດ້ຈັດງານ ສເລີມສລອງ ຜົນງານ ທີ່ ສື່ມວນຊົນ ລາວ ໄດ້ ປະຕິບັດ ມາ ນັບແຕ່ ອາດີດ ຈົນເຖີງ ປັດຈຸບັນ.
ຊາວລາວ ສ່ວນນຶ່ງ ໃຫ້ ຄໍາເຫັນ ວ່າ, ສື່ມວນຊົນ ລາວ ຍັງບໍ່ ສາມາດ ຣາຍງານ ຄວາມຈິງ ແລະ ຍັງບໍ່ຕອບ ສນອງ ຄວາມ ຕ້ອງການ ຂອງ ປະຊາຊົນ ໄດ້ ຢ່າງເຕັມທີ່. ດັ່ງ ຊາວ ນະຄອນ ຫຼວງວຽງຈັນ ຜູ້ ຂໍສງວນຊື່ ທ່ານນຶ່ງ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ວ່າ:
"65 ປີ ຜ່ານມາ, ແຕ່ວ່າ ເຣື້ອງ ການຜລິດ ເນາະ, ສື່ມວນຊົນ ນີ້ ຖືວ່າ ຍັງ ຫຼ້າຫຼັງຫຼາຍ. ມັນບໍ່ໄດ້ ສະເໜີ ບັນຫາ ຫຍັງ ກັບ ປະຊາຊົນ ນ່າ, ບໍ່ເຫັນເຂົາ ໄດ້ ເວົ້າຫຍັງ ມີແຕ່ ເວົ້າ ນໍາເຣື້ອງ ຣັຖບານ".
ນອກຈາກ ນີ້ ຊາວລາວ ອີກ ທ່ານນຶ່ງ ກໍກ່າວ ຕໍ່ ເອເຊັຽ ເສຣີ ວ່າ:
"ກະຄື ເຂົ້າໃຈ ແຫຼະ ການ ປະຕິບັດ ມັນກະຍັງ ບໍ່ທັນໄດ້ ແມ່ນ ຮ້ອງວ່າ ສື່ມວນຊົນ ຢູ່. ຄັນ ສື່ມວນຊົນ ມັນຕ້ອງ ແມ່ນ ບໍ່ໄດ້ ຖືກ ຄວບຄຸມ, ອັນນີ້ ມັນຖືກ ຄວບຄຸມ ຊໍ່າວ່າມັນ ເປັນຂ່າວ ທີ່ ມີການ ຕົບແຕ່ງ ຂຶ້ນມາ, ຕົບແຕ່ງ ໃສ່ສີ ຂຶ້ນມາ, ເພື່ອໃຫ້ ມັນເປັນໄປ ຕາມ ຂະເຈົ້າ ວ່າຊັ້ນສາ, ບໍ່ໄດ້ເປັນ ໄປຕາມ ສື່ມວນຊົນ ທີ່ວ່າ ຈະຕ້ອງ ໄດ້ ປະກາດ ຄວາມຈິງ, ແມ່ນບໍ່ລະ".
ສາເຫດ ນຶ່ງ ທີ່ເຮັດໃຫ້ ສື່ມວນຊົນ ລາວ ຣາຍງານ ຂ່າວ ຍັງບໍ່ທັນ ກົງກັບ ຄວາມ ຕ້ອງການ ຂອງ ປະຊາຊົນ ນັ້ນ ກໍຄືວ່າ, ສື່ມວນຊົນ ລາວ ຍັງຂາດ ຄວາມ ກ້າຫານ. ດັ່ງ ທ່ານ ສົມສະໜຸກ ມີໄຊ ຮອງ ປະທານ ສະມາຄົມ ນັກຂ່າວ ແຫ່ງ ສປປ ລາວ, ໄດ້ ກ່າວຕໍ່ ເອເຊັຽ ເສຣີ ໃນຕອນ ນຶ່ງວ່າ:
"ໂອກະມີ ຂໍ້ຈໍາກັດ ກະເຮົາເອງ ນີ້ລະ, ເຮົາຕ້ອງ ກ້າຫານ ກວ່າເກົ່າ ທາງ ຣັຖບານ ເພີ່ນ ກະຮຽກຮ້ອງ ຕໍານິເຮົາ ເລື້ອຍ ລະໄດ໋ວ່າ, ໃຫ້ມີແດ່ ມີບົດ ວິຈານ ອັນໃດ ບໍ່ດີ ກະເອົາມາ, ມາເວົ້າ ເພາະວ່າ ເຣື້ອງ ຄໍຣັບຊັ້ນ ກາເອົາມາ ເວົ້າເພາະ ວ່າມັນມີ".
ອີງຕາມ ການຈັດ ອັນດັບ ທາງດ້ານ ສິດ ເສຣີພາບ ຂອງ ສື່ມວນຊົນ ໃນ ທົ່ວໂລກ, ຂອງ ອົງການ ຂ່າວ ບໍ່ມີ ພົມແດນ ໃນປີ 2014 ຜ່ານມາ ສື່ມວນຊົນ ລາວ ຖືກຈັດຢູ່ ໃນ ອັນດັບ ທີ 171 ໃນ ຈໍານວນ ທັງໝົດ 180 ປະເທດ, ຄື ເກືອບວ່າ ເປັນ ສື່ມວນຊົນ ທີ່ ບໍ່ມີ ເສຣີພາບ ຢູ່ພາຍໃຕ້ ການນໍາ ພັກ-ຣັຖ ຕລອດ.