ຄຸນພໍ່ສິງແກ້ວວົງກົງແພງ ຖືກຂ້າ

ຈໍາປາທອງ
2015.09.16
F-Laos-mission ໂບດ ຂອງຊາວ ລາວຄຣິສຕຽນ ທີ່ ບ້ານນາອ່າງ ແຂວງ ຫຼວງພຣະຍາງ
Laos Mission

ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ເມືອງ ຈອມເພັດ ແຂວງ ຫຼວງພຣະບາງ ເວົ້າວ່າ, ໃນ ວັນທີ 8 ກັນຍາ 2015 ຄຸນພໍ່ ສິງແກ້ວ ວົງກົງແພງ ຊຶ່ງ ເປັນຜູ້ ສອນ ສາສນາ ຄຣິສຕຽນ ຢູ່ ບ້ານ ນາອ່າງ ເມືອງ ຈອມເພັດ, ໄດ້ຖືກ ຄົນ ເມົາຢາບ້າ, ເຂົ້າໄປ ໃນບ້ານ ຂອງ ທ່ານ ຫວັງ ລັກຊັພ ແຕ່ ຄົນຮ້າຍ ກັບ ໃຊ້ມີດ ແທງ ທ່ານ ສິງແກ້ວ ຈົນ ເສັຽຊີວິດ. ພາຍຫລັງ ເກີດເຫດ ບໍ່ດົນ, ເຈົ້າໜ້າທີ່ ກໍ ສາມາດ ຈັບຕົວ ຄາຕກອນ ໄດ້:

"ລັກສນະ ເບິ່ງຄົນ ນັ້ນນະ ຄົນເມົາ ຢາບ້ານະ, ຈີ້ລະ ກະແທງ ເມົາຢາ ກະກິນຢາ ເກີນ ຂອບເຂດ ຂຶ້ນເມືອ ແລ້ວ ມັນຈີ້ແລ້ວ ມັນນັ້ນນະ ມັນຄຸມ ສະຕິ ບໍ່ໄດ້ ມັນແທງເລີຍ ນະ ເນາະ".

ທ່ານເວົ້າ ຕື່ມວ່າ ພາຍຫລັງ ການ ສອບສວນ ຂອງ ເຈົ້າໜ້າທີ່ ຄົນຮ້າຍ ທີ່ ກໍ່ເຫດ ຄັ້ງນີ້ ເປັນ ຊາວໜຸ່ມ ຢູ່ເມືອງ ຈອມເພັດ ນີ້ເອງ. ຜູ້ກ່ຽວ ຮັບ ສາຣະພາບ ໂດຍດີ ວ່າ, ຕົນຜູ້ດຽວ ເປັນຄົນ ກໍ່ເຫດ. ແຕ່ ອົງການ ຂ່າວ Asia News ຣາຍງານ ວ່າ, ການ ຄາຕກັມ ຄຸນພໍ່ ສອນ ສາສນາ ຄຣິສຕຽນ ນີ້ ມີຜູ້ ກໍ່ເຫດ ທັງ ໝົດ 5 ຄົນ ຊຶ່ງ ໃນນັ້ນ ມີ ຕຳຣວດ ບ້ານ ຮ່ວມນໍາ.

ກຸ່ມຄົນຮ້າຍ ທັງໝົດ ໄດ້ພາກັນ ມາບ້ານ ຄຸນພໍ່ ສິງແກ້ວ ເພື່ອ ລັກພາ ຕົວ ຄອບຄົວ ຂອງທ່ານ. ແຕ່ ຄຸນພໍ່ ສິງແກ້ວ ພຍາຍາມ ຮ້ອງຂໍ ຄວາມ ຊ່ວຍເຫລືອ ຈຶ່ງ ຖືກຂ້າ ໃນ ທີ່ສຸດ. ສ່ວນ ພັລຍາ ແລະ ລູກຊາຍ ຂອງ ທ່ານ ບໍ່ໄດ້ຮັບ ອັນຕລາຍ. ແຕ່ ເຈົ້າໜ້າທີ່ ຕຳຣວດ ກໍຍັງ ຢືນຢັນວ່າ ຄະດີ ນີ້ ມີຜູ້ລົງມື ພຽງ ຄົນ ດຽວ, ບໍ່ແມ່ນ ເປັນກຸ່ມ. ແລະວ່າ ໄດ້ນຳຕົວ ຜູ້ກ່ຽວໄປ ຄຸມຂັງ ແລະ ຈະສົ່ງຂຶ້ນ ສານ ດຳເນີນ ຄະດີ ໃນ ໄວໆນີ້.

ຄຸນພໍ່ ສິງແກ້ວ ເປັນຄົນ ນິໄສ ດີ, ເປັນ ທີ່ຮັກແພງ ຂອງ ຊາວ ລາວຄຣິສຕຽນ, ບໍ່ເຄີຍມີ ບັນຫາ ຂັດແຍ່ງ ກັບ ຜູ້ໃດ. ມີ ຣາຍງານ ວ່າ ຊາວ ລາວຄຣິສຕຽນ ຢູ່ແຂວງ ຫຼວງພຣະບາງ ຕັ້ງຂໍ້ ສົງໄສ ວ່າ ຜູ້ ທີ່ລົງມື ແທງ ຄັ້ງນີ້ ມີແຜນ ທີ່ ຈະລັກພາຕົວ ຄຸນພໍ່ ສິງແກ້ວ ແລະ ພັລຍາ, ຄືກັນກັບ ການລັກພາ ຕົວ ຊາວ ລາວຄຣິສຕຽນ ຄອບຄົວ ນຶ່ງ ຢູ່ ແຂວງ ຫຼວງນ້ຳທາ ທີ່ ຫາຍສາບສູນ ໄປເລີຍ. ແຕ່ ໃນເທື່ອນີ້ ຄຸນພໍ່ ສິງແກ້ວ ພຍາຍາມ ຂັດຂືນ ຈຶ່ງ ຖືກ ຂ້າຕາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.