ວິທຍາຄານແຫ່ງຊາຕການເມືອງ ແລະການປົກຄອງ ໂຮ່ຈິມິນ ໄດ້ ເລີ້ມ ການຝືກອົບຮົມ ກ່ຽວກັບ ການຈັດຕັ້ງ ໃຫ້ແກ່ເຈົ້າໜ້າທີ່ ພັກ ປະຊາຊົນ ປະຕິວັດລາວ ນັບແຕ່ວັນທີ່ 16 ສິງຫາຜ່ານມາ. ຕາມ ລາຍງານ ອົງການຂ່າວໄທ. ລາຍງານວ່າ ເຈົ້າໜ້າທີ່ເຂົ້າຮ່ວມ ການ ຝືກອົບຮົມນັ້ນ ຈະໄດ້ຮຽນຮູ້ພື້ນຖານ ທິສດີມັກຊິສ-ເລນີນນິສ ແລະ ວັນນະຄະດີ ຄວາມຄິດ ຂອງໂຮ່ຈິມິນ ຮ່ວມທັງທິດທາງ ຂອງພັກ ຄອມມູຍນິສ ວຽດນາມ ໃນການກ້າວຂຶ້ນສູ່ ສັງຄົມນິຍົມ. ນອກນັ້ນ ຍັງຈະໄດ້ຮຽນ ຈາກປະສົບປະການ ການນໍາພາ ຂອງ ການພັທນາ ເສຖກິດ-ສັງຄົມ ການສ້າງຕັ້ງພັກ ແລະເທັກນິກໃນການຈັດຕັ້ງ ເພື່ອ ຈະສາມາດຕອບສນອງການປະຕິວັດໃນລະຍະໃໝ່. ເຈົ້າໜ້າທີ່ລາວ ຍັງຈະຖືກຊີ້ນໍາ ລົງໄປໃນທ້ອງຖິ່ນ ຕ່າງໆຂອງວຽດນາມ ເພື່ອຮຽນ ການຈັດຕັ້ງປະຕິບັດນະໂຍບາຍຂອງພັກ ແລະ ກົດໝາຍຂອງຣັຖ.
ສປປລາວ ກັບວຽດນາມ ນັບມື້ປະກາດຢ່າງກວ້າງຂວາງ ວ່າຈະກ້າວ ເດີນໄປຕາມເສັ້ນທາງສັງຄົມນິຍົມ. ກອງປະຊຸມ ລະຫວ່າງປະເທດ ຂອງ ກັມການພັກ ປະຈໍາກະຊວງຕ່າງໆ ໃນແຕ່ລະປີ ສ່ວນຫລາຍ ແມ່ນ ການຕິດຕາມເບິ່ງການຈັດຕັ້ງປະຕິບັດແຜນການ ຫລືໂຄງການ ການຮ່ວມມື. ໃນແຕ່ລະປີ ແຕ່ລະຂແໜງ ຖອດຖອນບົດຮຽນ ຄືນໃໝ່ ໃນຈຸດບັນຫາ ທີ່ຄ້າງຄາ ເພື່ອໃຫ້ເປັນໄປ ຕາມສົນທິສັນຍາແບບພິເສດ ລະຫ່ວາງສອງປະເທດຕາມແບບສັງຄົມນິຍົມ. ນອກຈາກ ວຽດນາມ ແລ້ວພັກປະຊາຊົນປະຕິວັດລາວ ຍັງໄດ້ຮັບການ ຝຶກອົບຮົມ ຈາກພັກຄອມມູຍນິສ ຈີນ ອີກກ່ຽວກັບ ເສັ້ນທາງກ້າວ ຂຶ້ນສູ່ ສັງຄົມ ນິຍົມ.