ອົງການລາວເສຣີ ຮ່ວມ ປະຊຸມ ທາງການ ສະຫະຣັດ
2018.07.27
ກະຊວງການຕ່າງປະເທສ ສະຫະຣັຖອາເມຣິກາ ຈັດກອງປະຊຸມຣະດັບກະຊວງກ່ຽວກັບຄວາມກ້າວໜ້າທາງສາສນາ ຢູ່ທີ່ກຸງ ວໍຊິງຕັນ ດີຊີ ໃນມື້ວັນທີ 25 ແລະ 26 ກໍຣະກະດາ 2018 ໂດຍມີຄນະຜູ້ແທນອົງການລາວເສຣີ Free Laos Campaign ທີ່ສະຫະຣັຖອາເມຣິກາ ເຂົ້າຮ່ວມ.
ໃນກອງປະຊຸມ ທີ່ທ່ານ Michael Pompeo ຣັຖມົນຕຣີ ກະຊວງການຕ່າງປະເທສ ສະຫະຣັຖອາເມຣິກາ ໄດ້ກ່າວຄໍາເຫັນກ່ຽວກັບ ການ ສົ່ງເສີມ ສິດທິທາງດ້ານ ການເຊື່ອຖືສາສນາໃນທົ່ວໂລກນັ້ນ ກໍມີຜູ້ແທນອົງການລາວເສຣີ ຄື ທ່ານ ອິນຊີທອງ ຄນະນຳ ແລະທັງເປັນໂຄສົກ ອົງການດັ່ງກ່າວ ເຂົ້າຮ່ວມ.
ທ່ານ ອິນຊີທອງ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ພາຍຫລັງກອງປະຊຸມສິ້ນສຸດລົງ ໃນມື້ວັນທີ 26 ກໍຣະກະດາ ເຖິງເປົ້າໝາຍຂອງການມາ ເຂົ້າຮ່ວມກອງປະຊຸມ ນັ້ນວ່າ:
"ເພື່ອຮຽນຮູ້ກ່ຽວກັບນະໂຍ ບາຍໃໝ່ຂອງສະຫະຣັຖອາເມຣິກາ ເພິ່ນຈະໄດ້ເນັ້ນໜັກເພື່ຶອສົ່ງ ເສີມແລະປ້ອງກັນ ຊຸກຍູ້ໃຫ້ການເຊື່ອຖື ທາງສາສນາໃນທົ່ວໂລກນີ້ ໃຫ້ມີປະສິດທິພາບ ແລະໃຫ້ກຸ່ມຄົນທີ່ວ່າເຊື່ອຖືສາສນານີ້ ໄດ້ປະຕິບັດ ຕາມສົນທິສັນຍາສາກົນຫັ້ນ."
ທ່ານກ່າວວ່າ ໃນກອງປະຊຸມຄັ້ງນີ້ ໄດ້ເວົ້າເຖິງຫຼາຍບັນຫາ ທີ່ພົວພັນກັບເຣື້ອງສິດທິ ໃນການເຊື່ອຖືສາສນາ ຍ້ອນວ່າ ຍັງມີຣັຖບາລ ຂອງ ຫຼາຍປະເທສ ທີ່ບໍ່ໄດ້ປະຕິບັດຕາມສົນທິສັນຍາສາກົນ ທີ່ໄດ້ເຊັນຮັບຮູ້ ແລະວ່າຈປະຕິບັດ ແຕ່ໃນຕົວຈິງແມ່ນບໍ່ໄດ້ປະຕິບັດ ເຮັດໃຫ້ການ ນັບຖືສາສນາ ຂອງ ຄົນກຸ່ມນ້ອຍ ໃນປະເທສນັ້ນ ມີບັນຫາ ໂດຍສະເພາະ ຢູ່ປະເທສທີ່ບໍ່ມີປະຊາທິປະຕັຍ, ບໍ່ມີສິດເສຣີພາບໃນການເຊື່ອຖື ສາສນາ.
ກອງປະຊຸມ ມີຄວາມສຳຄັນຫຼາຍ ໃນເຣື່ອງສິດເສຣີພາບ ຂອງຄົນກຸ່ມນ້ອຍ ຢູ່ປະເທສຕ່າງໆໃນໂລກ ໃນການເຊື່ອຖື ຫລືບໍ່ເຊື່ອຖືສາສນາ ຕາມຄຳເວົ້າຂອງທ່ານ ອິນຊີທອງ. ພ້ອມກັນນັ້ນ ທ່ານກໍເຫັນວ່າ ການມາເຂົ້າຮ່ວມ ຂອງອົງການລາວເສຣີ Free Laos Campaign ໃນກອງປະຊຸມຄັ້ງນີ້ ມີຜົລປໂຍດຫຼາຍ:
"ກອງປະຊຸມຄັ້ງນີ້ ມີຜົລປໂຍດຫລາຍ ຕໍ່ອົງການຈັດຕັ້ງຂອງເຮົາ ແລະຕໍ່ຊົນຊາວລາວທີ່ວ່າຢູ່ໃນ ສປປລາວ ເພາະວ່າ ພວກເຮົານີ້ຈະໄດ້ຂ່າວ ໃຫ້ປະຊາຊົນລາວຮັບຊາບກັນວ່າ ຖ້າຫາກວ່າພວກທ່ານຫັ້ນນັບຖືສາສນາ ໂດຍສະເພາະສາສນາຄຣິສຕຽນບໍ່ ບາຮາຍບໍ່ ຊຶ່ງວ່າປະຊາຊົນ ກຸ່ມນ້ອຍຢູ່ໃນປະເທສຫັ້ນ ຢາກໃຫ້ຮັບຊາບນໍາວ່າ ພວກທ່ານມີສິດນັບຖື ຫລືເຊື່ອຖືສາສນານັ້ນ."
ແລະວ່າ ຢູ່ ສປປລາວ ມີຣັຖທັມນູນ ແລະກົດໝາຍ ທີ່ຮັບປະກັນໃຫ້ພົລເມືອງລາວ ມີສິດເສຣີພາບ ໃນການເຊື່ອຖື ຫລືບໍ່ເຊື່ອຖືສາສນາ. ແຕ່ສິດເສຣີພາບທີ່ວ່ານັ້ນ ບໍ່ໄດ້ຮັບການຈັດຕັ້ງປະຕິບັດ ໃນພາກຕົວຈິງ. ກອງປະຊຸມ ຣະດັບກະຊວງ 2 ມື້ ຄືທີ່ວ່ານັ້ນ ເປັນກອງປະຊຸມ ປະຈຳປີ ຂອງກະຊວງການຕ່າງປະເທສ ສະຫະຣັຖອາເມຣິກາ ທີ່ເວົ້າເຖິງສິດເສຣີພາບຂອງປະຊາຊົນ ໃນການເຊື່ອຖື ຫລືບໍ່ເຊື່ອຖືສາສນາ ເປັນຕົ້ນກໍແມ່ນ ສາສນາຄຣິສຕຽນ ແລະເວົ້າເຖິງການຣະເມີດສິດທິດັ່ງກ່າວ ຢູ່ປະເທສຕ່າງໆໃນທົ່ວໂລກ ຮວມທັງຢູ່ ສປປລາວ ຊຶ່ງກະຊວງ ການຕ່າງປະເທສ ຂອງສະຫະຣັຖ ໄດ້ອອກຣາຍງານປະຈໍາປີ ເມື່ອກ່ອນນັ້ນແລ້ວ.