ຜູ້ນໍາລາວໄປຮຽນການເມືອງ ຢູ່ ວຽດນາມ
2014.01.08
ເຈົ້າໜ້າທີ່ ພັກແລະຣັຖບານລາວ ໄປຝຶກ ອົບຮົມ ທິສດີການເມືອງ ຢູ່ ວຽດນາມ ຕື່ມອີກ. ຂ່າວສານປະເທດລາວ ຊຶ່ງເປັນກະບອກສຽງຂອງ ຣັຖບານລາວ ຣາຍງານເມື່ອວັນອັງຄານ ວັນທີ່ 6 ມົກກະຣານີ້ວ່າສະຖາບັນ ການປົກຄອງແລະການເມືອງໂຮຈິມິນ ໃນນະຄອນຫຼວງຮາໂໜ້ຍ ໄດ້ຈັດພິທີປິດການຝຶກອົບຮົມເຈົ້າໜ້າທີ່ຂັ້ນສູງຂອງພັກປະຊາຊົນປະຕິວັດລາວ.
ໃນເວລາຝຶກອົບຮົມນັ້ນ ສະມາຊິກພັກປະຊາຊົນປະຕິວັດລາວໄດ້ສຶກສາຮໍ່າຮຽນທິສດີ ມາກ-ເລນິນ ແນວຄິດປະທານໂຮ່ຈິ່ມິນ ແລະຖອດຖອນ ບົດຮຽນຈາກຄນະນໍາພັກຄອມມຸຍນິສວຽດນາມ. ເຈົ້າໜ້າທີ່ຂັ້ນສູງ ຂອງພັກປະຊາຊົນປະຕິວັດລາວ ໄດ້ຄົ້ນຄວ້າຢ່າງເລິກຊຶ້ງກ່ຽວກັບ ວິທີການ ປົດປ່ອຍຊາດ ແລະການສ້າງສາພັທນາຂອງວຽດນາມໃນປັດຈຸບັນ.
ພິເສດເຈົ້າໜ້າທີ່ພັກແລະຣັຖບານລາວຍັງໄດ້ຝຶກອົບຮົມການບໍຣິຫານງານແລະການນໍາພາ ຂອງພັກຄອມມຸຍນິສວຽດນາມຢ່າງລະອຽດ. ນອກ ຈາກນັ້ນ ຍັງໄດ້ສຶກສາແລະ ແລກປ່ຽນຖອດຖອນບົດຮຽນ ກັບເຈົ້າໜ້າທີ່ທ້ອງຖິ່ນຂອງວຽດນາມ.
ດຣ. ຈ່ອງທິຟົງຮອງ ປະທານສະຖາບັນການປົກຄອງ ແລະການເມືອງໂຮຈິ່ນມິນກ່າວໃນພິທີປິດ ການຝຶກອົບຮົມຄັ້ງນີ້ວ່າເຈົ້າໜ້າທີ່ພັກ ແລະ ຣັຖບານລາວ ທີ່ເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ຄວນນໍາເອົາທິສດີແນວຄິດ ແລະ ຄວາມຮູ້ທີ່ໄດ້ຮັບມາ ເພື່ອນໍາໄປປະຕິບັດ ໃຫ້ໄດ້ຕາມ ສະພາບ ການໃນລາວ ໂດຍອີງຕາມປະສົບ ປະການທີ່ວຽດນາມ ໄດ້ປະສົບພົບພໍ້ມາ.
ເຈົ້າໜ້າທີ່ພັກແລະຣັຖບານລາວ ທີ່ໄດ້ຝຶກອົບຮົມ ຢູ່ສະຖາບັນການ ປົກຄອງແລະການເມືອງໂຮຈິ່ມິ່ນ ນັ້ນ ລ້ວນແລ້ວແຕ່ແມ່ນ ເຈົ້າໜ້າທີ່ຂັ້ນ ນໍາຂອງພັກແລະຣັຖບານລາວທັງນັ້ນ.
ນັກຮຽນຮູ້ແລະປັນຍາຊົນລາວທີ່ຢູ່ຕ່າງປະເທດຫລາຍຄົນເວົ້າວ່າການທີ່ວຽດນາມເອົາເຈົ້າໜ້າທີ່ພັກແລະຣັຖບານລາວໄປຝຶກອົບຮົມເປັນປະຈໍາ ນັ້ນກໍເພື່ອວຽດນາມຈະສາມາດ ຄອບຄອງລາວ ຢ່າງສະບາຍ ແລະ ຕລອດໄປ. ຕາມສັນຍາຮ່ວມມືຣະຫວ່າງກັນ ພັກແລະຣັຖບານສປປລາວ ສົ່ງເຈົ້າໜ້າທີ່ ຂອງຕົນໄປຝຶກອົບຮົມຢູ່ ວຽດນາມເປັນປະຈຳ.